ຍສໝ - ໃນບໍລິເວນຊາຍແດນຕິດກັບປະເທດລາວ, ຜູ້ນຳກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໄດ້ປະສານງານກັບຄ້າຍທະຫານ ເຫອງເລີບ ໄດ້ຈັດຕັ້ງການມອບຂອງຂວັນສະໜັບສະໜູນ ໃຫ້ກຳລັງປະຕິບັດໜ້າທີ່ ແລະ ປະຊາຊົນປະເທດລາວ.
ຍສໝ - ເພື່ອເພີ່ມທະວີການປ້ອງກັນການລະບາດ ຂອງພະຍາດ COVID-19 ໃນເຂດຊາຍແດນຫວຽດນາມ - ລາວ, ກອງບັນຊາການທະຫານຊາຍແດນ ແຂວງດ້ຽນບຽນ ໄດ້ມອບອຸປະກອນການແພດ ລວມມູນຄ່າເກືອບ 100 ລ້ານດົ່ງ ໃຫ້ກອງບັນຊາການທະຫານຊາຍແດນ ຂອງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.
ຍສໝ - ການສະໜັບສະໜູນ ໂດຍທະຫານຊາຍແດນ ແຂວງເທື່ອທຽນ - ເຫວ້ ໃນຄັ້ງນີ້ ປະກອບເຂົ້າສານ 2,5 ໂຕນ, ຜ້າບັງປາກທາງການແພດ 500 ແຜ່ນ, ນໍ້າຢາຂ້າເຊື້ອພະຍາດ 220 ຕຸກ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆ ລວມມີ: ໝີ່ກຸ້ງ, ນ້ຳມັນປຸງແຕ່ງ, ນ້ຳປາ, ເກືອ...
ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.
ຍສໝ - ເພື່ອແນໃສ່ແບ່ງປັນ, ຊ່ວຍເຫຼືອກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ ທີ່ພວມປະຕິບັດໜ້າທີ່ຢູ່ຕາມເສັ້ນຊາຍແດນກ່ຽວກັບວຽກງານປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19. ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ໄດ້ມອບຜ້າອັດປາກ-ອັດດັງ 5.000 ອັນ, ເຈວລ້າງມື 450 ແກ້ວ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 4 ຊຸດ.
ຍສໝ - ວັນທີ 2 ເມສາ, ຄະນະຜູ້ແທນທະຫານຊາຍແດນ ແຂວງກວາງຈີ້ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນປະກອບມີ ຜ້າບັງປາກ, ຢາວິຕາມິນ C, ຖົງມືການແພດ, ທາດລະລາຍຂ້າເຊື້ອ…ໃຫ້ພະນັກງານ, ນັກຮົບກອງຮ້ອຍ 322 ແລະ ປ້ອມຕຳຫຼວດ 92 ສປປ.ລາວ ຢູ່ຊາຍແດນ.
ຍສໝ - ພາບພົດຂອງພະນັກງານ, ທະຫານປ້ອງກັນຊາຍແດນເຊິ່ງນອນ ຢູ່ ກາງແຈ້ງ, ກິນເຂົ້າດ້ວຍຄວາມຟ້າວຟັ່ງ... ໃນຂະບວນການຕໍ່ຕ້ານ COVID - 19 ໄດ້ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງກອງທັບປະຊາຊົນຫວຽດນາມວິລະຊົນ.
ຍສໝ - ນັບແຕ່ວັນທີ 1 ເມສາ, ລັດຖະບານ ຫວຽດນາມ ໄດ້ຢຸດຕິຄົນເຂົ້າເມືອງຊົ່ວຂາວສໍາລັບບັນດາບຸກຄົນທີ່ບັນດາດ່ານຊາຍແດນສະກົນ ແລະ ດ່ານຊາຍແດນປະເພນີ ຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ ແລະ ຫວຽດນາມ - ລາວ.
ຍສໝ - ອຳນາດການປົກຄອງ ແຂວງຮ່າຢາງ (ກຽນຢາງ) ໄດ້ມອບນໍ້າຢາລ້າງມືຂ້າເຊື້ອແມ່ພະຍາດຈຳນວນ 100 ແກັດ ແລະ ຜ້າປິດປາກ 5.500 ຜືນ ໃຫ້ແກ່ທະຫານຊາຍແດນກໍາປູເຈຍ.
ຍສໝ - ເພື່ອຄວບຄຸມສະພາບພະຍາດ COVID-19, ແຂວງກວາງນາມ ໄດ້ຕັ້ງ ປ້ອມ 15 ປ້ອມ ເພື່ອກວດກາ, ຄວບຄຸມຊາຍແດນຫວຽດນາມ - ລາວ.
ຍສໝ - ເມື່ອບໍ່ດົນມານິ້, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມີໜັງສືທາງການເລກທີ 789 ທີ່ແຈ້ງກ່ຽວກັບການປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນ ຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19.
ຍສໝ - ທະຫານປ້ອງກັນຊາຍແດນ ໄດ້ປິດກັ້ນຊາຍແດນຫວຽດນາມ - ລາວ ຢູ່ ແຂວງກວາງຈີ້ ດ້ວຍຈິດໃຈ “ ບໍ່ໃຫ້ເກີດການລະບາດໃໝ່”.
ຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ ທີ່ມີຄວາມຍາວກວ່າ 200 ກິໂລແມັດ ໄປຜ່ານແຂວງກວ໋າງບີ່ງ ມີບາງດ່ານຊາຍແດນ ແລະບ່ອນພັກພາອາໄສຂອງປະຊາຊົນເຜົ່າສ່ວນໜ້ອຍ. ໃນຊຸມວັນຜ່ານມາ, ອຳນາດການປົກຄອງຂັ້ນຕ່າງໆພ້ອມກັບບັນດາກໍາລັງທີ່ກ່ຽວຂ້ອງໄດ້ຕັ້ງໜ້າປ້ອງກັນ, ຕ້ານເຊື້ອພະຍາດ Covid-19.
ຍສໝ - ຫຼາຍປະເທດຍັງໄດ້ຜັນຂະຫຍາຍບັນດາມາດຕະການທາງການທູດຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນຕື່ມອີກຄື: ປິດປະຕູເຂດຊາຍແດນ, ຫ້ານການເຂົ້າເມືອງ, ຫ້າມບິນ….
ໜັງສືພິມ ''Khmer time'' ໄດ້ອອກຂ່າວໃນວັນທີ 10 ກຸມພາ 2020 ທີ່ໄດ້ກ່າວອ້າງວ່າ “ ຊາຍແດນລາວ-ກຳປູເຈຍ ມີສະພາບເຄັ່ງຕຶງ ໃນໄລຍະ 2-3 ປີ ທີ່ຜ່ານມາ ເນື່ອງຈາກວ່າທະຫານລາວ ໄດ້ລ່ວງລ້ຳ ເຂົ້າໃນເມືອງແສບ, ແຂວງ ເພຣຍວິເຮຍ ໃນປີ 2019 ແລະ ເຂດພື້ນທີ່ມອມເບ, ແຂວງຊຽງແຕງ ໃນປີ 2017 ແລະ ກຳປູເຈຍ ກໍໄດ້ມີການຕອບໂຕ້ ໂດຍໄດ້ສົ່ງກອງທະຫານ ໄປບໍລິເວນດັ່ງກ່າວ”.
ຍສໝ - ຫຼາຍປະເທດໄດ້ພ້ອມກັນເພີ່ມທະວີບັນດາຕະການປ້ອງກັນ, ຕ້ານໂລກລະບາດ Covid-19 ພ້ອມກັນປິດປະຕູເຂດຊາຍແດນ.
ຍສໝ - ຕາມຂໍ້ມູນຂ່າວຈາກສະຖານທູດ ຫວຽດນາມ ປະຈຳຢູ່ລາວ, ເພື່ອປ້ອງກັນ ແລະ ຕ້ານເຊື້ອພະຍາດCovid - 19, ວັນທີ່ 12 ເດືອນມີນາ, ເຈົ້າໜ້າທີ່ແຂວງຫົວພັນ,ລາວ ໄດ້ອອກແຈ້ງການກ່ຽວກັບວຽກຈະປິດປະຕູຊາຍແດນຈຳນວນໜຶ່ງ ທີ່ຕິດກັບປະເທດ ຫວຽດນາມ ຢ່າງຊົ່ວຄາວ.
ຍສໝ - ຄ້າຍທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ມອບຂອງຂວັນ ຈຳນວນ 60 ສ່ວນປະກອບມີເຄື່ອງທີ່ຈຳເປັນເຊັ່ນ: ເຂົ້າ, ນ້ຳມັນປຸງແຕ່ງ, ນ້ຳປາ, ເຄື່ອງນຸ່ງ ... ເຊິ່ງລວມມູນຄ່າທັງໝົດຫຼາຍກ່ວາ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.
ກວ່າ 5 ປີຜ່ານມາ, ປະຊາຊົນບ້ານທົ່ງແປ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ (ປະເທດລາວ) ໄດ້ມີຄວາມລື້ງເຄີຍກັບຮູບພາບທ່ານພັນຕີ, ທ່ານໝໍ ຫງວຽນຫວຽດດຶກ ແລະນາຍໝໍອີກສອງຄົນຢູ່ສຸກສາລາບ້ານທົ່ງແປ ທີ່ຂະຫຍັນໝັ່ນພຽນກວດ, ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໃຫ້ແກ່ພໍ່ແມ່ປະຊາຊົນໃນແຕ່ລະວັນ.
ຍສໝ - ແຕ່ວັນທີ 11-12 ກຸມພາ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ຈັດຂື້ນກອງປະຊຸມພົບປະເຈລະຈາຄະນະຜູ້ແທນຊ່ຽວຊານຊາຍແດນຫວຽດນາມ - ລາວ ເພື່ອແລກປ່ຽນເນື້ອໃນການກະກຽມໃຫ້ແກ່ ກອງປະຊຸມທົບທວນສອງຝ່າຍ ເພື່ອຜັນຂະຫຍາຍຮູບແບບການກວດກາ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານປະຕູຊາຍແດນສາກົນລາວບາວ (ແຂວງກວາງຈີ້, ປະເທດຫວຽດນາມ) - ແດນສາຫວັນ (ແຂວງສະຫວັນນະເຂດ, ປະເທດລາວ).