ຍສໝ - ຕອນເຊົ້າວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວ ໂດຍ ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບ ທ່ານປະທານປະເທດ ສສ ຫວຽດນາມ ເຈີນດ້າຍກວາງ.
ຍສມ - ເຊົ້າວັນທີ 25 ກັນຍາ, ຢູ່ທີ່ ຮ່າໂນ້ຍ ພະນະທ່ານ ປອ ພັນຄຳ ວິພາວັນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະການນຳຂັ້ນສູງຂອງພັກ-ລັດ ເຂົ້າໄຫວ້ອາໄລ ທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍ ກວາງ.
ຍສໝ - ຕອນເຊົ້າມື້ວັນທີ 26 ກັນຍາ, ຢູ່ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດພິທີເຂົ້າໄຫວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ.
ກາງເດືອນ ກັນຍາ 2018 ນີ້, ທ່ານ ພັອ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫລວງນໍ້າທາ ສປປ ລາວ ໄດ້ໃຫ້ຕ້ອນຮັບ ແລະ ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກັບ ທ່ານ ພັອ ເຈີນແອງຕ້ວນ ຄະນະປະຈຳພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການຕຳຫລວດ ແຂວງ ເຊີນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີເດີນທາງມາເຮັດວຽກ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ.
ຍສໝ - ວັນທີ 21 ກັນຍາ ທີ່ຜ່ານມາ, ເມື່ອຊາບຂ່າວ ສະຫາຍ ເຈີ່ນດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຖິງແກ່ສັນຍະກຳ , ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົ່ງຈົດໜາຍສະແດງຄວາມເສຍໃຈ ເຖິງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ໂດຍຜ່ານ ທ່ານ ເຈີ່ນວັນ ຕຸ໋ຍ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ.
ພະສົງ, ສຳມະເນ ສອງປະເທດ ລາວ-ຫວຽດນາມ ແລະ ບັນດາປະຊາຄົມຄົນຫວຽດນາມ ຢູ່ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນ ສູດພາວະນາ ໃຫ້ແກ່ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍ ກວາງ.
ຍສໝ - ໄຜ່ຜັນຢາກກັບຄືນບ້ານເກີດເມືອງນອນສ້າງສາພັດທະນາ, ນັກທຸລະກິດຊາຍໜຸ່ມ ເຫວ້ ດຳເນີນທຸລະກິດ ຫຼາຍຂົງເຂດ ປະສົບຜົນສຳເລັດຢູ່ແຜ່ນດິນ ລາວ.
ໃນຂອບເຂດການຢ້ຽມຢາມ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 18-22 ກັນຍາ ຂອງຄະນະພະນັກງານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ນໍາໜ້າໄດ້ສິ້ນສຸດຢ່າງຈົບງາມ.
ສປປ.ລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ຕໍ່ກັບການຈາກໄປຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ປະທານປະເທດ ສສ.ຫວຽດນາມ
ຍສໝ - ຕອນບ່າຍຂອງວັນທີ 20 ກັນຍາ ຢູ່ ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີອັດຊຸດຝືກອົບຮົມ “ ຄວາມຮູ້ ຄວາມສາມາດ ດ້ານວຽກງານການທູດ” ແລະ ຊຸດຝຶກອົບຮົມ ຄວາມສາມາດດ້ານການແປພາສາຕ່າງປະເທດ ໃຫ້ແກ່ ພະນັງານ ລັດຖະກອນກະຊວງ ການຕ່າງປະເທດ ສປປ ລາວ.
ໃນວັນທີ 19 ກັນຍາ 2018 ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຕ້ອນຮັບ ທ່ານ ຫງຽນ ງ໋ອກ ຮຸງ ປະທານສະພາກາແດງແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ, ເພື່ອເປັນການເສີມຂະຫຍາຍສາຍຮັດແໜ້ນສາຍພົວພັນມິດຕະພາບ ແລະ ທັງເປັນການຜັນຂະຫຍາຍກອບການຮ່ວມມື ລະຫວ່າງ ອົງ ການກາແດງລາວ ແລະ ສະພາກາແດງ ສສ.ຫວຽດນາມ ທີ່ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ໃນປີ 2013 ໃຫ້ປະສົບຜົນສຳເລັດ ແລະ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ໃນຕົ້ນອາທິດນີ້, ພິທີຕ້ອນຮັບທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ດໍາເນີນຢູ່ສໍານັກງານກະຊວງປ້ອງກັນປະເທດລາວ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ ເລືອງເກື່ອງ ແລະທ່ານພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ດໍາເນີນການພົບປະເຈລະຈາ.
ວັນທີ 18 ກັນຍາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ເລືອງ ເກື່ອງ ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ກັນຍາ 2018 ນີ້.
ຍສໝ - ຄະນະພະນັກງານ ກົມການເມືອງ ຂັ້ນສູງ ກອງທັບປະຊາຊົນຫວຽດນາມ ເດີນທາງໄປຢ້ຽມຢາມລາວ ແລະ ລາດສະອານາຈັດ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 18 ຮອດວັນທີ 22 ກັນຍາ.
ໃນວັນທີ 17 ກັນຍາ 2018 ທີ່ນະຄອນຫລວງວຽງຈັນ, ສະຖາບັນຄົ້ນຄວ້າ ນິຕິກຳສະພາແຫ່ງຊາດ ຮ່ວມກັບ ສະພາປະຊາຊົນ ນະຄອນໂຮ່ຈິມິງ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນ ນະຄອນໂຮ່ຈິມິງ ແລະ ສະພາປະ ຊາຊົນ ແຂວງພາກເໜືອ-ພາກກາງ ຂອງ ສປປ ລາວ ຂຶ້ນ
ໃນມໍ່ໆມານີ້, ຢູ່ວິທະຍາຄານພະລາທິການ, ກົມໃຫຍ່ພະລາທິການ ໄດ້ອັດຊຸດຝຶກອົບຮົມວຽກງານເສນາທິການພະລາທິການ, ນ້ຳມັນເຊື້ອໄຟ, ຂົນສົ່ງ ແລະຄ້າຍທະຫານໃຫ້ພະນັກງານກອງທັບປະຊາຊົນລາວ. ທ່ານພົນຈັດຕະວາ ເຈິ່ນຢຸຍຢາງ, ຫົວໜ້າກົມໃຫຍ່ພະລາທິການ ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນຳ.
ອາທິດທີ່ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນສະພາບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ ຄັ້ງທີ III.
ອາທິດທີ່ຜ່ານມາ, ຢູ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໄດ້ຮ່ວມກັນຖະແຫລງຜົນການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ, ໂດຍທ່ານ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ.
ວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຕີລາຄາສະພາບການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງວິທະຍາສາດ ແລະເຕັກໂນໂລຊີລາວ ນັບແຕ່ກອງປະຊຸມເທື່ອທີ 4 ຄະນະກໍາມະການຮ່ວມມືວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ-ລາວ.
ຍສໝ - ໃນວັນທີ 10-14 ກັນຍາ 2018 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ລາວແຟ ຊັນວີກ ໄດ້ເປີດງານສັບດາແຫ່ງ ການສະແດງອາພອນລະດັບສາກົນ 2018 ເພື່ອສະເຫລີມສະຫລອງ ຄົບ ຮອບ 5 ປີ ແຫ່ງການກໍ່ຕັ້ງ ລາວແຟຊັນວີກ ເຊິ່ງໃນປີນີ້ ໄດ້ມີນັກອອກແບບຊັ້ນນຳ ແລະ ມີຊື່ສຽງເຂົ້າຮ່ວມສະແດງຜົນງານຫລາຍກວ່າ 50 ທ່ານ.