ຍສໝ - ເນື່ອງໃນໂອກາດບັ້ນເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຊຸດທີ 7 ໄດ້ຮັບຜົນສຳເລັດໃນວັນທີ 23 ກໍລະກົດ 2023, ວັນທີ 25 ກໍລະກົດນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍຊົມເຊີຍເຖິງປະທານພັກປະຊາຊົນກຳປູເຈຍ (CPP), ນາຍົກລັດຖະມົນຕີກຳປູເຈຍ ທ່ານ Samdech Techo Hun Sen.
ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາແຫ່ງ ລາຊະອານາຈັກ ກຳປູເຈຍ, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງ “ກຳລັງຕຳຫຼວດ ຫວຽດນາມ - ກຳປູເຈຍ - ລາວ - ຂີດໝາຍແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມື”.
ຍສໝ - ຜູ້ຕາງໜ້າອົງການກວດສອບບັນຊີແຫ່ງລັດ ກຳປູເຈຍ - ລາວ - ຫວຽດນາມ ໄດ້ແບ່ງປັນປະສົບການ, ສົນທະນາບັນດາມາດຕະການເພື່ອຍົກສູງປະສິດທິຜົນວຽກງານກວດສອບ.
ພະນັກງານສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ລວມມີ 105 ຄົນໄດ້ສັກວັກຊິນໃນຕອນເວົ້າວັນທີ 23 ເມສາ.
ຍສໝ - ວັນທີ 31 ມີນາ, ຢູ່ ມະຫາວິທະຍາໄລ ໂຕນ ດຶ໋ກ ຖັງ, ຄະນະຊາວໜູ່ມ ນະຄອນໂຮ່ຈີ໋ມິງ ໄດ້ຈັດ ງານບຸນພົບປະແລກປ່ຽນ ວັດທະນະທໍາ ຫວຽດນາມ-ລາວ-ກໍາປຸເຈຍ ປີ 2019.
ຍສໝ - ໃນບົດກ່າວປາໄສຂອງຕົນ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ຖືວ່າ: ອາຊຽນ ຮ່ວມແຮງຮ່ວມໃຈສ້າງຕັ້ງ “ແລວທາງໄປມາ” ແນໃສ່ຊຸກຍູ້ການເຄື່ອນໄຫວໄປມາດຳເນີນທຸລະກິດເທື່ອລະກ້າວ ແລະ ມີຄວາມປອດໄພໃນໄລຍະເກີດໂລກລະບາດໂຄວິດ-19.
ຍສໝ - ແບ່ງປັນຮ່ວມກັນແມ່ນ້ຳຂອງ ແລະ ເຂດພູຫຼວງ ເຈື່ອງເຊີນ ອັນສະຫງ່າລາສີ, ການພົວພັນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ບໍ່ພຽງແຕ່ແມ່ນການພົວພັນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດລະຫວ່າງ 3 ປະເທດ, ບັນຈຸຍອດແຍ່ນ້ຳໃຈສາມັກຄີທີ່ຊື່ສັດ, ຈິງໃຈ, ບໍລິສຸດທີ່ສາມປະເທດມີຕໍ່ກັນ. ການເຊື່ອມຕໍ່ກັນແບບພິເສດນີ້ ໄດ້ຖືກສະແດງໃຫ້ເຫັນຕະຫຼອດປະຫວັດສາດ.
ຍສໝ - ທີ່ການພົບປະ, ເຮັດວຽກລະຫວ່າງການນຳຫວຽດນາມ - ລາວ - ກຳປູເຈຍ ເມື່ອບໍ່ດົນມານີ້, ຍາມໃດກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນ, ຝຶກອົບຮົມໃຫ້ແກ່ຊາວໜຸ່ມ, ການນຳຊາວໜຸ່ມ, ຊຸກຍູ້ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນຂອງ 3 ປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ແລະ ມູນຄ່າປະຫວັດສາດຂອງການຮ່ວມມືລະຫວ່າງ 3 ປະເທດ.
ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານ Hun sen ຈະມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ…
ຍສໝ - ທ່ານນາງ Sopheak Thavy ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ກຳປູເຈຍແລະຜູ້ກວດກາ, ໄດ້ແບ່ງປັນ: ການມອບລາງວັນໃຫ້ແກ່ທ່ານ ໂງດຽນ ແມ່ນຄວາມຮັບຮູ້ຂອງລັດຖະບານ ແລະປະຊາຊົນກຳປູເຈຍສຳລັບການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດຕໍ່ຜູ້ກໍ່ສ້າງ ແລະພັດທະນາປະເທດ ກຳປູເຈຍ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ (ວັນທີ 22 ມັງກອນ 1975 – ວັນທີ 22 ມັງກອນ 2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1. ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງກະຕ່າດອກໄມ້ຊົມເຊີຍ.
ຍສໝ - ເນື່ອງໃນໂອກາດບຸນເປີໃໝ່ Chol Chnam Thmay ຂອງ ກຳປູເຈຍ ແລະ ບຸນປີໃໝ່ຂອງລາວ ປີ 2025, ຄະນະຜູ້ແທນ ຫວຽດນາມ ຫຼາຍແຫ່ງ ໄດ້ຈັດຕັ້ງການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນ 2 ປະເທດ.
ຍສໝ - ວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ - ກຳປູເຈຍ - ລາວ.
ຍສໝ - ລາຍການດັ່ງກ່າວໄດ້ຊ່ວຍໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງນ້ຳໃຈສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ພະນົມເປັນ ໃນວັນທີ 7 ມັງກອນ ໃຫ້ຊາບວ່າ: ເນື່ອງໃນໂອກາດລະນຶກ 43 ປີ ແຫ່ງໄຊຊະນະເໜືອລະບອບການຂ້າງລ້າງເຜົ່າພັນ Pol Pot (ວັນທີ 7 ມັງກອນ 1979 - ວັນທີ 7 ມັງກອນ 2022), ປະທານພັກປະຊາຊົນກຳປູເຈຍ (CPP) ທີ່ກຳອຳນາດ, ທ່ານນາຍົກລັດຖະມົນຕີ ສົມເດັດ ຕີຈໍ່ ຮຸນແຊນ ໄດ້ກ່າວຖະແຫຼງການຢ່າງຈະແຈ້ງວ່າ: “ວັນທີ 7 ມັງກອນ 2022 ເປັນວັນລະນຶກ 43 ປີ ແຫ່ງໄຊຊະນະປະຫວັດສາຂອງປະຊາຊົນກຳປູເຈຍໃນການໂຄ່ນລົ້ມລະບອບຂ້າລ້າງເຜົ່າພັນ Pol Pot, ກອບກູ້ຟື້ນຟູປະເທດຊາດຢ່າງທັນການ, ສິ້ນສຸດໄລຍະແຫ່ງຄວາມມືດມົວ, ເປີດສັງກາດໃໝ່ແຫ່ງອິດສະຫຼະພາບ, ເສລີພາບ, ປະຊາທິປະໄຕ ແລະ ສັງຄົມຂະຫຍາຍຕົວຂອງກຳປູເຈຍ”.
ຍສໝ - ກະຊວງການຄ້າກຳປູເຈຍ ໃຫ້ຮູ້ວ່, ໃນ 5 ເດືອນຕົ້ນປີ 2023, ມູນຄ່າການຄ້າສອງຝ່າຍລະຫວ່າງກຳປູເຈຍ ແລະ ຫວຽດນາມ ບັນລຸກວ່າ 2,8 ຕື້ USD, ເພີ່ມຂຶ້ນເກືອບ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ດົງທ໋າບ ໄດ້ສົມທົບກັນຈັດຕັ້ງໂຄງການພົບປະ, ແລກປ່ຽນລະຫວ່າງນັກສຶກສາ ລາວ, ກຳປູເຈຍ ກັບສະຫະພັນກຳມະບານ, ຄະນະຕິດຕໍ່ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງໃນໂອກາດລະດູບານໃໝ່ປີມະເສັງ 2025.
ຍສໝ - ຕອນຄ່ຳວັນທີ 20 ຕຸລາ, ຢູ່ສູນວັດທະນະທຳ, ຂໍ້ມູນຂ່າວສານ ແລະ ກິລາ ເມືອງ ເດີດດໍ່, ຄະນະຊາວໜຸ່ມແຂວງ - ສະມາຄົມນັກສຶກສາຫວຽດນາມ ແຂວງ ບ່າເຣ້ຍ - ຫວຸງເຕົ່າ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບລະຫວ່າງສະມາຊິກຄະນະຊາວໜຸ່ມແຂວງ ບ່າເຣ້ຍ. - ຫວຸງເຕົ່າ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ຮຽນຢູ່ນະຄອນໂຮ່ຈີມິນ.
ຍສໝ - ບັນດາປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າ, ການລົງທຶນ, ການບໍລິການ, ພິເສດແມ່ນການເຄື່ອນໄຫວການຄ້າຜ່ານແດນລະຫວ່າງບັນດາປະເທດ CLMV, ຈຳກັດ ແລະ ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າທີ່ບໍ່ຈຳເປັນເພື່ອໜູນຊ່ວຍບັນດາວິສາຫະກິດ, ພິເສດແມ່ນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ຮັບປະກັນການເຄື່ອນໄຫວຂອງ ບັນດາລະບົບສະໜອງ.