ຍສໝ - ຕອນເຊົ້າວັນທີ 13 ພະຈິກ ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີລາຍງານຜົນງານຕໍ່ລຸງໂຮ່ ໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນປະເພນີ (17 ພະຈິກ 1950 - 17 ພະຈິກ 2025) ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ໄລຍະ 2025-2030. ລາຍການດັ່ງກ່າວໄດ້ດຳເນີນຢ່າງສະຫງ່າງາມ ໂດຍມີການເຂົ້າຮ່ວມຂອງຜູ້ນຳສະຫະພັນ ແລະ ພະນັກງານ, ຜູ້ແຮງງານທຸກຄົນ.
ຍສໝ - ໃນສະພາບການຫວຽດນາມ ຍູ້ແຮງການຜັນຂະຫຍາຍແຜນການນະໂຍບາຍການທູດເສດຖະກິດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດ, ບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ສິງກະໂປ (VSFA) ໄດ້ມີການປ່ຽນແປງຢ່າງເໝາະສົມ, ສົມທົບກັນຢ່າງແໜ້ນແຟ້ນໃນການທູດປະຊາຊົນ ແລະ ການທູດເສດຖະກິດ. ບັນດາຂໍ້ລິເລີ່ມ ແລະ ບັນດາໂຄງກະທຳຂອງສະມາຄົມ ຍາມໃດກໍ່ມຸ່ງໄປເຖິງປະຊາຊົນ ແລະ ປະຊາຄົມ, ຕິດພັນ ແລະ ປະຕິບັດຢ່າງແທດຈິງບັນດາໂຄງການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2 ທັນວາ 1960 – 2 ທັນວາ 2025), ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ແບ່ງປັນກັບວາລະສານ ຍຸກສະໄໝ ກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.
ຍສໝ - ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ມີບົດບາດເປັນຂົວຕໍ່ທີ່ໜ້າເຊື່ອຖື, ສ້າງເງື່ອນໄຂໃຫ້ສະມາຄົມວິສາຫະກິດ ຫວຽດນາມ ຢູ່ ຈີນ ເຊື່ອມຕໍ່ກັບບັນດາວິສາຫະກິດ, ອົງການຈັດຕັ້ງທີ່ມີຊື່ສຽງຂອງຈີນ, ໄດ້ຊ່ວຍໃຫ້ເຂົາເຈົ້າມີໂອກາດພົວພັນ, ແລກປ່ຽນ ແລະ ເຮັດວຽກໂດຍກົງກັບບັນດາຄູ່ຮ່ວມມືຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນບັນດາການແບ່ງປັນຂອງທ່ານນາງ ປອ. ຈາມີ, ປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຈີນ ກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນເມື່ອຮ່ວມມືກັບ VUFO.
ຍສໝ - ປີ 1950, ສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ໄດ້ເຂົ້າສູ່ສະພາບການໃໝ່, ເມື່ອການປະຕິວັດຫວຽດນາມ ມີການພົວພັນທາງການທູດກັບກຳລັງປະຕິວັດໂລກ, ໃນນັ້ນມີສະຫະພາບໂຊວຽດ ແລະ ຈີນ, ຄະນະກຳມະການປົກປັກຮັກສາສັນຕິພາບໂລກຂອງຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທະຫານຫວຽດບັກ ເປັນອົງການການຕ່າງປະເທດປະຊາຊົນແຫ່ງທຳອິດ, ອົງການທຳອິດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະຈຸປັນ.
ຍສໝ - ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
ຍສໝ - ພາຍຫຼັງເກືອບ 3 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດານັງ (ສະຫະພັນ ດານັງ) ໄດ້ຢັ້ງຢືນທີ່ຕັ້ງຂອງຕົນເປັນຈຸດທີ່ສົດໃສໃນວຽກງານການຕ່າງປະເທດຂອງປະຊາຊົນ - ຮູບແບບການດຳເນີນງານຢ່າງມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກັບເພື່ອນມິດສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຊື່ອມໂຍງນະຄອນບົນແມ່ນ້ຳຮ່ານ.
ຍສໝ - ໃນໄລຍະ 2 ປີ 2024-2025, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ເປັນປະທານ ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງບັນດາການຢ້ຽມຢາມ ແລະເຮັດວຽກຂອງບັນດາການນຳພັກ, ລັດຢູ່ຫຼາຍປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນ.
ຍສໝ - ຜ່ານການພົວພັນທາງການທູດປະຊາຊົນ, ສານໄກ່ເກ່ຍໄດ້ຮັບການຖ່າຍທອດ ແລະ ຮັບຮູ້ຈາກການນຳຂອງສອງປະເທດ. ແມ່ນຄວາມມານະພະຍາຍາມຂອງການທູດປະຊາຊົນ, ໂດຍມີສະມາຄົມຫວຽດນາມ - ອາເມລິກາເປັນຫຼັກ, ຜ່ານບັນດາຮູບການເຊື່ອມຕໍ່ບັນດາອົງການ, ບຸກຄົນຂອງ ອາເມລິກາ ທີ່ສະໜັບສະໜູນການຫັນເປັນປົກກະຕິ ແລະ ສ້າງຕັ້ງການພົວພັນກັບ ຫວຽດນາມ, ນັ້ນແມ່ນປັດໄຈຊຸກຍູ້ການຫັນເປັນປົກກະຕິ ແລະ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ ໃນວັນທີ 12 ກໍລະກົດ 1995.
ຍສໝ - ນີ້ແມ່ນບົດສະຫຼຸບບາງຢ່າງຈາກປະສົບການສ່ວນຕົວໃນຂະບວນການປະຕິບັດງານທີ່ທ່ານນາງ ເຈີ່ນທິຊວານແອ່ວງ, ຫົວໜ້າຄະນະອາຊີ - ອາຟະລິກາ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ແບ່ງປັນໃຫ້ແກ່ວາລະສານຍຸກສະໄໝ.
ຍສໝ - ເມື່ອເບິ່ງຄືນ 75 ປີແຫ່ງການທູດປະຊາຊົນກັບປະຊາຊົນ, ພວກເຮົາຮັບຮູ້ຢ່າງເລິກເຊິ່ງກວ່າວ່າ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານບໍ່ພຽງແຕ່ເປັນກະແສຂອງສິນຄ້າວັດຖຸເທົ່ານັ້ນ, ແຕ່ຍັງເປັນການໄຫຼເຂົ້າຂອງຄວາມເຊື່ອໝັ້ນ ແລະ ມະນຸດສະທຳອີກດ້ວຍ.
ຍສໝ - ພວກເຮົາຈະເຮັດແນວໃດໃນອະນາຄົດເພື່ອເຮັດໃຫ້ຄວາມຮັກແພງຂອງປະຊາຊົນຫວຽດນາມທີ່ມີຕໍ່ປະຊາຊົນບັນດາປະເທດນັບມື້ນັບເຕີບໃຫຍ່ເຂັ້ມແຂງ? ຈາກຄວາມເປັນຫ່ວງນັ້ນ, ເພື່ອນມິດສາກົນໄດ້ສົ່ງຂໍ້ລິເລີ່ມ ແລະ ຄຳແນະນຳຢ່າງຈິງໃຈຂອງຫວຽດນາມ…
ຍສໝ - ຫວຽດນາມ ໃນປະຈຸບັນແມ່ນຈຸດເຊື່ອມໂຍງຂອງບັນດາຄຸນຄ່າມູນເຊື້ອແລະ ຄຸນນະພາບທີ່ທັນສະໄໝ… ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດສາກົນເມື່ອມາເຖິງພວກເຮົາໃນທຸກວັນນີ້.
ຍສໝ - ທ່ານປະທານໂຮ່ຈີມິນເຄີຍກ່າວວ່າ “ກຳລັງ, ຄວາມຍິ່ງ, ຄວາມອົດທົນຂອງປະຊາຊົນຫວຽດນາມ ແມ່ນພື້ນຖານໃນຄວາມສາມັກຄີຂອງປະຊາຊົນຫວຽດນາມ ແລະ ການສະໜັບສະໜູນຂອງປະຊາຊົນໃນໂລກ… ຄວາມສາມັກຄີສາກົນມີຄວາມໝາຍສຳຄັນທີ່ສຸດສຳລັບພວກເຮົາ”. ປະຫວັດແຫ່ງການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໄດ້ບັນທຶກການປະກອບສ່ວນອັນໃຫຍ່ຫຼວງຂອງການທູດປະຊາຊົນ. ສະພາບຕົວຈິງຂອງການເດີນທາງ 75 ປີແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະແດງໃຫ້ເຫັນບັນດາກຳລັງແຮງທີ່ເປັນເອກະລັກສະເພາະຂອງການທູດປະຊາຊົນຫວຽດນາມ.
ຍສໝ - ວັນທີ 21 ຕຸລາ, ສະຫະພັນອົງການມິດຕະພາບແຂວງດຽນບຽນໄດ້ຈັດການປະຊຸມໃຫຍ່ຄັ້ງທຳອິດ, ສຳລັບວາລະ 2025–2030. ການປະຊຸມໄດ້ມີຄວາມເຫັນພ້ອມສູງກ່ຽວກັບທິດທາງການດຳເນີນງານໃນວາລະ 2025–2030, ໂດຍເນັ້ນໃຫ້ຄວາມສຳຄັນກັບການຍົກສູງຄວາມຮັບຮູ້ໃນທັ້ງລະບົບການເມືອງ ກ່ຽວກັບຄວາມສຳຄັນຂອງການທຳງານຕ່າງປະເທດຂອງປະຊາຊົນ; ປ່ຽນແປງເນື້ອໃນ, ວິທີການດຳເນີນງານ; ເພີ່ມທະວີການນຳໃຊ້ເທັກໂນໂລຊີດິຈິຕອນ, ສື່ສານທັນສະໄໝ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບເປົ້າໝາຍການພັດທະນາເສດຖະກິດ–ສັງຄົມ, ການປົກປ້ອງອະທິປະໄຕເຂດແດນຊາດ.
ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່.
ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ.
ຍສໝ - ອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈະສືບຕໍ່ນະວັດຕະກໍາ, ຫັນເປັນມືອາຊີບ, ລະດົມທົ່ວສັງຄົມເຂົ້າຮ່ວມ ແລະ ສ້າງພື້ນຖານການທູດປະຊາຊົນທີ່ກ້າຫານ, ທັນສະໄໝ ແລະ ມີປະສິດທິຜົນໃນຍຸກໂລກາພິວັດ, ສະຫາຍ ຫງວຽນທິທູຮ່ວາ, ກຳມະການສູນກາງພັກ, ຮອງເລຂາທິການຜູ້ປະຈຳຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນເມື່ອກ່າວຄຳປາໄສຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກອົງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ອາຍຸການ 2025 - 2030 ໃນວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ມີການພົບປະເຈລະຈາກັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຄຳເພົາ ເອີນທະວັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກປະສານງານເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk.