ຍສໝ - ໃນການສົນທະນາທາງໄກໃນວັນທີ 8 ພະຈິກ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ 2 ປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ.
ຍສໝ - ວັນທີ 9 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່າໜັງ ໄດ້ສົມທົບກັບບັນດາຫົວໜ່ວຍ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ.
ຍສໝ - ຜ່ານແອັບ YooLife, ຊາວຫວຽດນາມອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ ສາມາດຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນພື້ນທີ່ດິຈິຕອນ.
ຍສໝ - ວັນທີ 12 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກຍຸຕິທຳ ອາກຊັງຕິນ (PJ) ໂດຍທ່ານ Emilio Jose Ribera, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ PJ ໄດ້ນຳໜ້າ ໃນໂອກາດທີ່ຄະນະຜູ້ແທນມີການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ທະຫານຊາຍແດນ ໄດ້ຮັບການຕີລາຄາວ່າ ແມ່ນກົມກອງທີ່ມີຫຼາຍວິທີເຮັດໃໝ່, ມີຫົວຄິດປະດິດສ້າງໃນວຽກງານໂຄສະນາຜ່ານການເຄື່ອນໄຫວສົມທົບກັນລະຫວ່າງທະຫານຊາຍແດນຫວຽດນາມ ກັບກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ ກໍ່ຄືໂຄງການ, ການເຄື່ອນໄຫວໃຫ້ພວກຫຼານນັກຮຽນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບສອງຟາກຊາຍແດນ ຫວຽດນາມ-ລາວ.
ຍສໝ - ໂຮງຮຽນວິທະຍາໄລເຊີນລາ ຫາກໍ່ຈັດຕັ້ງການແຂ່ງຂັນນອກແຜນການ “ນັກສຶກສາຕ່າງປະເທດລາວ - ການເດີນທາງກັບພາສາຫວຽດນາມ” ໃນປີ 2024.
ຍສໝ - ຫວຽດນາມ ແມ່ນປະເທດທີ່ສວຍງາມ. ຊາວຫວຽດນາມ ມີໃຈກຸສົນ, ຮັກແພງແຂກຄົນ ແລະ ມອບນ້ຳໃຈຮັກແພງໃຫ້ແກ່ເພື່ອນມິດ ຊາວລາວ. ນັ້ນແມ່ນຄວາມຮູ້ສຶກຂອງນັກສຶກສາລາວ ຫຼາຍຄົນໃນໄລຍະສຶກສາຮ່ຳຮຽນຢູ່ ຫວຽດນາມ.
ຍສໝ - ແຂວງແທັງຮວ໊າຂອງຫວຽດນາມ ແລະແຂວງຫົວພັນຂອງລາວ ໄດ້ສ້າງຕັ້ງສາຍພົວພັນແບບພິເສດ ແລະເປັນໜ້າໄວ້ເນື້ອເຊື່ອໃຈ. ການຮ່ວມມືລະຫວ່າງສອງແຂວງບໍ່ພຽງແຕ່ໃນຂົງເຂດເສດຖະກິດເທົ່ານັ້ນ ຫາກຍັງເປີດກວ້າງໃນຂົງເຂດວັດທະນະທຳ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຍສໝ - ວັນທີ 12 ມິຖຸນາ, ຄະນະປະຕິບັດງານນຳໂດຍທ່ານພົນຕີ ຟ້າມເຈືອງເຊີນ (ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ) ໄດ້ເຂົ້າຮ່ວມພິທີເປີດສະຫຼອງ, ມອບຫ້ອງຮຽນ 30 m2 ຈຳນວນ 2 ຫ້ອງ ແລະ ເຮືອນຄົວໃຫ້ໂຮງຮຽນປະຖົມສຶກສາ E.C.S.S.S.Nyinkuac ຢູ່ Abyei (ອາຟຣີກາ).
ຍສໝ - ຫວຽດນາມ ເຂົ້າຮ່ວມງານວາງສະແດງການສົ່ງເສີມການລົງທຶນສາກົນ MIBIExpo ດ້ວຍຄວາມປາດຖະໜາຢາກຊຸກຍູ້ເຊື່ອມຕໍ່ ພ້ອມກັນນັ້ນ ກໍ່ສ້າງອອກລະບົບນິເວດໃນລະບົບບັນດາສັນຍາການຄ້າເສລີລະຫວ່າງ 2 ປະເທດທີ່ມີຢູ່ແລ້ວ.
ຍສໝ - ການແຮກສ່ຽວ ບ້ານ-ບ້ານ ໄດ້ ແລະ ພວມສ້າງຂົວເຊື່ອມຕໍ່ທີ່ໝັ້ນຄົງ, ສະໜິດຕິດພັນປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ. ຍ້ອນຮູບແບບນີ້, ບັນດາໝູ່ບ້ານຂອງສອງປະເທດບໍ່ພຽງແຕ່ປົກປັກຮັກສາເສັ້ນຊາຍແດນເທົ່ານັ້ນ, ຫາກຍັງໄດ້ຮ່ວມກັນພັດທະນາເສດຖະກິດ ແລະ ສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 ແລະ ການປະຕິບັດງານຢູ່ຈີນ, ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ນະຄອນ ຄຸນໝິງ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງ ຢຸນນານ.
ຍສໝ - ຄະນະຜູ້ແທນວິສາຫະກິດເຕັກໂນໂລຊີທີ່ມາຈາກ ແອັດສໂຕນີ ພວມມີການຢ້ຽມຢາມຫວຽດນາມ, ແຕ່ວັນທີ 4-8 ພະຈິກ, ເພື່ອຊອກຫາໂອກາດຮ່ວມມືກັບບັນດາບໍລິສັດ, ອົງການຈັດຕັ້ງ ແລະສຳນັກງານປົກຄອງຫວຽດນາມ ໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນ.
ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ.
ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ (GMS) ຄັ້ງທີ 8, ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ Ayeyawady -Chao Phraya-ແມ່ນ້ຳຂອງ (ACMECS) ຄັ້ງທີ 10, ກອງປະຊຸມສຸດຍອດການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11 ແລະ ການຢ້ຽມຢາມຈີນ ແຕ່ວັນທີ 5 ຫາວັນທີ 8 ພະຈິກ, ທ່ານ ຟ້າມແທັງບິ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້.
ຍສໝ - ຕາມຂໍ້ມູນຈາກກອງປະຊຸມຍຸດທະສາດພະລັງງານ hydrogen ໃນຫວ່າງມໍ່ໆມານີ້, ຫວຽດນາມມີເປົ້າໝາຍຜະລິດ hydrogen ໃຫ້ໄດ້ 100.000-500.000 ໂຕນ/ປີໃນປີ 2030, ເປັນສ່ວນໜຶ່ງຂອງຄວາມພະຍາຍາມຫັນປ່ຽນດ້ານພະລັງງານ.
ຍສໝ - ວັນທີ 12 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ແກງດູ່, ທະຫານປ້ອງກັນຊາຍແດນ ແຂວງ ເງ້ອານ ໄດ້ຈັດການລາດຕະເວນປ້ອງກັນໄລຍະຊາຍແດນ ຫວຽດນາມ - ລາວ.
ຍສໝ - ບ້ານ ລາວໂຄ ຂຶ້ນກັບຕາແສງ ຟຽງຄວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ກາຍເປັນ “ຫຼັກໝາຍ” ຂອງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ, ເປັນສັນຍາລັກແຫ່ງນ້ຳໃຈທີ່ສັດຊື່, ໃສແຈ້ງທີ່ຫາຍາກຕະຫຼອດໄລຍະປະຫວັດສາດອັນຍາວນານ.
ຍສໝ - ຕອນເຊົ້າວັນທີ 6 ພະຈິກ, ຢູ່ນະຄອນ ວິງ, ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ເຫງ້ອານ ໄດ້ຈັດຕັ້ງການໂອ້ລົມສົນທະນາເພື່ອສະເຫຼີມສະຫຼອງ 107 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (1917 – 2024); ສັງລວມການເຄື່ອນໄຫວວຽກງານການທູດປະຊາຊົນປີ 2024 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືສອງຝ່າຍ (MoU) ທີ່ໄດ້ລົງນາມລະຫວ່າງສູນອິນເຕີເນັດ ຫວຽດນາມ (VNNIC) ແລະ ສູນອິນເຕີເນັດແຫ່ງຊາດ ລາວ (LANIC), ອົງການໂທລະຄົມມະນາຄົມ ລາວ (LTRA), ແຕ່ວັນທີ 15 – 17 ພຶດສະພານີ້, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ.