ຍສໝ - ສືບຕໍ່ກິດຈະກໍາຕ່າງໆໃນຂອບເຂດລາຍ ແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ 2019 , ໃນ 2 ວັນ 22-23 ກໍລະກົດ, ຕ່າງໜ້າ ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີມອບຮັບງົວແມ່ພັນ ຈຳນວນ 30 ໂຕ ໃຫ້ແກ່ຜູ້ທຸກຍາກໃນເຂດຊາຍແດນ ຂອງ 3 ແຂວງ: ແຂວງ ກວ່້າງຈິ (ຫວຽດນາມ) ແລະ ແຂວງສາລະວັນ, ແຂວງສະຫວັນນະເຂດ (ລາວ).
ຍສໝ- ສອງວັນທີ່ຜ່ານມາ, ຢູ່ ນະຄອນຫຼວງຮ່າໂນ້ຍ, ເພື່ອແນໃສ່ສະເຫຼີມສະຫຼອງ ຄົບຮອບ 72 ປີ ວັນຜູ້ເສຍອົງຄະ-ວິລະຊົນ ແລະ 40 ປີ ການຕໍ່ສູ້ເພື່ອປ້ອງກັນຊາຍແດນທາງພາກເຫນືອ ຂອງຊາດ, ສະມາຄົມຜູ້ຊ່ວຍເຫຼືອຄອບຄົວວິລະຊົນຫວຽດນາມ ໄດ້ປະສານສົມທົບກັບ ບໍລິສັດຫຸ້ນສ່ວນ ສື່ສານມວນຊົນ ໂຣ່ງຫວຽດ ຈັດລາຍການສິນລະປະ "ສຽງເພງຂອງທະຫານຊາຍແດນຜູ້ອົງອາດ "
ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ສ້າງສຳເລັດແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ແລະ ໄດ້ອອກແຈ້ງການຈັດຕັ້ງປະຕິບັດເຖິງ 10 ແຂວງທີ່ມີຊາຍແດນຈິດຈອດກັບ ສສ ຫວຽດນາມ.
ຍສໝ - ໃນສອງວັນທີ່ຜ່ານມາ, ຫ້ອງການກະສິກຳປ່າໄມ້ ເມືອງ ລາງແຈັງ ເປັນປະທານໃນການປະສານສົມທົບ ກັບ ຄ້າຍທະຫານຊາຍແດນ ອຽນເຄືອງ (ທະຫານຊາຍແດນແຂວງແທັງຫວ່໋າ), ຄະນະກໍາມະການປະຊາຊົນ ຕາແສງອຽນເຄືອງ (ເມືອງ ລາງແຈັງ, ແຂວງ ແທັງຫວ໋າ) ແລະ ຫ້ອງການກະສິກຳປ່າໄມ້ເມືອງຊຳເຕີ້, ກອງຮ້ອຍທະຫານຊາຍແດນ 216 ແລະ ອຳນາດການປົກຄອງບ້າເກີນ (ແຂວງຫົວພັນ, ສປປ ລາວ) ໄດ້ດໍາເນີນການປະຕິບັດການກວດກາລາດຕະເວນສອງຝ່າຍເພື່ອປົກປັກຮັກສາ ປ່າໄມ້.
ຍສໝ - ນີ້ແມ່ນການສະຫຼຸບລາຍງານຂອງ ສະຫາຍ ຮ່າ ສີ ດົ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວ້າງຈິ ,ໃນກອງປະຊຸມເຮັດວຽກກັບ ກອງບັນຊາການທະຫານຊາຍແດນແຂວງກ້ວາງຈິ ,ໃນຕອນບ່າຍວັນທີ 16 ກໍລະກົດ, ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານຊາຍແດນແຂວງກວ້າງຈິ.
ຍສໝ - ບັນດາການເຄື່ອນໄຫວການຕ່າງປະເທດ ຍາມໃດກໍ່ໄດ້ ຮັບການຈັດຕັ້ງປະຕິບັດຢ່າງມີປະສິດຕິຜົນ ໂດຍທະຫານ ຊາຍແດນແຂວງຮ່າຕິ໋ງ, ປະກອບສ່ວນ ຮັກສາສະຖຽນລະພາບ ດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແນວຊາຍແດນ, ສ້າງສັນຕິພາບ, ມິດຕະພາບ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໂດຍທ່ານພັນເອກ ເຈິ່ນຕວນແອັງ, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກກັບເມືອງສະໝ້ວຍ, ແຂວງສາລະວັນ ແລະ ເມືອງນອງ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ສປປ ລາວ.
ຍສໝ - ໃນຕອນບ່າຍ ວັນທີ 9 ກໍລະກົດ, ຢູ່ແຂວງ ກ໋ວາງ ນິງ ໄດ້ຈັດຕັ້ງ ການພົບປະເຈລະຈາແລກປ່ຽນສະພາບການ ແລະ ເຮັດວຽກ ເພື່ອຮັບປະກັນຄວາມປອດໄພຂອງເສັ້ນຊາຍແດນຫວຽດນາມ - ລາວໃນປີ 2018, ພ້ອມກັນນັ້ນ ໄດ້ເອກະພາບໜ້າທີ່ໃນປີ 2019 ລະຫວ່າງຄະນະຜູ້ແທນ ຕໍາຫຼວດ ເມືອງ ໂບ໋ ແຈ້ງ, ມິງ ຫ໋ວາ, ກ໋ວາງ ນິງ ແລະ ຄະນະປ້ອງກັນ ຄວາມສະຫງົບ ເມືອງບົວລະພາ, ແຂວງ ຄໍາມ່ວນ, ລາວ.
ເມື່ອມໍ່ໆມານີ້, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງນອງ ແຂວງສະຫວັນນະເຂດ ທາງຄະນະທິມງານ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສ.ສ ຫວຽດນາມ ເຊິ່ງນໍາໂດຍ ທ່ານ ພັທ ເຈິ່ນ ຕ່ວນ ແອັ໋ງ ຮອງກອງບັນຊາການທະຫານຊາຍແດນ ແລະ ທິມງານຈຳນວນ 6 ສະຫາຍ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ, ມີຄະນະຫ້ອງການ, ຫົວໜ້າຫ້ອງການ, ຫົວໜ້າ ປກສ,ປກຊ ເຂົ້າຮ່ວມ.
ຍສໝ - ການຄຸ້ມຄອງ ເສັ້ນຊາຍແດນ ທາງນໍ້າ ແລະ ທາງບົກຍາວຫຼາຍກວ່າ 200 ກິໂລແມັດ, ມີພື້ນທີ່ມີພູມສັນຖານອັນທຸລະກັນດານ, ສະພາບຄວາມສະຫງົບ, ການເມືອງ ມີການປ່ຽນແປງຢ່າງສັບສົນ, ຕັ້ງບັນຫາແຫ່ງຄວາມທ້າທາຍ ໃຫ້ແກ່ທະຫານຊາຍແດນແຂວງກວ້າງຈິ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນອະທິປະໄຕ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນການຈັດຕັ້ງປະຕິບັດໄດ້ຂອງກຳລັງປ້ອງກັນຊາຍແດນ ຂອງແຂວງສາລະວັນ ແລະ ແຂວງສະຫວັນນະເຂດ (ສປປ ລາວ), ໃນປີຜ່ານມາ ກອງທັບຊາຍແດນແຂວງກວ້າງຈິ ຍາມໃດກໍ່ຈັດຕັ້ງປະຕິບັດ ສໍາເລັດເປັນຢ່າງດີທີ່ສຸດພາລະໜ້າທີ່ຂອງຕົນ, ເປັນເສົາຄຳ້ອັນແໜ້ນໜາຂອງ ອຳນາດການປົກຄອງ ແລະ ປະຊາຊົນຕາມແນວຊາຍແດນ ຫວຽດນາມ-ລາວ.
ໃນທ້າຍອາທິດທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ປກສ, ປກຊ ລາວ ແລະ ຫວຽດນາມ ກ່ຽວກັບ ການປະສານສົມທົບຄຸ້ມຄອງປ້ອງກັນຊາຍແດນ ແລະ ເອກະພາບເນື້ອໃນງານພົບປະມິດຕະພາບຊາຍແດນ ລາວ-ຫວຽດນາມ ປະຈໍາປີ 2019.
ຍສໝ - ໃນຕອນບ່າຍວັນທີ 7 ກໍລະກົດ, ຢູ່ກອງບັນຊາການປ້ອງກັນຊາຍແດນ ໄດ້ຈັດຕັ້ງກອງປະຊຸມວຽກງານ ກະກຽມ ເພື່ອປະຕິບັດໂຄງການແລກປ່ຽນມິດຕະພາບຫວຽດນາມປີ 2019 ຢູ່ແຂວງ ກວ໋າງ ຈິ້. ທ່ານພົນຈັດຕະວາ ໂດ໋ ແຢ່ງ ເວືອງ, ເລຂາຄະນະພັກ ທະຫານປ້ອງກັນຊາຍແດນ ເປັນກຳກັບບັນຊາກອງປະຊຸມ.
ຍສໝ - ສູ້ຊົນນໍາວົງເງິນສົ່ງອອກລະຫວ່າງຫວຽດນາມ ແລະລາວ ໃຫ້ບັນລຸໄດ້ລະດັບເຕີບໂຕ 10% ໃນປີ 2019.
ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.
ກອງປະຊຸມສົ່ງເສີມການຮ່ວມມືການຄ້າຊາຍແດນ 4 ແຂວງພາກເໜືອຂອງລາວ ເຊິ່ງປະກອບມີ ແຂວງຊຽງຂວາງ, ຫົວພັນ, ຫລວງພະບາງ ແລະ ແຂວງຜົ້ງສາລີ ແລະ 4ແຂວງພາກ ເໜືອຂອງ ສສ ຫວຽດນາມຄື: ແຂວງເຫງະອານ, ເຊີນລາ, ແທ໋ງຮວາ ແລະ ແຂວງດຽນບຽນ ຈັດຂຶ້ນ ຢູ່ແຂວງຊຽງຂວາງ ໃນທ້າຍເດືອນມິຖຸນາ ຜ່ານມາ ໂດຍມີ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ທ່ານ ຫວູດັງແມ້ງ ຫົວໜ້າກົງສູນໃຫຍ່ປະຈຳພາກເໜືອລາວ ທີ່ນະຄອນຫລວງພະບາງ, ມີທ່ານຮອງເຈົ້າແຂວງໆຫົວພັນ, ຮອງເຈົ້າແຂວງໆຜົ້ງສາລີ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຍສໝ - ຄ້າຍທະຫານຊາຍແດນບ້ານຢ່າງ (ທະຫານຊາຍແດນແຂວງຮ່າຕິ໋ງ, ຫວຽດນາມ) ແລະກອງຮ້ອຍທະຫານຊາຍແດນ 311 (ກອງບັນຊາການທະຫານແຂວງຄໍາມ່ວນ, ລາວ) ຫາກໍ່ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນຕິດກັບສອງແຂວງຮ່າຕິ໋ງ-ຄໍາມ່ວນ.
ຍສໝ - ໃນທ້າຍເດືອນມິຖຸນາ, ຜູ້ຕາງຫນ້າຂອງບ້ານ ກາ ຕັ່ງ, ເມືອງ ລາວບາວ, ແຂວງ ກ້ວາງ ຈິ້ ແລະ ກອງທະຫານປ້ອງກັນຊາຍແດນ ລາວ ປ໊າວ, ກອງບັນຊາການທະຫານ ກ໊ວາງ ຈິ້ ໄດ້ມອບ 10,000 ຕົ້ນ ຢາງບົງ, ພ້ອມກັນນັ້ນກໍ່ຍັງໄດ້ແນະນໍາ ແລະ ຖ່າຍທອດເຕັກນິກ ໃນການດປູກ, ບຳລຸງຮັກສາ ໃຫ້ແກ່ຄົວເຮືອນໃນບ້ານ ແດນສະຫວັນ, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ.
ຍສໝ - ໃນລະຫວ່າງວັນທີ 28-29 ມິຖຸນາ. ຄ້າຍທະຫານຊາຍແດນຕາມເຮີ້ບ, ທະຫານຊາຍແດນແຂວງເງະອານ, ຫວຽດນາມ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 251 ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍຊາຍແດນຫວຽດນາມ-ລາວ.
ຍສໝ - ໃນຕອນເຊົ້າວັນທີ 27 ມິຖຸນາ, ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ, ທະຫານຊາຍແດນແຂວງກວ໋າງຈິ ແລະ ກອງຮ້ອຍປ້ອງກັນຊາຍແດນ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ, ລາວ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍ.
ຍສໝ - ໃນວັນທີ 20 ມິຖຸນາ, ສະມາຄົມນັກຮົບເກົ່າແຂວງ ເຊີນ ລາ ໄດ້ຈັດກອງປະຊຸມເພື່ອພົບປະເຈລະຈາ ແລະ ແລກປ່ຽນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານສະມາຄົມ ກັບ ຄະນະຜູ້ແທນສະມາຄົມນັກຮົບເກົ່າແຂວງ ຫົວພັນ ແຫ່ງ ສປປລາວ.