ອາທິດທີ່ຜ່ານມາ, ຄະນະຮັບຜິດຊອບຈັດງານສັບປະດາວັດທະນະທຳ-ທ່ອງທ່ຽວເຊີນລາ ປີ 2018 ຢູ່ ແຂວງຫົວພັນ ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອເປັນເອກະພາບດ້ວຍເນື້ອໃນ ແລະ ພິທີການ ແຂວງຫົວພັນນຳໂດຍທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ ແລະ ແຂວງເຊິນລາ ນຳໂດຍທ່ານ ຫວຽນວັນທຸ້ຍ ຮອງປະທານຄະນະກຳມະການປະຊາຊົນແຂວງເຊິນລາ ພ້ອມດ້ວຍຄະນະ.
ເມື່ອທ້າຍອາທິດຜ່ານມາ ຢູ່ໂຮງກາຍາສິນແຫ່ງຊາດ ນະຄອນຫລວງວຽງຈັນ, ອົງກອນສະວິດເພື່ອການພັດທະນາ ແລະ ຮ່ວມມືແມ່ຂອງ ປະຈຳ ສປປ ລາວ ຮ່ວມກັບ ບໍລິສັດ ເຕັ້ນຟັງລາວ ໄດ້ ຈັດງານສະແດງ ທີ່ມີຊື່ວ່າ ສາຍລົມ ແລະ ສຽງດົນຕີ ລາວ-ສະວິດ, ຊຶ່ງເປັນການສະແດງທີ່ມີທັງດົນຕີ ແລະ ການເຕັ້ນປະສົມປະສານກັນ.
ຍສໝ - ສະຫະພັນອົງການ ມິດຕະພາບ ປະສານສົມທົບກັບ ສະຖາບັນ ສົ່ງເສີມ ແລກປ່ຽນ ວັດທະນະທຳ ສາກົນ ເກົາຫຼີໃຕ້ ແລະ ບໍລິສັດ ກໍ່ສ້າງ Posco ຮ່ວມກັນຈັດງານມະຫະໂຫລານ ວັດທະນະທຳ ຫວຽດນາມ-ເກົາຫຼີໃຕ້ ຢູ່ທີ່ ຫໍວັດທະນະທຳ ຊາວໜຸ່ມ ນະຄອນ ຫວ ຸ໋ງເຕົ່າ ແຂວງບ່າເລ້ຍຫວຸ໋ງເຕົ່າ.
ຍສໝ - ງານໂຮມຊຸມນຸມສະແດງວັດທະນະທຳມໍລະດົກນາມມະທຳ ແຫ່ງຊາດຄັ້ງທຳອິດ ແລະ ບຸນ ນະຄອນຕວຽນກວາງ ປີ 2018 ດ້ວຍເອກກະລັກວັດທະນະທຳໃໝ່ແປກຕາ ແລະ ດຶງດູດ ກຳລັງກຽມຕ້ອນຮັບນັກທ່ອງທ່ຽວທັງໄກ້-ໄກ ມາທ່ອງທ່ຽວ ແລະ ພິສູດດ້ວຍຕົນເອງ ຢູ່ ແຂວງຕວຽນກວາງ.
ຍສໝ - ຕອນຄໍ່າວັນທີ 24 ສິງຫາ, ຢູ່ ນະຄອນ ຕາມກີ່ ແຂວງກວາງນາມ, ວັນບຸນວັດທະນະທໍາ ບັນດາເຜົ່າເຂດພາກກາງ ຄັ້ງທີ 3 ໃນຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທໍາບັນດາເຜົ່າເຂດພາກກາງໃນໄລຍະປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ. ງານດັ່ງກ່າວ ຈັດໂດຍ ກະຊວງ ວັດທະນະທໍາ ກິລາ ແລະ ທ່ອງທ່ຽວ ສົມທົບກັບ ຫ້ອງວ່າການ ແຂວງກວ້າງນາມ.
ພິທີໄຂຊຸມວັນວັດທະນະທຳ ຍີ່ປຸ່ນ ຢູ່ແຂວງ ກວາງນາງ ໄດ້ດຳເນີນໃນຕອນຄ່ຳວັນທີ 17 ສິງຫາ ທີ່ນະຄອນ ໂຫ້ຍອານ, ແຂວງ ກວາງນາມ.
ຍສໝ - ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບ ງານບຸນວັດທະນະທຳ ບັນດາຊົນເຜົ່າພາກກາງ ຄັ້ງທີ 3 ຢູ່ແຂວງກວ້າງນາມ ຈະດຳເນີນໄປຕັ້ງແຕ່ວັນ 24-26 ສິງຫານີ້. ໃນງານບຸນແມ່ນຈະມີ 13 ແຂວງ, ນະຄອນເຂົ້າຮ່ວມ ດ້ວຍເອກກະລັກດ້ານມູນເຊື້ອວັດທະນະທຳອັນເປັນກະລັກພິເສດ.
ເຫ້ວແມ່ນກຸງເກົ່າຂອງລາດຊະວົງຫງວຽນ-ລາດຊະວົງລາຊາທິປະໄຕສະໄໝສຸດທ້າຍໃນປະຫວັດສາດຂອງຊາດຫວຽດນາມດ້ວຍໄລຍະຄົງຕົວ 143 ປີ, ໄດ້ເກັບຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ອຸດົມສົມບູນ, ຊຶ່ງລວມມີລະບົບກຳແພງ, ລາດຊະວັງ, ຫໍໂຮງບູຊາ, ວິຫານ, ສຸສານ, ທິວທັດທຳມະຊາດ, ວັດທະນະທຳອາຫານການກິນຕະຫຼອດຮອດບັນດາປະເພດສິລະປະດົນຕີ ແລະ ງານບຸນປະເພນີທີ່ເປັນເອກະລັກ. ພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳນີ້ໃນໄລຍະກວ່າ 20ປີ ທີ່ຜ່ານມາໄດ້ບັນລຸບັນດາໝາກຜົນທີ່ດີງາມ
ຍສໝ - ສອງວັນທີ່ຜ່ານມາ ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດຫວຽດນາມ ຢູ່ມາເລເຊຍ, ຄວາມເປັນເອກກະລັກທາງດ້ານວັດທະນະທຳ ຂອງຫວຽດນາມ ໄດ້ຮັບການເຜີຍແຜ່ ເຖິງບັນດາເພື່ອນມິດ ບັນດາປະເທດໃນອາຊຽນ.
ຍສໝ - ວັນສັບປະດາ ວັດທະນະທຳຫວຽດນາມ ຢູ່ ມະຫາວິທະຍາໄລ Ritsumeikan ອາຊີ-ຕາເວັນອອກສ່ຽງໃຕ້ (APU) ດຳເນີນໄປດ້ວຍຄວາມສຳເລັດ ຢູ່ນະຄອນ Beppu ແຂວງ Oita ປະເທດ ຢີປຸ່ນ.
ຍສໝ - ຕາມສຳນັກຂ່າວຫວຽດນາມ ຢູ່ປະເທດໄທ ຕອນຄ່ຳຂອງວັນທີ 16 ກໍລະກົດ ທີ່ ນະຄອນຫຼວງບາງກອກ ລາຊາອານາຈັກໄທ, ສະຖານທູດຫວຽດນາມ ໄດ້ປະສານສົມທົບກັບ ສາຍການບິນ ໄທ ຫວຽດເຈັດແອ ແລະ ໂຮງແຮມ ດູສິດ ທານາ ໄດ້ເປີດສັບປະດາໂຄສະນາເຜີຍແຜ່ວັດທະນະທຳ ແລະ ອາຫານ ຫວຽດນາມ ແຕ່ວັນທີ 16 -22 ກໍລະກົດນີ້.
ແຂວງ ຝູເຖາະ ເຊິ່ງແມ່ນແຂວງເຂດພູດອຍທາງພາກເໜືອຫວຽດນາມ, ໄດ້ຮັບກຽດແມ່ນທ້ອງຖິ່ນໜຶ່ງດຽວຢູ່ຫວຽດນາມມີສອງມໍລະດົກວັດຖະນະທຳຄື: ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ສິລະປະຂັບຊວານ ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ພ້ອມກັບທົ່ວປະເທດ, ແຂວງ ຝູເຖາະ ພວມອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່ານີ້ໃນແຕ່ລະວັນ, ຄືດັ່ງວິທີເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດຂອງຊາດທີ່ໄດ້ປະໄວ້ໃຫ້ຢູ່ດິນແດນແຫ່ງບັນພະບຸລຸດ.
ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ ແລະສະຖາບັນຄົ້ນຄ້ວາປະຫວັດສາດເດີມ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ລາຍງານໝາກຜົນເບື້ອງຕົ້ນການສຳຫຼວດຂຸດຄົ້ນວັດຖຸບູຮານເຂດວັງກີ໋ງທຽນ ໃນປີ 2017”.
ຕອນຄໍ່າວັນທີ 5 ພຶດສະພາ, ຢູ່ນະຄອນ ກຸຍເຍີນ, ແຂວງ ບິ່ງດີ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບໃບຢັ້ງຢືນຂອງ UNESCO ຮັບຮູ້ “ສິລະປະຂັບບ່າຍຈ່ອຍ ພາກກາງຫວຽດນາມ” ແມ່ນມໍລະດົກທາງດ້ານວັດທະນະທໍານາມມະທໍາຕາງໜ້າຂອງມວນມະນຸດ.
ວກ.ອອນໄລ - ດ້ວຍຖານະຜູ້ປະດິດສ້າງວັດທະນະທຳ, ປະຊາຄົມບັນດາຊົນເຜົ່າຫວຽດນາມ ພ້ອມກັບພັກ, ລັດຖະບານ ຍາມໃດກໍ່ໃຫ້ຄວາມສຳຄັນແກ່ການປົກປັກ ອະນຸຮັກ ແລະ ຖ່າຍທອດບັນດາສິ່ງຍອດຍິ່ງ, ຄຸນຄ່າພິເສດ ຂອງສາງມໍລະດົກວັດທະນະທຳຫວຽດນາມ. ແຕ່ຫຼາຍປີທີ່ຜ່ານມາມໍ່ນີ້, ບັນດາມໍລະດົກວັດທະນະທຳຫວຽດນາມເວົ້າລວມ ແລະ ມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນເວົ້າໂດຍສະເພາະ ໄດ້ແລະພວມກາຍເປັນໜຶ່ງໃນບັນດາຊັບພະຍາກອນການທ່ອງທ່ຽວທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ.
ວກ. - ປັດໄຈມະນຸດ ແລະ ວັດທະນະທຳມີບົດບາດສຳຄັນທີ່ສຸດ ໃນພາລະກິດການພັດທະນາ. ຢາກໃຫ້ປະເທດພັດທະນາແບບຍືນຍົງ ແມ່ນບໍ່ອາດຈະຂາດການພັດທະນາແບບຍືນຍົງ ຂອງບັນດາປັດໄຈວັດທະນະທຳແລະມະນຸດ. ແຕ່, ພິຈາລະນາຈົນສຸດແລ້ວ ກໍເຫັນວ່າ ປັດໄຈທີ່ຕັດສິນທີ່ສຸດແມ່ນມະນຸດ ຍ້ອນມີແຕ່ມະນຸດເທົ່ານັ້ນຈຶ່ງມີວັດທະນະທຳ. ເພາະສະນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດໜ້າທີ່ກໍ່ສ້າງຄົນຫວຽດນາມໃຫ້ຂະຫຍາຍຕົວຢ່າງຮອບດ້ານ ຕ້ອງກາຍເປັນເປົ້າໝາຍໜຶ່ງຂອງແຜນຍຸດທະສາດພັດທະນາປະເທດ.