ຍສໝ - ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ເຫັນດີເປັນເອກກະພາບ ທີ່ມອບໃຫ້ນະຄະຄອນຫຼວງຮ່າໂນ້ຍ ເປັນເຈົ້າພາບຈັດ ມະຫະກຳການແຂ່ງຂັນກິລາຊີເກມ ຄັ້ງທີ 31 ແລະ ປາລາເກມ ຄັ້ງທີ 11 ໃນປີ 2021.
ປີ 2018 ແມ່ນຂີດໝາຍ 30 ປີ ແຫ່ງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ. ກວ່າ 03 ທົດສະວັດຜ່ານມາ, ເຂດທີ່ມີເງິນລົງທຶນ FDI ໄດ້ກາຍເປັນກໍາລັງຫຼັກແຫຼ່ງ, ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດຫວຽດນາມ. ໃນສະພາບການເສດຖະກິດໂລກໃນປັດຈຸບັນ ຍັງຂາດສະຖຽນລະພາບຫຼາຍຢ່າງ, ບັນດາການປະທະກັນ ກ່ຽວກັບດ້ານພູມີສາດການເມືອງ ຍັງຜັນແປຢ່າງສັບສົນ, ທ່າອ່ຽງອາລັກຂາການຄ້າພວມແຜ່ລາມອອກໃນທົ່ວໂລກ, ເພື່ອໃຫ້ FDI ສືບຕໍ່ຮັກສາບົດບາດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ຫວຽດນາມ ພວມມີບັນດາບາດກ້າວປະຕິຮູບຢ່າງແຮງໃນຂົງເຂດນີ້.
ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ ໃນວັນທີ 18 ກໍລະກົດ,
ຍສໝ - ໃນໄລຍະເວລາສອງມື້ 12-13 ກໍລະກົດ ຈະຈັດເວທີປາໄສອັນດັບສູງ: ວິໄສທັດ ແລະ ຍຸດທະສາດ ພັດທະນາ ບຸກທະລຸກ ໃນສະພາບການການປະຕິວັດອຸດສາຫະກຳ ຄັ້ງທີ 4. ນີ້ແມ່ນເວທີປາໄສຈັດຂື້ນໂດຍ ລັດຖະບານ ແລະ ຄະນະເສດຖະກິດ ສູນກາງ ຮ່ວມກັນເປັນປະທານ. ທີ່ກອງປະຊຸມ ແຜນການ ທ່ານນາຍົກລັດຖະມົນຕີ ຈະເຜີຍແຜ່ສານອັນຊັດເຈນ ກ່ຽວກັບ ອຸດສາຫະກຳ 4.0 ຂອງຫວຽດນາມ ໃນອານາຄົດ.
ຍສໝ - ໃນເມື່ອມໍ່ໆມານີ້, ທີ່ຮ່າໂນ້ຍ, ທ່ານພົນໂທ ເລຈຽມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມກົດໝາຍ-ກະຊວງປ້ອງກັນປະເທດລາວ ໂດຍ ທ່ານພັນເອກ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍກະຊວງປ້ອງກັນປະເທດລວດ ເປັນຫົວໜ້າຄະນະ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ເຈິ່ນດ້າຍກວາງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງພັກ-ລັດ ລາວ ໄດ້ທຳການຢ້ຽມຢາມ ສສ ຫວຽດນາມ ແຕ່ວັນທີ 3-7 ກໍລະກົດ 2018.
ຍສໝ - ໃນວັນທີ ຕົ້ນອາທິດທີ່ຜ່ານມາ, ສະຫະພັນ ອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດກອງປະຊຸມ ຄະນະປະທານ ກໍາມະການປະຈໍາ ຄັ້ງທີ 9, ສະໄໝທີ 5 (ສະໄໝ 2013 - 2018) ເພື່ອສະຫຼຸບວຽກງານ 6 ເດືອນທໍາອິດຂອງປີ 2018, ຈັດຕັ້ງປະຕິບັດພາລະກິດ ແຜນງານ 6 ເດືອນທ້າຍປີ 2018 ແລະ ອະນຸມັດຜ່ານບາງເນື້ອໃນກ່ຽວກັບວຽກງານທີ່ສໍາຄັນບາງຢ່າງ.
ຍສໝ - ຕອນເຊົ້າມື້ວັນທີ 25 ມິຖຸນາ 2018, ນັກສອບເສັງທົ່ວປະເທດຈະເລີ່ມເສັງສອງວິຊາ: ເສັງວິຊາ ວັນນະຄະດີ ຕອນເຊົ້າ ແລະ ເສັງວິຊາ ຄະນິດສາດ ຕອນແລງ.
ພິທີແຮ່ງານສົບ ນຳສົ່ງອັດຖິກັບຄືນບ້ານເກີດເມືອງນອນຂອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ຕອນເຊົ້າຂອງວັນທີ 14 ມິຖຸນາ ຢູ່ທີ່ ແຂວງ ອຸດົມໄຊ ພາກເຫນືອຂອງລາວ
ຫວຽດນາມພວມຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຮອດປີ 2030 ແລະ ວິໄສທັດຮອດປີ 2050, ຕາມນັ້ນແລ້ວ ຈຶ່ງສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມລົງທຶນໃຫ້ແກ່ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່, ຍູ້ແຮງການພັດທະນາ ແລະ ນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນລະບົບພະລັງງານແຫ່ງຊາດ.
ຍສໝ - ຕອນບ່າຍ ວັນທີ 4 ພຶດສະພາ, ທີ່ກອງປະຊຸມສາມັນ ລາຍງານລັດຖະບານ ທ່ານລັດຖະມົນຕີ ມາຍຕ໋ຽນຢູງ ຫົວໜ້າຫ້ອງການລັດຖະບານໃຫ້ຮູ້ວ່າ: ການຈັດເກັບສະກຸນເງິນຕ່າງປະເທດໄດ້ສ້າງສະຖິຕິໃໝ່.