ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ພາບສິນລະປະ ສະລະພັນສີສັນ ຄົບຮອບ 51 ປີ ວັນສ້າງຕັ້ງ ອາຊຽນ ASEAN

ຍສໝ - ເນື່ອງໃນໂອກາດ ຄົບຮອບ 51 ປີ ສ້າງຕັ້ງ ປະຊາຄົມ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ 23 ປີ ທີ່ຫວຽດນາມ ເຂົ້າຮ່ວມ ປະຊາຄົມນີ້ . ຕອນຄຳ່ວັນທີ 28 ສິງຫາ ຢູ່ທີ່ ຮ່າໂນ້ຍ ສະຫະພັນ ອົງການມິດຕະພາບ ຫວຽດນາມ ນະຄອນ ຮ່າໂນ້ຍ ປະສານສົມທົບກັບ ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ຈັດ ງານການສະແດງ ເດີນແບບໃນຊຸດດັ້ງເດີມ ແລະ ແລກປ່ຽນສິນລະປະວັດທະນະທຳ ອາຊຽນ (ASEAN)

ກອງປະຊຸມເສດຖະກິດໂລກ ກ່ຽວກັບ ASEAN 2018 ແທ້ຈິງ ຕອບສະໜອງຄວາມສົນໃຈລວມ ຂອງບັນດາປະເທດ

ກອງປະຊຸມເສດຖະກິດໂລກ ກ່ຽວກັບ ASEAN 2018 ແທ້ຈິງ ຕອບສະໜອງຄວາມສົນໃຈລວມ ຂອງບັນດາປະເທດ

ຍສໝ - ວັນທີ 21 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາໂຕະມົນກ່ຽວກັບ ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ASEAN (WEF ASEAN).

ລັດຖະບານ ປະຊຸມປຶກສາຫາລືວຽກງານການກະກຽມ ກອງປະຊຸມ WEF – ASEAN 2018

ລັດຖະບານ ປະຊຸມປຶກສາຫາລືວຽກງານການກະກຽມ ກອງປະຊຸມ WEF – ASEAN 2018

ຍສໝ - ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ໄດ້ເປັນປະທານ ກອງປະຊຸມຄະນະ ລັດຖະບານ ກ່ຽວກັບວຽກງານການກະກຽມ ກອງປະຊຸມ ເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF - ASEAN) ເຊິ່ງຈະດຳເນີນໃນລະຫວ່າງວັນທີ 11 – 13 ກັນຍາທີ່ຈະມາເຖິງນີ້.

ກອງປະຊຸມສຳມະນາ ອາຊຽນ ASEAN 4.0

ກອງປະຊຸມສຳມະນາ ອາຊຽນ ASEAN 4.0

ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາ ASEAN 4.0 ກ່ຽວກັບ ແນວຄິດຂອງວິສາຫະກິດ ໃນໄລຍະການປະຕິວັດ ອຸດສາຫະກຳ.

ຖະ​ແຫລ​ງຂ່າວ  ​ການຈັດງານ​ວາງສະ​ແດງ​ສິນຄ້າ  ASEAN FAIR 2018

ຖະ​ແຫລ​ງຂ່າວ ​ການຈັດງານ​ວາງສະ​ແດງ​ສິນຄ້າ ASEAN FAIR 2018

ຍສໝ - ໃນ​ວັນ​ທີ 13 ສິງຫາ 2018 ທີ່​ນະຄອນຫລວງ​ວຽງຈັນ, ​ສະພາ​ການ​ຄ້າ ​ແລະ ອຸດສາ ຫະກຳ​ແຫ່ງ​ຊາດ​ລາວ ຮ່ວມ​ກັບ ບໍລິສັດ​ເທັນ​​ໂຊ ​ແຫ່ງ​ປະ​ເທດ​ໄທ ໄດ້ຈັດ​ພິທີ​ຖະ​ແຫລ​ງຂ່າວ ​ການຈັດງານ​ວາງສະ​ແດງ​ສິນຄ້າອາ​ຊຽນ 2018 ຫລື ASEAN FAIR 2018, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 20-23 ກັນຍາ 2018 ທີ່​ ແຂວງສະຫວັນ​ນະ​ເຂດ, ​ໂດຍຈະ​ມີ​ຜູ້​ປະກອບ​ການ​ຈາກ​ບັນດາ​ປະ​ເທດ​ອາຊຽນ ​ເຂົ້າ​ຮ່ວມ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້.

ນັກຮຽນລາວ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນ ໂຄງການວິທະຍາສາດໜຸ່ມນ້ອຍ ASEAN+3 ຄັ້ງທີ 7

ນັກຮຽນລາວ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນ ໂຄງການວິທະຍາສາດໜຸ່ມນ້ອຍ ASEAN+3 ຄັ້ງທີ 7

ຍສໝ - ໃນຕອນຄໍ່າຂອງວັນທີ 4 ສິງຫາ 2018 ທີ່ຜ່ານມາ ບັນດານ້ອງນັກຮຽນທີ່ເຂົ້າຮ່ວມນັ້ນກໍໄດ້ເດີນທາງກັບຮອດ ສປປ ລາວ ອອກຕ້ອນຮັບຄະນະດັ່ງກ່າວທີ່ສະໜາມບິນສາກົນວັດໄຕມີ ທ່ານ ພູທະນູທອງ ໄຊສົມບັດ, ຮອງຫົວໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ນາງ ຈັນສະຫງ່າ ວາລະກອນ, ຜູ້ອຳນວຍການໂຮງຮຽນກຽດຕິສັກນາໆຊາດ ພ້ອມດ້ວຍຄູອາຈານ ແລະ ຜູ້ປົກຄອງຂອງນ້ອງໆນັກຮຽນ.

ເຫດການ