ປາໄສທີ່ກອງປະຊຸມ ທ່ານຮອງປະທານ ຮັບຜິດຊອບ VUFO ໂດນຕ໋ວນຟ໋ອງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄະນະກຳມາທິການປະຈຳ ຄັ້ງທີ 9 ສະໄໝ ທີ 5 ມີຄວາມໝາຍສຳຄັນທີ່ສຸດ, ເພື່ອຕີລາຄາສະພາບການການຈັດຕັ້ງປະຕິບັດວຽກງານ ໃນ 6 ເດືອນຕົ້ນປີທີ່ຜ່ານມາ, ຈັດຕັ້ງປະຕິບັດທິດທາງ ແລະ ໜ້າທີ່ 6 ເດືອນທ້າຍປີ 2018; ການລົງນາມ ລະຫວ່າງ VUFO ແລະ ກໍາມະການ-ການຕ່າງປະເທດ ຂອງສະພາແຫ່ງຊາດ; ອະນຸມັດຜ່ານບາງເນື້ອໃນວຽກງານທີ່ສຳຄັນຂອງ VUFO, ພິເສດແມ່ນຈັດກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດ ສະຫະພັນ ອົງການມິດຕະພາບ ຫວຽດນາມ ຄັ້ງທີ VI, ສະໄໝ 2018-2023.
![]() |
ຮອງປະທານຮັບຜິດຊອບກອງປະຊຸມ ທັງເປັນ ເລຂາທິການ VUFO ໂດນຕ໋ວນຟ໋ອງ ປາໄສທີ່ກອງປະຊຊຸມ.
ບົດລາຍງານທີ່ກອງປະຊຸມດັ່ງກ່າວໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີ 2018, ການເຄື່ອນໄຫວທູດປະຊາຊົນຂອງ VUFO ແລະ ອົງການສະມາຊິກ ຍັງຄົງ ສືບຕໍ່ພັດທະນາຢ່າງຕັ້ງຫນ້າ ແນໃສສ້າງເຄືອຂ່າຍເພື່ອນບ້ານສາກົນ ຂອງຫວຽດນາມ ຢູ່ໃນບັນດາທ້ອງຖິ່ນທີ່ສຳຄັນ ຢູ່ທົ່ວທຸກທະວີບ ແລະ ພາກພື້ນ. ການທູດ ປະຊາຊົນ ໄດ້ ແລະ ກຳລັງ ມີການປັບປຸງໃຫມ່, ປະສົມປະສານກະຕຸກຊຸກຍູ້ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ວິທະຍາສາດ- ເຕັກໂນໂລຢີ, ການສຶກສາ, ການທ່ອງທ່ຽວ ແລະ ຂະແໜງອື່ນໆ, ຈຳເປັນໃນພາລະກິດສ້າງສາ ແລະ ພັດທະນາ ປະເທດຊາດ.
ກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມ ຜູ້ແທນ ທົ່ວປະເທດ ຄັ້ງທີ VI ສະໄໝ 2018-2023, ສະຫະພັນ ອົງການມິດຕະພາບ ຫວຽດນາມ ກໍ່ໄດ້ແຕ່ງຕັ້ງ ຄະນະກໍາມະການຈັດຕັ້ງກອງປະຊຸມ ແລະ ຄະນະອະນຸກໍາມາການ ການຊ່ວຍເຫຼືອກອງປະຊຸມ. ບົດລາຍງານ ການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ VI ແມ່ນກໍາລັງກະກຽມຢ່າງຕັ້ງຫນ້າ, ສຸມໃສ່ເນື້ອໃນດັ່ງຕໍ່ໄປນີ້: ບົດສະຫຼຸບ ຂອງກອງປະຊຸມ V ແລະ ທິດທາງຂອງກອງປະຊຸມ VI; ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ມະຕິຄຳສັ່ງ ເລກທີ 28-CT/TW ລົງວັນທີ 02 ທັນວາ 2008 ຂອງ ຄະນະ ເລຂາທິການ ກ່ຽວກັບການສືບຕໍ່ປັບປຸງ ແລະ ຍົກສູງປະສິດທິຜົນການດໍາເນີນງານ ຂອງສະຫະພັນມິດຕະພາບ ແລະ ຂໍ້ຕົກລົງ ເລກທີ 41/2013 / QD- TTg ລົງວັນທີ 15 ກໍລະກົດ 2013 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາລະບອບ ແລະ ນະໂຍບາຍຕໍ່ ສະຫະພັນ ອົງການມິດຕະພາບ ຫວຽດນາມ.
![]() |
ບັນຍາກາດກອງປະຊຸມ.
ໃນ 6 ເດືອນທ້າຍປີ 2018, VUFO ສຸມໃສ່ການເຄື່ອນໄຫວສຳຄັນເຊັ່ນ: ການກະກຽມ ກອງປະຊຸມຜູ້ແທນທົ່ວປະເທດຊາດ ຄັ້ງທີ VI, ສະໄໝ 2018-2023; ປະສານສົມທົບກັບບັນດາແໜງການ, ອົງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆເພື່ອເປັນການຄຳນັບຮັບຕ້ອນ ວັນຄົບຮອບ 45 ປີ ຂອງການ ສ້າງຕັ້ງການພົວພັນ ການທູດ ລະຫວ່າງຫວຽດນາມ ແລະ ຫຼາຍປະເທດໃນໂລກ; ຈັດກອງປະຊຸມສະຫຼຸບ 20 ປີ ການເຄື່ອນໄຫວ ຄະນະກໍາມາທິການ ກ່ຽວກັບ TCPCPNN; ສະເໜີທ່ານນາຍົກລັດຖະມົນຕີ ອະນຸມັດຜ່ານ ໂຄງການແຫ່ງຊາດ ສົ່ງເສີມ ຂົນຂວາຍ ການຊ່ວຍເຫຼືອບໍ່ຂື້ນກັບລັດຖະບານຂອງຕ່າງປະເທດ ໄລຍະ 2018-2025; ຈັດຕັ້ງຄະນະການນໍາ, ກະກຽມກອງປະຊຸມສະໄໝສາມັນ ຂອງບາງສະມາຄົມມິດຕະພາບ ສູນກາງໃຫ້ສົມບູນ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກກພາບກັບບົດລາຍງານ 6 ເດືອນ ຕົ້ນປີ 2018 ຂອງ VUFO. ຄະນະຜູ້ແທນໄດ້ສະແດງຄວາມຍິນດີຊົມເຊີຍ ໃນກົນໄກການປະສານງານ ລະຫວ່າງ VUFO ກັບ ຄະນະ ກໍາມະການ- ການຕ່າງປະເທດ ຂອງ ສະພາແຫ່ງຊາດ ເພື່ອແນໃສ່ເຊື່ອມຕໍ່ ການເຄື່ອນໄຫວ ຂອງອົງການມິດຕະພາບ ກັບ ກຸ່ມ ສະມາຊິກມິດຕິພາບລັດຖະສະພາ ຂອງສະພາແຫ່ງຊາດ; ປະສານງານດ້ານຂໍ້ມູນຂ່າວສານໃນການຈັດຕັ້ງປະຕິບັດ ເຄື່ອນໄຫວ ທູດປະຊາຊົນ ກໍ່ຄືການ ເຊື່ອມຕໍ່ກັນລະຫວ່າງ ທູດປະຊາຊົນ ກັບ ການທູດລັດຖະສະພາ. ທີ່ກອງປະຊຸມ, ຜູ້ແທນໄດ້ວິເຄາະ, ຕີລາຄາ ແລະ ສະແດງຄໍາເຫັນ ເພື່ອເຮັດໃຫ້ບົດລາຍງານການເມືອງ, ກອງປະຊຸມໃຫຍ່ VI ຂອງ VUFO.
![]() |
ຮອງປະທານສະພາແຫ່ງຊາດ ອວງຈູລືວ ປາໄສທີ່ກອງປະຊຸມ.
ປາໄສທີ່ກອງປະຊຸມ, ທ່ານຮອງປະທານ ສະພາແຫ່ງຊາດ ອວງຈູລືວ ເຫັນດີເປັນເອກກະພາບກັບຮ່າງ ບົດລາຍງານ ຂອງຄະນະປະຈຳ ສະຫະພັນ ອົງການມິດຕະພາບ ຫວຽດດນາມ ກ່ຽວກັບບົດລາຍງານ 6ເດືອນຕົ້ນປີ.
ການປະເມີນຜົນກ່ຽວກັບ ຈັດຕັ້ງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ VI ສະໄໝ 2018 - 2023, ຮອງປະທານ ສະພາແຫ່ງຊາດ ອວງຈູລືວ ກ່າວວ່າ: ບົດລາຍງານ ການເມືອງ ແລະ ບັນຫາ ໂຄງຮ່າງການຈັດຕັ້ງບຸກຄະລາກອນ ແມ່ນ ສອງເນື້ອໃນທີ່ສໍາຄັນ ຫຼາຍທີ່ສຸດ. ຕາມທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ຮ່າງບົດລາຍງານ ການເມືອງ ຂອງກອງປະຊຸມໃຫຍ່ແມ່ນມີຄວາມຄົບຖ້ວນສົມບູນ, ສັ້ນກະທັດຮັດ, ສະຫຼຸບໂດຍຫຍໍ້ບາງບັນຫາຕົ້ນຕໍ. ຢ່າງໃດກໍ່ຕາມ, ບົດລາຍງານຄວນຍົກໃຫ້ເຫັນຢ່າງຈະແຈ້ງເຖິງຜົນສໍາເລັດທີ່ໄດ້ຮັບ, ຂໍ້ບົກພ່ອງທີ່ຍັງຄ້າງຄາ ແລະ ວິທີການແກ້ໄຂຂໍ້ຄົງຄ້າງ. ພິເສດ, ບົດລາຍງານການເມືອງ ຕ້ອງຍົກໃຫ້ເຫັນໄດ້ເຖິງສະພາບການໃຫມ່ ຂອງການພົວພັນການທູດປະຊາຊົນ ແລະ ບັນດາພາລະກິດທີ່ຕິດພັນກັບອົງການຈັດຕັ້ງ, ກອງປະຊຸມ. ພ້ອມດຽວກັນນັ້ນ, ບົດລາຍງານຕ້ອງມີເນື້ອໃນກ່ຽວຂ້ອງ ກັບບົດບາດ ແລະ ຕໍາແຫນ່ງຂອງ VUFO ໃນການຈັດຕັ້ງປະຕິບັດ ດຳລັດ 18-NQ / TW ຂອງກອງປະຊຸມຄັ້ງທີ VI ຄະນະກໍາມະການ ບໍຫານງານສູນກາງພັກ ຄັ້ງທີ XII ກ່ຽວກັບການສືບຕໍ່ປັບປຸງໃໝ່, ການສັບຊ້ອນບຸກຄະລາກອນໃນອົງການຈັດຕັ້ງ ລະບົບການເມືອງ ມີຄວາມກະທັດຮັດ, ການຈັດຕັ້ງປະຕິບັດ ມີຜົນສັກສິດ ແລະ ມີປະສິດທິຜົນ.
ກ່ຽວກັບວຽກງານການຈັດສັນບຸກຄະລາກອນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ກ່າວວ່າ: VUFO ຕ້ອງເຮັດໃຫ້ລະບອບການຈັດຕັ້ງມີຄວາມເຂັ້ມແຂງ, ປັບປຸງບັນດາຕຳແໜ່ງທີ່ຂາດ, ເພີ່ມທະວີບັນດາ ປັດໃຈ ໃໝ່ ໃນບັນດາສະມາຄົມມິດຕະພາບ ເພື່ອເຮັດໃຫ້ການປະກອບສ່ວນມີຄວາມໂດດເດັ່ນກວ່າເກົ່າ ໃນການເຄື່ອນໄຫວວຽກງານທູດປະຊາຊົນ.
ສະຫຼຸບທ້າຍກອງປະຊຸມ, ທ່ານ ໂດນຕ໋ວນຟ໋ອງ ກ່າວວ່າ: VUFO ຈະໄດ້ຮັບເອົາຄໍາຄິດຄຳເຫັນ ປະກອບຂອງ ຄະນະກໍາມະການປະຈຳ ແລະ ຮັບຄຳເຫັນເພີ່ມເຕີມຈາກບັນດາອົງການທີ່ກ່ຽວຂ້ອງເພື່ອ ບັນລຸບົດລາຍງານການເມືອງທີ່ສົມບູນ ຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະຫະພັນ ອົງການມິດຕະພາບ ສະໄໝ VI.
(ຫັດທະບູນ)