ຕອນບ່າຍວັນທີ 7 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ຕ້ອນຮັບທ່ານ Chase Carey, ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ Formula One ທີ່ເດີນທາງມາຫວຽດນາມ ເພື່ອເຂົ້າຮ່ວມພິທີປະກາດເຈົ້າພາບຈັດຕັ້ງການແຂ່ງລົດ F1 ຢູ່ຮ່າໂນ້ຍ ໃນປີ 2020.
ໃນຕອນເຊົ້າ ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ເປີດງານວາງສະແດງສີນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ທີ່ ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ການເປັນປະທານຂອງ ທ່ານ ສີ ຈີ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ ຮ່ວມກັບ 12 ປະເທດ ທີ່ຖືກເຊີນມາຮ່ວມງານດັ່ງກ່າວ, ໃນຖານະປະເທດປະທານຮ່ວມ.
ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.
ໃນຕອນບ່າຍວັນທີ 31 ຕຸລາ 2018, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນ ກາງພັກ, ປະທານຄະນະກຳມະການກວດກາ ສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ 2018.
ຕອນບ່າຍວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະໄຂ ກອງປະຊຸມລັດຖະມົນຕີຍິງ ອາຊຽນຄັ້ງທີ 3.
ຍສໝ - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຈັດຕັ້ງປະຕິບັດແຜນການ ຂອງກອງປະຊຸມສະມັດຊາ 2030 ກ່ຽວກັບ ການພັດທະນາ ແບບຍືນຍົງ ຂອງ ສປຊ.
ໃນຕອນເຊົ້າ ວັນທ 24 ຕຸລາ 2018, ທ່ານ ປອ ບຸນທອງ ຈິດມະນີ ຮອງນາ ຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນ ສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການ ສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫລວງວຽງຈັນ.
ທີ່ວາລະປະຊຸມຄົບຄະນະຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ປັບປຸງລະບົບຫັນເປັນຫຼາຍຝ່າຍ: ຊຸກຍູ້ການພົວພັນຄູ່ຮ່ວມມື ASEM ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ”, ບັນດາການນຳຢັ້ງຢືນວ່າ ASEM ຄວນເສີມຂະຍາຍບົດບາດພື້ນຖານຊຸກຍູ້ລະບົບຫຼາຍຝ່າຍຢ່າງມີປະສິດທິຜົນ
ນີ້ແມ່ນການຢ້ຽມຢາມ ແດນມາກ ຢ່າງເປັນທາງການຄັ້ງທໍາອິດ ຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ກົງກັບເຫດການປີສະເຫຼີມສະຫຼອງ 5 ປີ ແຫ່ງວັນ ສ້າງຕັ້ງການພົວພັນຄູູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ແດນມາກ.
ຍສໝ - ມື້ນີ້ ກອງປະຊຸມຂັ້ນສູງ ASEM ຄັ້ງທີ 12 ຈະດຳເນີນ 3 ວາລະ ກອງປະຊຸມ ສຸມໃສ່ການແລກປ່ຽນ ຫຼາຍບັນຫາຄື: ເສດຖະກິດ, ການເງິນ, ບັນດາຄວາມທ້າທາຍຂອງໂລກ ແລະ ບັນຫາສາກົນ ແລະ ພູມມິພາກ ທີ່ກຳລັງຟົດຮ້ອນໃນປະຈຸບັນ.
ໃນຂອບເຂດການຢ້ຽມຢາມ ແບນຊິກ ຢ່າງເປັນທາງການ, ຕອນເຊົ້າວັນທີ 17 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫລວງ ບຣຸກແຊນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Geert Bourgeois ລັດຖະມົນຕີ - ປະເທດເຂດ Flanders.
ຍສໝ - ທີ່ກອງປະຊຸມ ນາຍົກລັດຖະມົນຕີ ສະເໜີ ອຳນາດການປົກຄອງ ລັດ Lower ຂອງ ໂອຕຣິດ ສະໜັບສະໜູນ ບັນດາການເຄື່ອນໄຫວ ເຊື່ອມຕໍ່ການຮ່ວມມື, ທຸລະກິດ ລະຫວ່າງ ບັນດາ ມະຫາວິທະຍາໄລ ແລະ ບັນດານັກທຸລະກິດຂອງ ລັດ Lower
ຍສໝ - ຕອນບ່າຍວັນທີ 14 ຕຸລາ ຕາມເວລາທ້ອງຖິ່ນ, ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນລະດັບສູງຂອງຫວຽດນາມ ໄດ້ເດີນທາງຮອດ ສະໜາມບິນສາກົນ Vienna, ເລີ່ມການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສາທາລະນະລັດ ໂອຕຣິດ.
ຍສໝ - ຕອນເຊົ້າຂອງວັນທີ 12 ຕຸລາ , ທີ່ສຳນັກງານນາຍົກ ຮອງນາຍົກລັດຖະມົນຕີ ປະຈຳສຳນັກງານນາຍົກ ເຈືອງຮ່ວາ ບິ່ງ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ ເຈົ້າຄອງນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ.
ໃນວັນທີ 11 ຕຸລາ 2018, ໂດຍຕອບສະໜອງຕາມຄຳເຊີນຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະລະຫວ່ງບັນດາຜູ້ນຳອາຊຽນ ກັບ ຜູ້ອຳນວຍການໃຫຍ່ອົງການກອງທຶນການເງິນສາກົນ, ປະທານທະນາຄານໂລກ ແລະ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ພາຍໃຕ້ຫົວຂໍ້ "ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ" ໂດຍການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂຈໂກ້ ວິໂດໂດ້, ປະທານາທິບໍດີ ອິນໂດເນເຊຍ, ໃນນາມເຈົ້າພາບຈັດກອງປະຊຸມ ກອງທຶນການເງິນສາກົນ ແລະ ກຸ່ມທະນາຄານໂລກ ປະຈຳປີ 2018 ແລະ ພະນະທ່ານ ລີ ຊຽນລົງ, ນາຍົກລັດຖະມົນຕີ ສິງກະໂປ ໃນນາມປະທານມູນວຽນອາຊຽນ.
ຍສໝ - ການຢ້ຽມຢາມຂອງນາຍົກລັດຖະມົນຕີ ຢັ້ນຢືນຄວາມມຸ້ງມາດປາດຖະໜາຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດ ASEAN ແລະ ສາຍພົວພັນ ຍຸດທະສາດ ກັບ ອິນໂດເນເຊຍ.
ຍສໝ - ໃນຕອນແລງວັນທີ 8 ຕຸລາ 2018, ທີ່ສໍານັກງານນາຍົກລັດຖະມົນ ຕີຍີ່ປຸ່ນ, ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ໄດ້ຈັດກອງກຽດຕິຍົດຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຢ່າງເປັນທາງການ. ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ນະ ຄອນຫລວງໂຕກຽວ.
ຍສໝ - ຕອນເຊົ້າ, ຢູ່ທີ່ຫໍປະຊຸມຮັບຕ້ອນລັດຖະບານຍີປຸ່ນ, ກອງປະຊຸມສຸດຍອດການຮ່ວມມືແມ່ນຳ້ຂອງ-ຍີປຸ່ນ ຄັ້ງທີ 10 ໄດ້ໄຂຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ຜູ້ນຳ 5 ປະເທດລຸ່ມແມ່ນຳ້ຂອງ ແລະ ຍີປຸ່ນ.
ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ໄດ້ໃຫ້ກຽດຕ້ອນຮັບ ນັກທຸລະກິດອັນດັບຕົ້ນຈຳນວນໜຶ່ງຂອງປະເທດຍີປຸ່ນເປັນຕົ້ນແມ່ນ ການນຳຂອງ ກຸ່ມບໍລິສັດ ANA Shinobe Osamu, ປະທານບໍລິຫານກຸ່ມບໍລິສັດ AEON Okada Motoya, ປະທານໃຫຍ່ ທັງເປັນອຳນວຍການບໍລິຫານ ບໍລິສັດ Mitsui Tasuo Yasunaga.
ຍສໝ - ຕອນເຊົ້າວັນທີ 8 ຕຸລາ ຢູ່ ທີ່ສຳນັກງານນາຍົກ ປະເທດຍີປຸ່ນ, ນາຍົກລັດຖະມົນຕີ Shinzo Abe ໄດ້ປເປັນປະທານໃນການຕ້ອນຮັບ ຢ່າງສົມກຽດ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ.