ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.
ຍສໝ - ແຕ່ວັນທີ 19-21 ພະຈິກນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນ ອາຊີ - ປາຊີຟິກ ເພື່ອຕີລາຄາ 30 ປີແຫ່ງການປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານການກະທຳ ປັກກິ່ງ ຢູ່ ບັງກອກ, ປະເທດ ໄທ.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 17 ພະຈິກ ຕາມເວລາຫວຽດນາມ), ທ່ານ ເລືອງເກື່ອງ ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກ Lima, ສິ້ນສຸດການຢ້ຽມຢາມ ສ. ຈີເລ ແລະ ສ. ເປຣູ ຢ່າງເປັນທາງການ ກໍ່ຄືເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) 2024 ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະໝາກຜົນຂອງການປະຕິບັດງານ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນສຸດຍອດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ G20 ຢູ່ ບຣາຊິນ ແລະ ໄປຢ້ຽມຢາມ ສາທາລະນະລັດ Dominican ຢ່າງເປັນທາງການ.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 ແລະ ການປະຕິບັດງານຢູ່ຈີນ, ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ນະຄອນ ຄຸນໝິງ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງ ຢຸນນານ.
ຍສໝ - ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມຮ່ວມມື GMS, ACMECS ແລະ CLMV ໄດ້ຈັດຂຶ້ນພາຍຫຼັງ 6 ປີ, ແມ່ນໂອກາດເພື່ອໃຫ້ບັນດາການນຳປຶກສາຫາລືທິດທາງການຮ່ວມມື, ຊ່ວຍໃຫ້ບັນດາກົນໄກກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໝັ້ນຄົງ.
ຍສໝ - ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ກາຕາ ຢ່າງຈົບງາມ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບ ກາຕາ ແລະມີຄວາມໝາຍພິເສດດັ່ງລຸ່ມນີ້.
ຍສໝ -ວັນທີ 2 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບການປ່ຽນແປງໃໝ່ການສຶກສາ ແລະກໍ່ສ້າງ ເປັນປະທານກອງປະຊຸມ ປີ 2024 ຂອງຄະນະກໍາມະການ ເພື່ອປຶກສາຫາລືກ່ຽວກັບຮ່າງໂຄງການດໍາເນີນງານຂອງລັດຖະບານປະຕິບັດຂໍ້ສະຫຼຸບເລກທີ 91-KL/TW ລົງວັນທີ 12 ສິງຫາ 2024 ຂອງກົມການເມືອງ ວ່າດ້ວຍການສືບຕໍ່ປະຕິບັດມະຕິເລກທີ 29-NQ/TW ລົງວັນທີ 4 ພະຈິກ 2013 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI “ກ່ຽວກັບການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ-ກໍ່ສ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດເປັນອຸດສາຫະກໍາ ແລະທັນສະໄໝ ໃນເງື່ອນໄຂເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ ແລະເຊື່ອມໂຍງເຂົ້າກັບສາກົນ”.
ຍສໝ - ຕາມຄຳເຊີນຂອງທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ, ປະເທດປະທານ BRICS ປີ 2024, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນແຂກຖືກເຊີນ.
ຍສໝ - ທີ່ກອງປະຊຸມ, ສະແດງຄວາມເຫັນດີເຫັນພ້ອມກັບຫົວຂໍ້ອາຊຽນ 2024 ກ່ຽວກັບ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີວ່າ ກວ່າເວລາໃດໝົດ, ອາຊຽນ ຕ້ອງຖືການສ້າງຄວາມເຂັ້ມແຂງດ້ວຍຕົນເອງເປັນພື້ນຖານເພື່ອບືນຂຶ້ນ, ຖືການເຊື່ອມຕໍ່ເປັນຈຸດສຸມເພື່ອບຸກທະລຸ ແລະຖືການປ່ຽນແປງໃໝ່ປະດິດຄິດສ້າງເປັນກໍາລັງໜູນເພື່ອນໍາໜ້ານໍາພາ. ບົນພື້ນຖານນັ້ນ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນບັນດາທິດທາງສຳຄັນຂອງອາຊຽນ ໃນໄລຍະຈະມາເຖິງ.
ຍສໝ - ວັນທີ 8 ກັນຍາ, ໃນຂອບເຂດງານບຸນ ຫວຽດນາມ ຢູ່ Kanagawa 2024, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງແຂວງ Kanagawa ເພື່ອຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.
ຕອນບ່າຍວັນທີ 3 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງຄະນະກວດກາສູນກາງ, ອົງການກວດກາແຫ່ງລັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຄັ້ງນີ້ຂອງຄະນະ ຈະປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ຄືລະຫວ່າງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະແທດຈິງກວ່າອີກ.
ຍສໝ - ນີ້ແມ່ນການຢ້ຽມຢາມອິນເດຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຕໍາແໜ່ງຜູ້ນໍາໜ້າລັດຖະບານຫວຽດນາມ.
ຍສໝ - ການມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ທີ່ຫ້ອງວ່າການນາຍົກລັດຖະມົນຕີ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນແລ້ວ, ໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງພາຍໃນຫວຽດນາມ ນຳໜ້າໂດຍທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ຟ້າມທິແທັງຈາ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ສອນໄຊ ສີພັນດອນ - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ.
ຍສໝ - ໃນການປະຊຸມຂ່າວພາຍຫຼັງການໂອ້ລົມເຈລະຈາໃນວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງການຮ່ວມມືລະຫວ່າງ 2 ປະເທດ.
ກ່ອນທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ຫວຽດນາມ - ນິວຊີແລນ.
ຍສໝ - ຄາດວ່າ ໃນຖ້ຽວການໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານ, ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ບັນດາເຫດການໃນຂອບເຂດກອງປະຊຸມ WEF Davos 2024.