ການສຳພາດທາງອອນລາຍ ແມ່ນເພື່ອແນໃສ່ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງ ເຫັນແຈ້ງຄວາມໝາຍ ແລະ ຄວາມສຳຄັນຂອງການເລືອກຕັ້ງ ສສຊ ຊຸດທີ 14 ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນ ອາຍຸການ 2021 – 2026.
ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍພັກກອມມູນິດກູບາ ທີ່ໄດ້ຈັດຕັ້ງສຳເລັດຜົນການຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 8, ສະແດງຄວາມຊົມເຊີຍໃຫ້ທ່ານ Miguel Díaz-Canel Bermudez ໃນການເລືອກຕັ້ງເປັນເລຂາທິການຜູ້ທີໜຶ່ງ.
ຍສໝ - ທີ່ການໂອ້ລົມສົນທະນາ, ສະຫາຍ ເລຮ່ວາຍຈຸງ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະ ສອງພັກໃນໄລຍະທີ່ຜ່ານມາ ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປຕື່ມອີກ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ການໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ.
ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.
ສອງຝ່າຍໄດ້ເປັນ ເອກະພາບຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ມິດຕະພາບທີ່ປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫລວງ ຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດ ຕາມມະຕິ ກອງປະຊຸມ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.
ຍສໝ - ບົດຂຽນໄດ້ສະຫລຸບວ່າຄວາມເຊື່ອຂອງປະຊາຊົນຕໍ່ພັກກອມມູນິດຫວຽດນາມກ່ອນການລະບາດຂອງໂລກລະບາດ ໂຄວິດ-19 ໄດ້ສ້າງໂອກາດໃຫ້ພັກກອມມູນິດຫວຽດນາມວາງອອກເສັ້ນທາງ ແລະ ນະໂຍບາຍທີ່ເໝາະສົມເພື່ອຮັບມືກັບໂລກລະບາດໂຄວິດ -19 ຢ່າງມີ ປະສິດທິຜົນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22-3-1955/22-3-2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ຍສໝ - ຫົວໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ແບ່ງປັນໃນກອງປະຊຸມກ່ຽວກັບບັນດາທັດສະນະ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ.
ກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ “ໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ 1971 ຄຸນຄ່າປະຫວັດສາດ ແລະ ຄວາມເປັນຈິງ”, ຄາດວ່າ ຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ ຢູ່ແຂວງ ກ໋ວາງຈີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ (1971 - 2021).
ຍສໝ - ວັນທີ 17 ມີນາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຈ້ອງ ເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍຮັບຕຳແໜ່ງໃໝ່.
ຍສໝ - ໃນວັນທີ 26 ກຸມພາປີ 2021, ຢູ່ສຳນັກງານສູນກາງພັກ, ທ່ານຮ່ວາງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມ ໄດ້ໄດ້ມີການຕ້ອນຮັບ ທ່ານ Ali Akhbar Nazari ເອກອັກຄະລັດຖະທູດອີຣານປະຈຳຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນດຳລົງຕຳແໜ່ງຢູ່ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 - 3 ກຸມພາ, 2021), ຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ ໄດ້ສົ່ງສານອວຍພອນເຖິງຄະນະກຳມະການສູນກາງພັກຫວຽດນາມ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ ສປປ.ລາວ, ໃນວັນທີ 3 ກຸມພາ, ຜູ້ນຳຂອງຫຼາຍກະຊວງ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆຂອງ ສປປ.ລາວ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມປະ ຈຳນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ ແລະ ຊົມເຊີຍໃນການປະສົບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຈະມີບັນດາບາດກ້າວບຸກທະລຸ, ການປ່ຽນແປງໃໝ່ໃນທຸກຂົງເຂດ, ນັບແຕ່ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຕອນເຊົ້າວັນທີ 31 ມັງກອນ 2021, ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ໄດ້ດຳເນີນການເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກຳມະການກວດກາສູນກາງ, ປະທານຄະນະກຳມະການກວດກາສູນກາງ.
ວັນທີ 29 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເຮັດວຽກຕາມຄະນະກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIII.
ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.