ກອງປະຊຸມເທື່ອທີ 5 ຄະນະຈັດຕັ້ງກອງປະຊຸມ WEF ASEAN

14:07 | 05/09/2018

ຕອນເຊົ້າວັນທີ 05 ກັນຍາ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ໄດ້ດຳເນີນກອງປະຊຸມເທື່ອທີ 5 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) ແນໃສ່ກວດກາວຽກງານກະກຽມໃຫ້ກອງປະຊຸມ.

ກອງປະຊຸມເທື່ອທີ 5 ຄະນະຈັດຕັ້ງກອງປະຊຸມ WEF ASEAN

ກອງປະຊຸມເທື່ອທີ 5 ຄະນະຈັດຕັ້ງກອງປະຊຸມ WEF ASEAN (ພາບ: TTXVN)

ກອງປະຊຸມດັ່ງກ່າວໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ, ຫົວໜ້າຄະນະຈັດຕັ້ງເປັນປະທານ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເປັນຈຳນວນຫລວງຫລາຍ.

ບົນພື້ນຖານຕີລາຄາສະພາບການຜັນຂະຫຍາຍ, ຫົວໜ້າຄະນະຈັດຕັ້ງໄດ້ສະເໜີ ບັນດາສະມາຊິກຄະນະຈັດຕັ້ງ, ບັນດາອະນຸກຳມະການຈົ່ງຮີບຮ້ອນສຳເລັດວຽກງານກະກຽມ ຈັດຕັ້ງກອງປະຊຸມ WEF ASEAN ໃນທຸກດ້ານທັງໝົດຄື: ເນື້ອໃນ, ວັດຖຸສິ່ງຂອງ, ພະລາທິການ, ການຕ້ອນຮັບ, ໂຄສະນາ, ວັດທະນະທຳ ແລະ ຄວາມປອດໄພ, ສາທາລະນະສຸກ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.