ຍສໝ - ໃນວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.
ຍສໝ - ວັນທີ 8 ສິງຫາ, ຄະນະເລຂາອາຊຽນ ປະຈຳອິນໂດເນເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນທາງອອນລາຍ (08 ສິງຫາ 1967 – 08 ສິງຫາ 2020).
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມວາລະກອງປະຊຸມປຶກສາຫາລືເປີດທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ການແກ້ໄຂການພົວພັນລະຫວ່າງ ການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ”.
ຍສໝ - ທີ່ກອງປະຊຸມຄະນະກຳມະການອາຊຽນຢູ່ Bern, ເອກອັກຄະລັດຖະທູດບັນດາປະເທດອາຊຽນໄດ້ອວຍພອນ ແລະ ຕີລາຄາສູງຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດ Covid – 19, ຮັກສາການພັດທະນາເສດຖະກິດ, ພ້ອມທັງຜັນຂະຫຍາຍຢ່າງຕັ້ງໜ້າບົດບາດເປັນປະທານອາຊຽນ, ເພີ່ມທະວີການຮ່ວມມືອາຊຽນ ແລະ ກັບບັນຄູ່ຮ່ວມມືໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.
ຍສໝ - ໃນ 25 ປີຜ່ານມາ, ຫວຽດນາມ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ, ສໍາຄັນໃນການກໍ່ສ້າງປະຊາຄົມອາຊຽນ. ນັບແຕ່ຊຸມວັນທໍາອິດທີ່ເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດຕັ້ງໜ້າ ແລະມີຄວາມຮັບຜິດຊອບສູງ.
ຍສໝ - ວັນທີ 7 ສິງຫາ, ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ) - ໃນຖານະບົດບາດເປັນປະທານອາຊຽນ ຢູ່ ນິວຢອກ - ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). (8 ສິງຫາ 1967 - 8 ສິງຫາ 2020).
ຍສໝ - ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.
ຍສໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາເວັນອອກ.
ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.
ຍສໝ - EVFTA ທີ່ຜົນສັກສິດແມ່ນໂອກາດທີ່ດີເພື່ອຊຸກຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ ນັ້ນແມ່ນ ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ທີ່ກອງປະຊຸມໃຫ້ແກ່ເອກອັກຄະລັດຖະທູດ, ຫົວໜ້າອົງການການທູດໃນກອງປະຊຸມສຸດຍອດການຄ້າ ແລະ ຕະຫຼາດນັດ,ວາງສະແດງສິນຄ້າ ອິນເດຍ - ອາຊຽນ - ໂອເຊຍເນຍ ທີ່ໄດ້ຈັດຕັ້ງຄັ້ງທຳດິດຢູ່ອິນເດຍ, ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020.
ວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະ ທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 53 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ (8 ສິງຫາ 1967-8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ປະຊາຄົມອາຊຽນ (23 ກໍລະ ກົດ 1997-23 ກໍລະກົດ 2020).
ຍສໝ - ບັນດາທ່ານລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງຫວຽດນາມ ໄດ້ທົບທວນຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມພາຍໃຕ້ແນວທາງຍຸດທະສາດ ຂອງຂະບວນການຮ່ວມມືດ້ານການເງິນອາຊຽນ +3.
ຍສໝ - ປະເທດຫວຽດນາມ ແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ.
ຍສໝ - ບັນດາເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະເປັນປະທານອາຊຽນ, ໂດຍສະເພາະໃນການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການຖ່າຍທອດສົດຢ່າງເປັນທາງການ.
ຍສໝ - ເດືອນພະຈິກປີ 2019, ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020, ຫຼັງຈາກນັ້ນ, ຫວຽດນາມ ໄດ້ກະກຽມຮັບມືກັບບັນດາສິ່ງທ້າທາຍ ແລະ ກຽມພ້ອມໃຫ້ແກ່ປີສຳຄັນນີ້.
ຍສໝ - ທ່ານ ຫງວຽນກວກຢຸງ - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ ອາຊຽນ SOM ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ທາງອອນລາຍ ລະດັບສູງ ດ້ວຍຫົວຂໍ້ “ການຟື້ນຕົວ ຫຼັງພະຍາດ COVID-19: ມຸ່ງໄປສູ່ປະຊາຄົມອາຊຽນທີ່ມີຄວາມເຂັ້ມແຂງກວ່າເກົ່າ”.
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໄດ້ເປັນປະທານກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ - ຍີປຸ່ນທາງອອນລາຍ.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມເຂົ້າຮ່ວມອາຊຽນໃນປີ 1995 ແມ່ນຂີດໝາຍສ້າງບາດກ້າວທີ່ສຳຄັນໃນເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ຍສໝ - ທ່ານນາງ Natalya Stapran ຫົວໜ້າກົມຮ່ວມມືເສດຖະກິດ ຫຼ່າຍຝ່າຍ ແລະ ບັນດາໂຄງການພິເສດຂຶ້ນກັບກະຊວງພັດທະນາເສດຖະກິດລັດເຊຍໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020, ລັດເຊຍໄດ້ເພີ່ມການສົ່ງອອກຜະລິດຕະພັນການສະເສດໄປຍັງຫວຽດນາມ ທົບ 4 ເທົ່າເມື່ອທຽບໃສ່ປີກ່ອນ.