ຍສໝ - ໂດຍແບ່ງປັນທີ່ການຕ້ອນຮັບ, ທ່ານ ມາຍຊວັນແທັງ ຜູ້ຮັກສາການຫົວໜ້າກົມໃຫຍ່ພາສີອາກອນ ຫວຽດນາມ ໃຫ້ຮູ້ວ່າ ປີ 2022 ຂະແໜງພາສີ ຫວຽດນາມ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງພາສີອາກອນ ໃນນັ້ນໄດ້ຜັນຂະຫຍາຍໃບບິນເອເລັກໂນຕິກໃນຂອບເຂດທົ່ວປະເທດ.
ຍສໝ - ມະຫາວິທະຍາໄລກຽນຢາງ ຫາກໍ່ຈັດຕັ້ງພານັກສຶກສາກຳປູເຈຍເກືອບ 50 ຄົນທີ່ພວມຮ່ຳຮຽນຢູ່ໂຮງຮຽນກັບເມືອຢ້ຽມຢາມຄອບຄົວໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີ 2022.
ຍສໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກໍາປູເຈຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ສະໜັບສະໜູນ ແລະ ໃຫ້ການສົມທົບຢ່າງແໜ້ນແຟ້ນ ເພື່ອໃຫ້ຫວຽດນາມ ສາມາດປະຕິບັດສໍາເລັດໜ້າທີ່ສໍາຄັນຄື ເປັນປະທານ ອາຊຽນ, ປະທານ AIPA 41 ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຍສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສ.ເກົາຫຼີ ພວມມີການພັດທະນາຢ່າງແຮງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ຍສໝ - ຈຸດໃໝ່ອ່ຽມຂອງ ກອງປະຊຸມສະມັດຊາໃຫຍ່ AIPA 41 ນັ້ນແມ່ນ ແຕ່ລະຄະນະກຳມາທິການຂອງ AIPA ຈະປະກາດໃຊ້ລັດຖະດຳລັດລວມ, ແຕ່ສ່ອງແສງໄດ້ຄວາມມຸ່ງມາດປາດຖະໜາຂອງແຕ່ລະປະເທດ. ບັນດາເນື້ອໃນຂອງມະຕິລວມໃນປີນີ້ລ້ວນແຕ່ຕິດພັນກັບສະພາບການໂລກລະບາດ ແລະ ຜົນກະທົບຈາກໂລກລະບາດ Covid – 19 ຕໍ່ບັນດາຂົງເຂດ.
ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.
ວັນທີ 22 ກຸມພາ, ຜູ້ຕາງໜ້າຂອງອົງການຢັ້ງຢືນສາກົນ FrenchCert - ລາຊະອານາຈັກ ອັງກິດ ໄດ້ປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ ຂອງ ຫວຽດນາມ ບັນລຸມາດຕະຖານສາກົນ ISO 9001:2015 ແລະ ISO 21001:2018.