ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາທິການໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາທິດສະດີສູນກາງ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ມາຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີຄັ້ງທີ VII ລະຫວ່າງສອງພັກດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະລະບົບການເມືອງໃນສະພາບການໃໝ່”.
ໃນວັນທີ 28 ກໍລະກົດ, ທ່ານພົນຈັດຕະວາ ຫງວຽນຮວ່າຍເຟືອງ, ຮອງຜູ້ບັນຊາການທະຫານຊາຍແດນ ໄດ້ໄປກວດກາວຽກງານກະກຽມໃຫ້ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ຢູ່ເທດສະບານເມືອງລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ.
ຍສໝ - ໃນວັນທີ 22 ກໍລະກົດ, ທີ່ນະຄອນວີງ, ໄດ້ດໍາເນີນກອງປະຊຸມຮ່ວມມືປົກປັກຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດ, ທະຫານຊາຍແດນແຂວງເງະອານ (ຫວຽດນາມ) ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ແຂວງຊຽງຂວາງ, ແຂວງຫົວພັນ (ລາວ).
ຍສໝ - ວັນທີ 20 ກໍລະກົດ, ໃນໂອກາດ ເດີນທາງມາເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 19 -20 ກໍລະກົດ ຕາມຄຳເຊື້ອເຊີນ ຂອງທ່ານຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ແຫ່ງສປປ ລາວ ເພັດ ພົມພິພັກ, ທ່ານ ມາຍ ຕ໋ຽນ ຢຸ໋ງ, ກຳມະການສູນກາງພັກ, ຫົວຫນ້າຫ້ອງວ່າການສຳນັກງານນນາຍົກ ແລະ ຄະນະຜູ້ແທນ ຂອງຫ້ອງວ່າການສຳນັກງານນາມຍົກ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຖານທູດຫວຽດນາມ ປະຈຳ ສປປ ລາວ.
ຍສໝ - ຕາມສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ, ຮັບຄຳເຊີນຂອງທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າສຳນັກງານນາຍົກ ແຫ່ງ ສປປ ລາວ ເພັດ ພົມພິພັກ, ລັດຖະມົນຕີກະ ຫົວໜ້າຫ້ອງວ່າສຳນັກງານນາຍົກຫວຽດນາມ, ທ່ານ ມາຍ ຕ໋ຽນ ຢຸ໋ງ ເປັນຫົວໜ້ານຳພາຄະນມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນວັນທີ 19-20 ກໍລະກົດ.
ຍສໝ - ການປະຕິບັດຕາມສັນຍາການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ໃນຕອນບ່າຍວັນທີ 16 ກໍລະກົດ ຢູ່ນະຄອນຫຼວງວຽງຈັນ ທ່ານ ຫງວ໋ຽນ ກວກ ຢຸ໋ງ ຮອງລັດຖະມົນຕີກະຊວງການຕ່າງປເທດ ແລະ ຮອງລັດຖະມົນຕີການຕ່າງປະເທດລາວ ຄຳເຜົ່າ ອ່ອນທະວັນ ໄດ້ຮ່ວມເປັນປະທານ ໃນກອງປະຊຸມທາບທາມການເມືອງຄັ້ງທີ 4 ລະຫວ່າງ ກະຊວງການຕ່າງປະເທດຂອງສອງປະເທດ.
ທ້າຍເດືອນກໍລະກົດ, ຢູ່ແຂວງກວາງຈິ, ທະຫານຊາຍແດນແຂວງກວາງຈິ ຈະຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ເພື່ອຕອບບຸນແທນຄຸນຕໍ່ການປະກອບສ່ວນຂອງປະຊາຊົນ ແລະກໍາລັງປ້ອງກັນຊາຍແດນແຂວງສາລະວັນ, ແຂວງສະຫວັນນະເຂດ (ລາວ) ແລະແຂວງກວາງຈິ (ຫວຽດນາມ). ນັກຂ່າວໄດ້ມີການສໍາພາດທ່ານພັນເອກພິເສດ ເລວັນເຟືອງ, ຜູ້ບັນຊາການທະຫານຊາຍແດນແຂວງກວາງຈິ ກ່ຽວກັບຄວາມໝາຍຂອງລາຍການ.
ຍສໝ - ໃນຕອນບ່າຍຂອງວັນທີ 12 ກໍລະກົດ 2019, ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນ ວັນ ມີ້, ຮອງປະທານທັງເປັນເລຂານຸການສະມາຄົມມິດຕະພາບຫວຽດນາມ - ລາວ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໂດຍທ່ານພັນເອກ ເຈິ່ນຕວນແອັງ, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກກັບເມືອງສະໝ້ວຍ, ແຂວງສາລະວັນ ແລະ ເມືອງນອງ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ສປປ ລາວ.
ຍສໝ - ເມື່ອມໍ່ໆມານີ້, ທີ່ ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ແລະ ກະຊວງພາຍໃນ ລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນການຄຸ້ມຄອງລັດຖະກອນ ແລະ ຄຸ້ມຄອງອໍານາດການປົກຄອງທ້ອງຖິ່ນຫວຽດນາມ-ລາວ.
ຍສໝ - ສູ້ຊົນນໍາວົງເງິນສົ່ງອອກລະຫວ່າງຫວຽດນາມ ແລະລາວ ໃຫ້ບັນລຸໄດ້ລະດັບເຕີບໂຕ 10% ໃນປີ 2019.
ຍສໝ - ໃນລະຫວ່າງແຕ່ວັນທີ 14 -16 ມິຖຸນາ 2019, ຢູ່ແຂວງ ກວ໊າງບິ່ງ, ຄະນະຊາວໜຸ່ມກະຊວງຍຸຕິທໍາ ຫວຽດນາມ ຈະເປັນປະທານຈັດຕັ້ງລາຍການເຮັດວຽກ ແລະ ພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມກະຊວງຍຸຕິທໍາ ຫວຽດນາມ ແລະ ຄະນະຊາວໜຸ່ມກະຊວງຍຸຕິທໍາ ລາວ.
ທ້າຍເດືອນພຶດສະພາທີ່ຜ່ານມາ, ທ່ານ ຫງວຽນ ວັນ ຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ໄດ້ເດີນທາງມາຍັງນະຄອນຫຼວງວຽງຈັນ, ແຫ່ງ ສປປ ລາວ ເພື່ອເຂົ້າຮ່ວມເວທີປາໄສ ຍົກສູງຄຸນນະພາບການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວ ແລະ ງານວາງສະແດງການສຶກສາມະຫາວິທະຍາໄລ ຫວຽດນາມ- ລາວ 2019. ທີ່ນີ້, ທ່ານ ຫງວຽນ ວັນ ຟຸກ ໄດ້ມາຢ້ຽມຢາມ, ໂອ້ລົມ ກັບ ບັນດານັກຮຽນ ແລະ ຄູອາຈານຫວຽດນາມ ທີ່ກຳລັງຮໍ່າຮຽນ ແລະ ປະຕິບັດງານ ຢູ່ ສປປ ລາວ.
ຍສໝ -ທ້າຍເດືອນທີ່ຜ່ານມາ, ທີ່ສູນປະຊຸມນະຄອນຫ໋າຍຟ່ອງ, ທ່ານ ຫງວຽນ ດິ່ງ ຈ໋ວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຫ໋າຍ ຟ່ອງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານຂອງລັດຖະບານ ແລະ ສະພາກາແດງລາວ ໂດຍ ທ່ານ ວີໄລພອນ ສີສົມຫວັງ, ຮັກສາການຫົວໜ້າກົມ ສະຫວັດດິການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ເປັນຫົວຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫ໋າຍ ຟ່ອງ.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.
ຍສໝ - ວັນທີ 24 ພຶດສະພາ 2019, ຢູ່ແຂວງຊຽງຂວາງ ສປປ ລາວ, ບໍລິສັດຫຸ້ນສ່ວນນໍ້ານົມຫວຽດນາມ (Vinamilk) ໄດ້ຈັດຕັ້ງພິທີສະເໜີຕົວບໍລິສັດ Lao-Jagro ແລະ ລົງມືກໍ່ສ້າງໄລຍະທີ 1 ກຸ່ມ “Resort” ງົວນົມ Organic ດ້ວຍເນື້ອທີ່ 5.000 ເຮັກຕາ ຢູ່ລາວ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນຊາວໜຸ່ມ ຫວຽດນາມ-ລາວ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບການນໍາແຂວງເງ້ະອານ.
ຍສໝ - ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງຊາຍແດນ ຫວຽດນາມ-ລາວ ພາກກາງ-ໄຕຫງວຽນ ປີ 2019” ໄດ້ໄຂຂຶ້ນໃນຕອນຄ່ຳຂອງວັນທີ 17 ພຶດສະພາ 2019 ຢູ່ແຂວງເທື່ອທຽນເຫ້ວ.
ຍສໝ - ນັກທຸລະກິດ ຫວຽດນາມ-ລາວ ກໍາລັງບຸກບືນ ແລະ ການຮ່ວມມື ພັດທະນາ ໃນຫລາຍຂົງເຂດ ເພື່ອເຮັດໃຫ້ສອດຄ່ອງ ກັບ ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ຂອງສອງປະເທດ.
ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງປະຊາຄົມອາຊຽນ, ເປັນຕົ້ນແມ່ນໃນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ...