ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນ, ເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ
ວັນທີ 12 ສິງຫາ, ຢູ່ແຂວງເຊີນລາ ໄດ້ດຳເນີນການພົບປະເຈລະຈາປະຈຳປີ 2025 ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ).
ວັນທີ 12 ສິງຫາ, ຢູ່ແຂວງເຊີນລາ ໄດ້ດຳເນີນການພົບປະເຈລະຈາປະຈຳປີ 2025 ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ).
ຍສໝ - ຕອນເຊົ້າວັນທີ 11 ສິງຫາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານພົນໂທ ວົງສອນ ອິນພັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ.
ຍສໝ - ຕາມນັກຂ່າວສຳນັກຂາວສ່ານຫວຽດນາມ ປະຈຳ ລາວ, ຕອນບ່າຍວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານແຂ່ງຂັນ Pickleball ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (1945 – 2025) ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2025).
ຍສໝ - ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ແມ່ນວິສາຫະກິດມີການລົງທຶນຕ່າງປະເທດ ດຳເນີນທຸລະກິດໃນຂົງເຂດຂົນສົ່ງສິນຄ້າຢູ່ທ່າກຳປັ່ນ ຫວູງອາງ (ແຂວງ ຮ່າຕິ້ງ). ນີ້ແມ່ນຫົວໜ່ວຍທີ່ໄດ້ປະຕິບັດບັນດາລະບອບ, ນະໂຍບາຍ ແລະ ເກື້ອກູນໃຫ້ຜູ້ແຮງງານເປັນຢ່າງດີ, ໄດ້ສະເໜີໃຫ້ກຽດເປັນ “ວິສາຫະກິດເພຶ່ອໃຫ້ຄົນງານ ໃນປີ 2025”.
ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.
ຍສໝ - ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ໜັງສືພິມກອງທັບປະຊາຊົນ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມສື່ມວນຊົນໃຫ້ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ.
ຍສໝ - ຕອນບ່າຍວັນທີ 31 ກໍລະກົດ, ຢູ່ແຂວງ ກວາງຈີ້, ໄດ້ດຳເນີນການພົບປະກັບຄະນະຄູອາຈານ ແລະ ນັກສຶກສາດີເດັ່ນຂອງໂຮງຮຽນສອງພາສາລາວ - ຫວຽດນາມ ຫງວຽນຢູ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ວັນທີ 17 ກໍລະກົດ 2025, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ໄຂເປີດງານຕະຫຼາດນັດສິນຄ້າຫວຽດນາມ - ລາວ 2025 (VIETLAO EXPO 2025). ນີ້ແມ່ນເຫດການສົ່ງເສີມການຄ້າໃຫຍ່ທີ່ສຸດໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງອຸດສາຫະກຳການຄ້າລາວ ເປັນປະທານຮ່ວມ, ມອບໝາຍໃຫ້ກົມສົ່ງເສີມການຄ້າສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງນັບແຕ່ປີ 2007 ເປັນຕົ້ນມາ.
ຍສໝ - ວັນທີ 28 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ຮກສາການຄະນະ ພົວພັນຕ່າງປະເທດສູນກາງພັກ ລາວ ບຸນເລີດ ພັນທະນຸວົງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ - ລາວ, ພ້ອມທັງແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາໃນໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ເກີດຂຶ້ນແຕ່ວັນທີ 25-27 ກໍລະກົດ, ພິທີສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ໄດ້ຈັດຂຶ້ນຢູ່ແຂວງ ຊຽງຂວາງ (ລາວ) ແມ່ນລາຍການພິເສດທີ່ມີຄວາມໝາຍເລິກເຊິ່ງ ເພື່ອລະນຶກເຖິງບັນດາວິລະຊົນ, ພະນັກງານ, ນັກຮົບທີ່ເຄີຍປະຕິບັດໜ້າທີ່ສາກົນ, ປະກອບສ່ວນປົກປັກຮັກສາສັນຕິພາບ ແລະ ເພີ່ມພູນຄູນສ້າງມິດຕະພາບລະຫວ່າງສອງປະເທດ.
ຍສໝ - ງານມະໂຫລານ “ຮ້ອງເພງມິດຕະພາບຫວຽດນາມ - ລາວ” ຄັ້ງທີ 6 ໃນປີ 2025 ໄດ້ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕ້ອນຮັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກຄັ້ງທີ 14, ຕ້ອນຮັບກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ຄັ້ງທີ 4 ພາຍຫຼັງການສົມທົບ.
ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.
ຍສໝ - ພາຍຫຼັງປີ 1975, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ຈາກການເປັນພັນທະມິດຕໍ່ສູ້ຕ້ານສັດຕູຮ່ວມກັນ ແລະ ຍາດໄດ້ໄຊຊະນະ, ໄດ້ເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນມິດຕະພາບ ແລະ ການຮ່ວມມືຮອບດ້ານ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ,ຄະນະກໍ່ສ້າງເລກທີ 64 - ຫົວໜ່ວຍຂຶ້ນກັບກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ, ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ບັນດາການນໍາກະຊວງ, ສະຖານທູດ ແລະ ພະນັກງານ-ລັດຖະກອນ 300 ກວ່າຄົນ.
ຍສໝ - ວັນທີ 5 ມິຖຸນານີ້, ຄ້າຍທະຫານປ້ອງກັນຊາຍແດນດ່ານສາກົນ ນໍ້າກັ້ນ (ທະຫານປ້ອງກັນຊາຍແດນ ເຫງ້ອານ) ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 221 (ກອງບັນຊາການທະຫານແຂວງຊຽງຂວາງ, ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນແຕ່ຫຼັກ 403 ຫາຫຼັກ 404.
ຍສໝ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານຮັກສາການຫົວໜ້າຄະນະການຕ່າງປະເທດສູນກາງລາວ ບຸນເລີດ ພັນທະນູວົງ, ຕອນບ່າຍວັນທີ 2 ມິຖຸນານີ້ ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການເຈລະຈາກັບທ່ານຮັກສາການຫົວໜ້າຄະນະການຕ່າງປະເທດສູນກາງລາວ ບຸນເລີດ ພັນທະນູວົງ.
ຍສໝ - ສິ່ງສຳຄັນທີ່ພາໄປເຖິງໄຊຊະນະໃນວັນທີ 30 ເມສາ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ
ຍສໝ - ວັນທີ 22 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ໄຂງານວາງສະແດງຮູບພາບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ມີເກືອບ 300 ຜົນງານໄດ້ສ້າງບົດເລື່ອງທີ່ມີສີສັນສົດໃສກ່ຽວກັບບັນດາເຫດການພົ້ນເດັ່ນໃນສົງຄາມຕໍ່ສູ້ກູ້ຊາດຂອງປະຊາຊົນຫວຽດນາມ ແລະ ຄວາມສາມັກຄີແບບພິເສດຫວຽດນາມ - ລາວ.
ຍສໝ - ວັນທີ 21 ເມສາ, ທີ່ສູນສຶກສາຫວຽດນາມ ຢູ່ມະຫາວິທະຍາໄລ Ratjabhat Udon Thani, ພາກຕາເວັນອອກສ່ຽງເໜືອຂອງໄທ, ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພາສາຫວຽດ ພື້ນຖານສຳລັບທຸກເປົ້າໝາຍໃນປີ 2025 ຢູ່ແຂວງ Udon Thani, ບັນດາແຂວງໃກ້ຄຽງໃນພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ນະຄອນຫຼວງວຽງຈັນ.
ຍສໝ - ນັກສຶກສາລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມງານບຸນປີໃໝ່ລາວ ແລະ Chol Chnam Thmey (ກຳປູເຈຍ) ທີ່ດຳເນີນຢູ່ນະຄອນ ໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ ໃນຕອນຄ່ຳວັນທີ 15 ເມສາ.