ສະພາ ລາວ-ຫວຽດນາມ ສືບຕໍ່ແລກປ່ຽນບົດຮຽນຮ່ວມກັນ

08:52 | 18/09/2018

ໃນວັນທີ 17 ກັນຍາ 2018 ທີ່ນະຄອນຫລວງວຽງຈັນ, ສະຖາບັນຄົ້ນຄວ້າ ນິຕິກຳສະພາແຫ່ງຊາດ ຮ່ວມກັບ ສະພາປະຊາຊົນ ນະຄອນໂຮ່ຈິມິງ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນ ນະຄອນໂຮ່ຈິມິງ ແລະ ສະພາປະ ຊາຊົນ ແຂວງພາກເໜືອ-ພາກກາງ ຂອງ ສປປ ລາວ ຂຶ້ນ

ສະພາ ລາວ-ຫວຽດນາມ ສືບຕໍ່ແລກປ່ຽນບົດຮຽນຮ່ວມກັນ

ບັນຍາກາດກອງປະຊຸມ.

ໂດຍການເປັນປະທານຂອງ ທ່ານ ຄຳເຜີຍ ປານມາໄລທອງ ຫົວໜ້າ ສະຖາບັນຄົ້ນຄວ້າ ນິຕິກຳສະພາແຫ່ງຊາດ, ທ່ານ ນາງ ຫງວຽນ ທິ ກວຽດ ເຕີມ ຮອງເລຂາຄະນະພັກນະ ຄອນ, ປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ.

ກອງປະຊຸມຄັ້ງນີ້, ທ່ານ ນາງ ຫງວຽນ ທິ ກວຽດ ເຕີມ ໄດ້ສະເໜີບົດຮຽນ ຂອງສະພາປະຊາ ຊົນນະຄອນໂຮ່ຈິມິງ ໃນບັນດາຫົວຂໍ້ຕ່າງໆ ເຊັ່ນ: ປະສົບການໃນການຄົ້ນຄວ້າ ແລະ ພິຈາລະນາຮັບ ຮອງເອົາ ແຜນງົບປະມານຂອງທ້ອງຖິ່ນ, ປະສົບການໃນການນໍາໃຊ້ ຜົນຂອງການກວດສອບແຫ່ງລັດ ຂອງສະພາ ປະຊາຊົນນະຄອນໂຮ່ຈິມິງ, ປະສົບການໃນການຄົ້ນຄວ້າ ແລະ ຮັບຮອງເອົາຕົວເລກ GDP, ປະສົບການໃນການພິຈະລະນາ ຄົ້ນຄວ້າ ແລະ ຮັບຮອງເອົາແຜນພັດທະນາ ເສດຖະກິດ-ສັງ ຄົມ ຂອງນະຄອນໂຮ່ຈິມິງ.

ໃນໂອກາດນີ້, ທ່ານ ຄຳເຜີຍ ປານມາໄລທອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ ຫງວຽນ ທິ ກວຽດ ເຕີມ ທີ່ໄດ້ນຳເອົາບົດຮຽນ ຂອງສະພານະຄອນໂຮ່ຈິມິງ ມາເຜີຍແຜ່ໃນຄັ້ງນີ້, ເຊິ່ງເປັນການສືບຕໍ່ ເສີມຂະຫຍາຍການພົວພັນການ ຮ່ວມມື ລະຫ່ວາງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ. ທ່ານ ຄຳເຜີຍ ປານມາໄລທອງ ໃຫ້ຮູ້ຕື່ມວ່າ: ສະພາປະຊາຊົນຂັ້ນແຂວງ ຂອງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນກາງປີ 2016 ແລະ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ, ກົດໝາຍ, ເຊິ່ງມີຜົນງານ ແລະ ຜົນສຳເລັດຫລາຍໆດ້ານ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.