ຍສໝ - ໃນຕອນບ່າຍວັນທີ 7 ກໍລະກົດ, ຢູ່ກອງບັນຊາການປ້ອງກັນຊາຍແດນ ໄດ້ຈັດຕັ້ງກອງປະຊຸມວຽກງານ ກະກຽມ ເພື່ອປະຕິບັດໂຄງການແລກປ່ຽນມິດຕະພາບຫວຽດນາມປີ 2019 ຢູ່ແຂວງ ກວ໋າງ ຈິ້. ທ່ານພົນຈັດຕະວາ ໂດ໋ ແຢ່ງ ເວືອງ, ເລຂາຄະນະພັກ ທະຫານປ້ອງກັນຊາຍແດນ ເປັນກຳກັບບັນຊາກອງປະຊຸມ.
ຍສໝ - ໃນຊຸມປີຜ່ານມາ, ບ້ານ ຢຸ່ຍ ເຕີ່ນ (ລາວ ບາວ - ເຫື່ອງ ຫວ໋າ ) ແລະ ບ້ານ ເພື່ອງ (ເຊ ໂປນ -ລາວ) ມີຫຼາຍກິດຈະກໍາໄດ້ຮັບການປະຕິບັດຕ່າງໆ ເພື່ອຊ່ວຍກັນແລະກັນ ຮ່ວມກັນພັດທະນາ. ໂດຍສະເພາະແມ່ນສວນປູກຕົ້ນໄມ້ ເພື່ອຫຼຸດຜ່ອນຄວາມທຸກຍາກ ດ້ວຍການສະຫນັບສະຫນູນຈາກບ້ານ ຢຸ່ຍ ເຕີ່ນ ໄດ້ເສີມຂະຫຍາຍໝາກຜົນ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນ ບ້ານ ເພື່ອງ ສ້າງຄວາມຮັ່ງມີ. ສິ່ງດັ່ງກ່າວນີ້ໄດ້ເສີມສ້າງຄວາມຮັດແໜ້ນ ນ້ຳໃຈມິດຕະພາບ, ສ້າງຊີວິດການເປັນຢູ່ອີ່ມໜຳສຳລານໃຫ້ແກ່ສອງບ້ານ ຢຸ່ຍ ເຕີ່ນ ແລະ ບ້ານ ເພື່ອງ (ເຊໂປນ -ສປປ ລາວ) ເວົ້າສະເພາະ, ສອງປະເທດຫວຽດນາມ ແລະ ລາວ ເວົ້າລວມ.
ຍສໝ - ບັນດານັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນເຍີມ, ທະຫານປ້ອງກັນຊາຍແດນເທື່ອທຽນເຫວ້ ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນທີ່ບ້ານ ເຊຊາບ, ເມືອງ ກ່າລື່ມ, ແຂວງ ເຊກອງ ປະເທດ ລາວ ໃນການກໍ່ສ້າງເຮືອນ, ລົບລ້າງການປູກຝັງແບບເຄື່ອນທີ່ຜິດກົດໝາຍ ເທົ່ານັ້ນ, ຫາກຍັງກໍ່ໄດ້ມີການມອບແນວພັນ, ແນະນໍາພໍ່ແມ່ປະຊາຊົນເຕັກນິກລ້ຽງສັດ, ປູກຝັງ, ພັດທະນາເສດຖະກິດອີກດ້ວຍ.
ຍສໝ - ຄະດີຢາເສບຕິດຂະຫນາດໃຫຍ່ຖືກທໍາລາຍຢ່າງຕໍ່ເນື່ອງພ້ອມທັງຂອງກາງມີຢາບ້າຫຼາຍຮ້ອຍກິໂລ, ເຮໂລອີນຫຼາຍຮ້ອຍກ້ອນທີ່ໄດ້ສະແດງໃຫ້ເຫັນວ່າເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວແມ່ນຫນຶ່ງໃນບັນດາເຂດທີ່ສະຫຼັບສັບຊ້ອນທີ່ສຸດກ່ຽວກັບການເຄື່ອນໄຫວຂອງອາດຊະຍາກໍາຢາເສບຕິດ. ດັ່ງນັ້ນຕ້ອງມີການປະສານງານຢ່າງຕັ້ງໜ້າ, ເດັດດ່ຽວ ລະຫວ່າງ ກໍາລັງຕ້ານຢາເສບຕິດຂອງຫວຽດນາມ ແລະ ລາວໃນເວລາຕໍ່ໜ້າ.
ຍສໝ - ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 56/2018/TT - BCT ກ່ຽວກັບການແນະນໍາການຈັດຕັ້ງປະຕິບັດມາດຕາ ຈໍານວນຫນຶ່ງຂອງສັນຍາການຄ້າຊາຍແດນລະຫວ່າງ ລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ, ມີຜົນບັງຄັບໃຊ້ແຕ່ວັນທີ 18 ກຸມພາ ປີ 2019 ເປັນຕົ້ນໄປ.
ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງຢູ່ຕາແສງຊາຍແດນລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ, ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນຕັ້ງທັບກໍຄືປະຊາຊົນເຂດຊາຍແດນປະເທດເພື່ອນລາວ.
ວັນທີ 30 ພະຈິກ, ທະຫານຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ບັນດາພະນັກງານສັງກັດກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ປີ 2018.