ຂະ​ບວນ​ແຮ່ ສົ່ງ​ມອບ​ອັດ​ຖິ ທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ

11:00 | 15/06/2018

ພິທີແຮ່ງານສົບ ນຳສົ່ງອັດຖິກັບຄືນບ້ານເກີດເມືອງນອນຂອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ຕອນເຊົ້າຂອງວັນທີ 14 ມິຖຸນາ ຢູ່ທີ່ ແຂວງ ອຸດົມໄຊ ພາກເຫນືອຂອງລາວ

ຂະ​ບວນ​ແຮ່ ສົ່ງ​ມອບ​ອັດ​ຖິ ທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ

ພິ​ທີ​ແຮ່​ສົງ​ມອບ​ອັດ​ຖິ ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ.

ພິ​ທີ​ແຮ່​ງານ​ສົບ ນຳ​ອັດ​ຖິກັບ​ຄືນ​ບ້ານ​ເກີດ​ເມືອງນອນ​ຂອງ ທະ​ຫານອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ປາງ​ສົງ​ຄາມ ຢູ່​ລາວ ຕອນ​ເຊົ້າ​ຂອງວັນ​ທີ 14 ມິ​ຖຸ​ນາ ຢູ່​ທີ່ ແຂວງ ອຸ​ດົມ​ໄຊ ພາກເຫນືອຂອງລາວ, ໄດ້​ດຳ​ເນີນພິທີການສົ່ງ​ມອບ ອັດ​ຖິ​ຂອງ​ ທະ​ຫານອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ປາງ​ສົງ​ຄາມ ຢູ່​ລາວ ກັບ​ຄືນ​ຜືນ​ແຜ່ນ​ດິນ​ແມ່ ຫວຽດ​ນາມ. ນີ້ແມ່ນ ການ​ສົ່ງ​ມອບ​ອັດ​ຖິ ທະ​ຫານອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ປາງ​ສົງ​ຄາມ ຢູ່​ລາວ ຄັ້ງ​ທີ 2 ​ທີ່ກອ​ງ​ຄົ້ນ​ຫາ ກະ​ດູກ ອັດ​ຖິ ນັກ​ຮົບ​ເສຍ​ສະ​ຫຼະ ກົມ​ການ​ເມືອງ​ທະ​ຫານ​ເຂດ 2 ປະ​ສານ​ງານ​ກັບ ຄະ​ນະ​ກຳ​ມະ​ການ​ພິ​ເສດ ຂອງ 6 ແຂວງ ພາກ​ເໜືອ​ຂອງ​ລາວ ປະກອບມີ: ອຸ​ດົມ​ໄຊ,ຫຼວງ​ພະ​ບາງ, ໄຊ​ຍະ​ບູ​ລີ, ຜົ້ງ​ສາ​ລີ, ຫຼວງນ້ຳ​ທາ ແລະ ບໍ່​ແກ້ວ ​ຂຸດ​ຄົ້​ນ​ໄດ້ໃນລະດູແລ້ງ 2017-2018. ໃນ​ການສົ່ງມອບຄັ້ງ​ທີ 1 ຈັດ​ຂື້ນ​ຢູ່​ແຂວງ ອຸ​ດົມ​ໄຊ ໃນເດືອນ ມັງ​ກອນ 2018, ກອ​ງ​ຄົ້ນ​ຫາ ກະ​ດູກ ອັດ​ຖິ ນັກ​ຮົບ​ເສຍ​ສະ​ຫຼະ ກົມ​ການ​ເມືອງ​ທະ​ຫານ​ເຂດ 2 ໄດ້ຮ່ວມມືກັບອຳ​ນາດ​ການ​ປົກ​ຄອງ ແລະ ອົງການຈັດຕັ້ງ ອື່ນໆ ຂອງລາວ ຊອກ​ຫາ ແລະ ສົ່ງ​ມອບ ອັດ​ຖິດ​ໄດ້​ຈຳ​ນວນ 9 ອັດ​ຖິ ທະ​ຫານອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ປາງ​ສົງ​ຄາມ ຢູ່ 6 ແຂວງ​ພາກ​ເໜືອຂອງລາວ ທີ່​ຜ່ານ​ມາ ໄດ້ຄົ້ນພົບໃນເດືອນທີ່ຜ່ານມາຂອງທ້າຍລະດູແລ້ງປີ 2017.

ຂະ​ບວນ​ແຮ່ ສົ່ງ​ມອບ​ອັດ​ຖິ ທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ

ພິ​ທີ​ແຮ່​ສົງ​ມອບ​ອັດ​ຖິ ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ.

25 ອັດ​ຖິ​ຂອງ​ທະ​ຫານອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ ​ຫວຽດ​ນາມ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ ຢູ່​ລາວ ທີ່​ຄົ້ນ​ພົບ​ໃນ​ຄັ້ງ​ນີ້​ ແມ່ນ​ພົບ​ຢູ່​ໃນ​ຖ້ຳ ຂື້ນ​ກັບ​ເມືອງ​ປາກ​ອູ, ແຂວງ ຫຼວງ​ພະ​ບາງ ແລະ ເມືອງ ເມືອງ​ງານ, ແຂວງ ອຸ​ດົມ​ໄຊ ພາກເຫນືອຂອງລາວ, ທັງຫມົດແມ່ນ​ອັດ​ຖິ​ນິ​ລະ​ນາມ. ໃນພິທີສົ່ງ​ມອບ, ບົນບັນຍາກາດອັນເຕັມ​ໄປດ້ວຍຄວາມເຄົາ​ລົບ ແລະ ຊາບ​ຊື້ງ​ໃຈ, ​ຕ່າງ​ໜ້າ​ຂອງ​ອົງ​ການ, ຂະ​ແໜງ​ການ ແລະ ປະ​ຊາ​ຊົນ ແຂວງ ອຸ​ດົມ​ໄຊ ໄດ້​ເຂົ້າ​ເຄົາ​ລົບ ແລະ ຈູ​ດ​ທູບ​ທຽນ ມອບດອກ​ໄມ້ ອາ​ໄລ​ນຳ ນັກ​ຮົບ​ເສຍ​ສະ​ຫຼະ ແລະ ພ້ອມ​ກັນ ສົ່ງ​ມອບ​ອັດ​ຖິ ກັບ​ຄືນ​ບ້ານ​ເກີດ​ເມືອງນອນ.

(ຫັດ​ທະ​ບູນ)

302 Found

Found

The document has moved here.