ຍສໝ - ພາຍຫຼັງ 40 ປີ “ ອາໄສຢູ່” ແຜ່ນດິນລາວ, ທະຫານວິລະຊົຍ ຫວຽດນາມ 7 ສະຫາຍທີ່ ເສຍຊີວິດ ເພື່ອພາລະກິດສາກົນ ອັນສູງສົ່ງ ກັບຄືນສູ່ແຜ່ນດິນແມ່ (ແຂວງຮ່າຕິ໋ງ) ທີ່ຮັກ ບົນບັນຍາກາດອັນສະອຶ້ນຕຶ້ນຕັນ, ຄວາມເຄົາລົບ ແລະ ຄວາມກະຕັນຍູ ຂອງຜູ້ທີ່ຍັງທີມີຊີວິດຢູ່ໃນມື້ນີ້.
ຍສໝ - ເມື່ອມໍ່ໆມານີ້, ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າ ການເມືອງ ວປກ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງຄະນະຜູ້ແທນໂຮງຮຽນນາຍທະຫານການເມືອງກອງທັບປະຊາຊົນຫວຽດນາມ, ເຊິ່ງນຳໂດຍ ສະຫາຍ ພົນຕີ ຫງວຽນ ວັນ ດູ, ຫົວໜ້າການເມືອງໂຮງຮຽນນາຍ ທະຫານການເມືອງກອງທັບປະຊາຊົນຫວຽດນາມ.
ຍສໝ - ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ ຫາ ເດືອນເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິ້ງ.
ຍສໝ - ວັນທີ 7 ພຶດສະພາ 2019, ທີ່ແຂວງແທງຮ໋ວາ, ກອງບັນຊາການທະຫານແຂວງແທງຮວ໋າ ແລະ ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ ໄດ້ຈັດຕັ້ງການເຈລະຈາ, ລົງນາມການຮ່ວມມືໃນໜ້າທີ່ການທະຫານ-ການປ້ອງກັນຊາດ ປີ 2019.
ຍສໝ - ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2019, ທີ່ສຸສານນັກຮົບນະຄອນເຫ້ວ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫ້ວ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງ ອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 18 ຊຸດທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ທີ່ສຸສານນັກຮົບແຫ່ງຊາດຫຼັກ 9, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບລາວ.
ຍສໝ - ຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ທີ່ ສຸສານວິລະຊົນ ແຫ່ງຊາດ ທາງເລກ 9, ກຳມະການພັກແຂວງ, ສະພາປະຊາຊົນ, ກຳມະການປະຊາຊົນ, ກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງກວ້າງຈິ ໄດ້ຈັດພິທີສົ່ງສະການ ສົ່ງອັດຖິ ວິລະຊົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະຫຼະຊີວິດຢູ່ ສປປ ລາວ. ເຂົ້າຮ່ວມໃນພິທີປະກອບມີ ພັນເອກ ດວ່ານ ກວາງ ຮວ່າ ຮອງຫວົໜ້າກົມ ກົມນະໂຍບາຍ, ກົມໃຫຍ່ການເມືອງ ທະຫານປະຊາຊົນຫວຽດນາມ-ເລຂາຄະນະປະຈຳ ຄະນະປະຕິບັດງານພິເສດລັດຖະບານ; ພົນໂທ ຫງວ໋ຽນ ດຶກ ຮວ໋າ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4. ຝ່າຍແຂວງສະຫວັນນະເຂດ ມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ. ຝ່າຍແຂວງກວ້າງຈິ ມີ ປະທານ ກຳມະການປະຊາຊົນແຂວງ ຫງວ໋ຽນ ດຶກ ຈິ໋ງ; ບັນດາຄະນະກຳມະການປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນ, ກຳມະການປະຊາຊົນ, ກຳມະການແນວໂຮມແຫ່ງຊາດ; ຕ່າງໜ້າການນຳຂອງພະແນກ, ຂະແໜງການ, ໜ່ວຍງານ, ທ້ອງຖິ່ນ ທີ່ກ່ຽວຂ້ອງ ພ້ອມທັງບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ບັນດານ້ອງນັກຮຽນເປັນຈຳນວນຫຼວງຫຼາຍ.
ຍສໝ - ຕາມແຜນການ, ຄາດຄະເນໃນວັນທີ 9 ພຶດສະພາ 2019, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕີ້ງ ຈະຈັດພິທີຕ້ອນຮັບ, ພິທີໄວ້ອາໄລ ແລະ ປົງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນີ່ມ, ເມືອງເຮືອງເຊີນ.
ຍສໝ - ຕອນບ່າຍວັນທີ 6 ພຶດສະພາ 2019, ກອງບັນຊາທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີການເຊັນສັນຍາລົງນາມ ໃນລະບຽບການ-ສົມກັນ ຕໍ່ສູ້ຕ້ານການຄ້າຂາຍຢາເສບຕິດ ແລະ ອາດສະຍາກຳ ຂອງສອງເມືອງ ເຊໂປນ; ເມືອງນອງ, ປກສ ແຂວງສະຫວັນນະເຂດ ປະເທດລາວ.
ຍສໝ - ໃນລະຫວ່າງແຕ່ເດືອນ ຕຸລາ 2018 ຫາເດືອນ ພຶດສະພາ 2019 ກົມກອງກອງຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584 ສັງກັດກອງບັນຊາການທະຫານແຂວງກວ໋າງຈິ ໄດ້ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ ຢູ່ ສປປ ລາວ 26 ອັດຖິ.
ຍສໝ - ຕອນເຊົ້າຂອງວັນທີ 6 ພຶດສະພາ, ທີ່ແຂວງບໍລິຄໍາໄຊ (ລາວ), ຄະນະພະນັກງານກອງບັນຊາການທະຫານແຂວງຮ່າຕີ້ງ ໄດ້ມີການເຮັດວຽກກັບກອງບັນຊາການທະຫານແຂວງບໍລິຄໍາໄຊໃນການລົງນາມຈັດຕັ້ງປະຕິບັດໜ້າທີ່ວຽກງານການທະຫານ-ປ້ອງກັນຊາດ ປະຈໍາປີ.
ແຂວງສາລະວັນ ໄດ້ຈັດພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດແຕ່ປາງສົງຄາມກັບຄືນບ້ານເກີດເມືອງນອນ ສສ ຫວຽດນາມ, ໂດຍໃນພິທີດັ່ງກ່າວໄດ້ຈັດຂື້ນຢ່າງສົມກຽດ ແລະ ມີການນຳຂັ້ນແຂວງ ພ້ອມທັງພະນັກງານອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ພຶດສະພາ 2019 ວ່າ ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເຜີຍແຜ່ວິດີໂອເມື່ອວັນເສົາທີ່ຜ່ານມາ ເຊິ່ງເປັນການຖະແຫຼງຮຽກຮ້ອງເຖິງປະຊາຊົນເວເນຊູເອລາວ່າ ເຖິງເວລາແລ້ວສຳລັບການປ່ຽນແປງ ພ້ອມທັງກ່າວຢ້ຳຄືນວ່າ ປະຊາຊົນເວເນຊູເອລາເປັນເຈົ້າຂອງອຳນາດອະທິປະໄຕຢ່າງແທ້ຈິງ ແລະ ບັດນີ້ໄດ້ເວລາອັນສົມຄວນທີ່ສຸດໃນການຮຽກຄືນອຳນາດດັ່ງກ່າວ ແລະ ປິດທ້າຍວ່າ ລັດຖະບານອາເມຣິກາຈະຢືນຄຽງຂ້າງໄຊຊະນະຂອງປະຊາຊົນເວເນຊູເອລາ.
ຢາກຮັກສາຜົນງານ ແລະ ມູນເຊື້ອຂອງກົມກອງນັ້ນ ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີບົດບາດເປັນເຈົ້າ ການເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ, ມີແບບແຜນດຳເນີນຊີວິດ ແລະ ແບບແຜນວິທີເຮັດວຽກຢ່າງຮັດກຸມ, ລະອຽດຈະແຈ້ງ, ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງ, ຕັ້ງ ໜ້າປະຕິບັດຂໍ້ກຳນົດກົດລະບຽບ ແລະ ວິໄນຂອງກອງທັບ, ຂອງກົມກອງຢ່າງເຂັ້ມງວດ, ມີສະຕິລະວັງຕົວຕໍ່ບັນດາປາກົດການຫຍໍ້ທໍ້ຕ່າງໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຍສໝ - ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນເຊີນຮົ່ງ (ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ) ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍ.
ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເບຊວນເຈື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ກີລາກອນ ບຸນນະຜົນ, ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ.
ຕອນບ່າຍວັນທີ 23 ເມສາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເບ໊ຊວນເຈື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ກີລາກອນ ບຸນນະຜົນ, ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ.
ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງຢູ່ຕາແສງຊາຍແດນລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ, ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນຕັ້ງທັບກໍຄືປະຊາຊົນເຂດຊາຍແດນປະເທດເພື່ອນລາວ.
ຍສໝ - ເນື່ອງໃນໂອດາກປີໃໝ່ລາວ 2019, ບັນດາກົມກອງທະຫານຊາຍແດນເຫງ້ງານມາອວຍພອນປີໃໝ່ລາວໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນເມືອງເມື່ອງໂມກ ແຂວງຊຽງຂວາງ ລາວ.
ຍສໝ - ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ 2019, ຄະນະຜູ້ແທນກອງບັນຊາການທະຫານແຂວງເຫງ້ອານ ນໍາໂດຍ ທ່ານ ພັນເອກ ເຈີ່່ນວັນຮຸ່ງ, ຫົວໜ້າກອງບັນຊາການທະຫານແຂວງເຫງ້ອານ ມາຢ້ຽມຢາມ, ອວຍພອນປີໃໝ່ລາວ ແລະ ເຂົ້າຮ່ວມພິທີມອບຮັບສາງອາວຸດໃຫ້ແກ່ຫ້ອງການເສນາທິການກອງບັນຊາການທະຫານແຂວງຊຽງຂວາງ ລາວ.