|
ພາຍໃນ 2ປີ ກວ່າ ທະນາຄານແຫ່ງຊາດໄດ້ຊື້ຮອດ 32 ຕື້ USD (ພາບ: ກວາງຟຸກ)
ຕາມທີ່ ທ່ານລັດຖະມົນຕີ ມາຍຕ໋ຽນຢູງ ການຈັດເກັບສະກຸນເງິນຕ່າງປະເທດແຫ່ງຊາດ ຂອງ ຫວຽດນາມ, ປະຈຸບັນແມ່ນບັນລຸໄດ້ເຖິງ 63 ຕື້ USD.
ກ່ອນຊິຮອດບຸນປະເພນີປີໃໝ່(ກຸດຫວຽດ) ເຄິ່ງເດືອນຕົ້ນ ຂອງເດືອນກຸມພາ 2018 ນັ້ນ, ສະຖິຕິຂື້ນເກືອບຮອດ 60 ຕື້ USD ຄວາມຫຼາຍຂອງຈຳນວນເງິນສະແດງອອກໃຫ້ເຫັນ, ແຕ່ທະນາຄາແຫ່ງຊາດຍັງສືບຕໍ່ຊື້ເຂົ້າເພື່ອເພີ່ມຖານກຳລັງຂອງຊາດ.
ທ່ານລັດຖະມົນຕີ ມາຍຕ໋ຽນຢູງ ຍັງໃຫ້ຮູ້ຕື່ມອີກວ່າ: ໃນ 2ປີກວ່າທີ່ຜ່ານມາ ທະນາຄາແຫ່ງຊາດໄດ້ຊື້ສະກຸນເງິນຕ່າງປະເທດຕື່ມກວ່າ 32 ຕື້ USD.
ແຕ່ໃນໄລຍະມໍ່ໆມານີ້ ວິທີຊື້ ແລະ ພຶດຕິການປະຕິບັດຕໍ່ສະກຸນເງິນຕ່າງປະເທດນີ້ ແມ່ນມີຄວາມແຕກຕ່າງຈາກເກົ່າວ່າ .
ເຊິ່ງມັນສະແດງອອກຄື: ແຕ່ກ່ອນທະນາຄານຊື້ສະກຸນເງິນເຂົ້າມອບຮັບກັນພາຍໃນມື້, ມີບາງຄັ້ງກໍ່ຊື້ເຂົ້າຢ່າງລຽນຕິດ ມີບາງມື້ຈຳນວນເງິນໃນການແລກປ່ຽນຮອດ 1-3 ຕື້ USD. ສິ່ງດັ່ງກ່າວມັນເຮັດໃຫ້ຕ້ອງນຳເງິນດົ່ງຫວຽດນາມອອກມາເພື່ອຊື້ ແລະ ຕ້ອງໄດ້ທ້ອນຕຽມເງິນດົ່ງໄວ້ໃຫ້ທັນໃນຊ່ວງໄລຍະເວລາ.
ແຕ່ວ່າ ນັບແຕ່ວັນທີ 7 ກຸມພາ 2018 ທະນາຄານແຫ່ງຊາດໄດ້ເລີ່ມປະຕິບັດການສະເພາະກິດໃນການຊື້ສະກຸນເງິນຕ່າງປະເທດ ໃນໄລຍະ 3 ເດືອນ ເພື່ອຄວບຄຸມໃຫ້ມີຄວາມສະຖຽນກວ່າເກົ່າ. ຕໍ່ຈາກນັ້ນ ຈຳນວນເງິນດົ່ງຫວຽດນາມນຳອອກມາຈະໄດ້ຂະຫຍາຍເວລາອອກໄປອີກເມື່ອສັນຍາຮອດກຳນົດຕໍ່, ປ່ຽນຈາກການຕ້ອງທ້ອນໂຮມຕຽມໃນໄລຍະເວລາໃດໜື່ງໃຫ້ທັນຄືແຕ່ກ່ອນ.
ແລະພາຍຫຼັງຈັດຕັ້ງປະຕິບັດ ວຽກງານສະເພາະກິດດັ່ງກ່າວນັ້ນ, ຄາດວ່າທະນາຄານແຫ່ງຊາດສາມາດຊື້ໄດ້ເຖິງ 40% ຈຳນວນເງິນຕາຕ່າງປະເທດ ໂດຍຜ່ານການຈັດຕັ້ງປະຕິບັດການຊື້ຂາຍເປັນຊ່ວງໄລຍະ. ຜົນສຳເລັດດັ່ງກ່າວນີ້ສະແດງເຖິງ ວິຊາສະເພາະ ແລະ ຜະລິດຕະພັນຂອງນັກບໍລິຫານທີ່ນຳສະເໜີນັ້ນ ຫົວໜ່ວຍຂອງຕະຫຼາດແລກປ່ຽນເງິນຕາຕອບຮັບຢ່າງຕັ້ງໜ້າ.
ພ້ອມກັບວຽກງານວິຊາສະເພາະ ໄດ້ຫຼຸດຜ່ອນຄວາມກົດດັນໃນການນຳເງິນດົ່ງຫວຽດນາມອອກມາຄືທີ່ໄດ້ກ່າວມາຂ້າງເທິງນັ້ນ, ໃນຄະນະທີ່ຊື້ສະກຸນເງິນເຂົ້າ ທະນາຄານແຫ່ງຊາດ ມີຕື່ນຕົວນຳໃຊ້ອຸປະກອນດູດເງິນກັບຄືນ, ຄວບຄຸມທືນໃນລະບົບເພື່ອດຸ່ນດ່ຽງ ແລະ ປັດໃຈອື່ນທີ່ກ່ຽວຂ້ອງຄື: ດອກເບ້ຍ, ລາຄາ ແລະ ຫຼຸດຜ່ອນຄວາມກົດດັນຕໍ່ອັດຕາເງິນເຟີ້ໃຫ້ເຫຼືອໜ້ອຍທີ່ສຸດ.
(ຫັດທະບູນ)