ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່
ຍສໝ - ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.
ຍສໝ - ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.
ຍສໝ - ສ່ວນທ່ານ ຢັ້ງຢືນວ່າຜົນສຳເລັດຂອງຫວຽດນາມຕໍ່ໂລກລະບາດ Covid – 19 ໄດ້ສະແດງໃຫ້ເຫັນລັກສະນະສຸດຍອດຂອງລັດຖິສັງຄົມໃນການຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດ , ທ່ານສະແດງຄວາມຂອບໃຈຕໍ່ບັນດາການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ກ່ຽວກັບການໜູນຊ່ວຍຢ່າງທັນການໃຫ້ແກ່ກູບາ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດ Covid – 19 ກໍ່ຄືບັນດາຂົງເຂດທັງໝົດ.
ຍສໝ - ສິນຄ້າປະເພດທີ່ມີມູນຄ່າສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມລວມມີ: ກອມພູເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່, ໂທລະສັບຊະນິດຕ່າງໆ ແລະ ເຄື່ອງອາໄຫຼ່, ສິນຄ້າຕ່ຳແຜ່ນຕັດຫຍິບ ແລະ ເກີບ.
ຍສໝ - ອັດຕາເຕີບໂຕລະດັບກາງ ຂອງການຕຳແຜ່ນຕັດຫຍິບຫວຽດນາມໃນໄລຍະ 2010 – 2019 ເພີ່ມຂຶ້ນ 15,8 %, ນຳຫວຽດນາມກາຍເປັນຜູ້ຜະລິດການຕັດຫຍິບໃຫຍ່ອັນດັບທີ 2 ໃນທົ່ວໂລກ.
ຍສໝ - ທ່ານ Juan Valle Raleigh ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈຳ ຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳ ຄັນ ໃນນະໂຍບາຍການຕ່າງປະເທດຂອງປະເທດອາກຊັງຕີນ ແລະເລື່ອງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເມື່ອ 10 ປີກ່ອນໄດ້ສ້າງພື້ນຖານໃນການສົ່ງເສີມໂຄງການດຳເນີນງານຮ່ວມມືທີ່ອຸດົມສົມບູນ, ໂດຍສະເພາະໃນດ້ານເສດຖະກິດການຄ້າ.
ຍສໝ - VIET SOLUTIONS ແມ່ນການສອບເສັງຊອກຫາວິທີການຫັນເປັນດີຈີຕອນແຫ່ງຊາດສຳລັບສ່ວນບຸຄົນ, ວິສາຫະກິດໃນທົ່ວໂລກໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມ ກອງທັບສົມທົນກັນຈັດຕັ້ງຂຶ້ນ.
ຍສໝ - ວັນທີ 14 ກໍລະກົດ, ປະເທດຝລັ່ງ ໄດ້ສະເຫຼີມສະຫຼອງ 231 ປີແຫ່ງວັນຊາດ (14 ກໍລະກົດ 1789 – 14 ກໍລະກົດ 2020). ພາຍຫຼັງ 230 ປີແຫ່ງການພັດທະນາ, ປັດຈຸບັນ, ສະທາລະນະລັດຝລັ່ງແມ່ນປະເທດສະມາຊິກຫຼັກແຫຼ່ງໃນສະຫະພາບເອີລົບ, ມີການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດໃນໂລກໃນນັ້ນມີ ຫວຽດນາມ. ໃນໄລຍະ 47 ປີແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍ ຫວຽດນາມ - ຝລັ່ງໄດ້ສ້າງການພົວພັນຄູ່ຮ່ວມມຍຸດທະສາດທີ່ມີຫຼາຍຂີດໝາຍ, ສ້າງພື້ນຖານຢ່າງໜັກແໜ້ນເພື່ອມຸ່ງໄປສູ່ອະນາຄົດທີ່ສົດໃສກ່ວາອີກ.
ຍສໝ - ມາຮອດປັດຈຸບັນ, ບັນດາສະຖານທີ່ພັກເຊົາຢູ່ ນິງບິ່ງ ໄດ້ ແລະ ພວມປະຕິບັດບັນດາຜະລິດຕະພັນໃໝ່ຕ່າງໆ ເພື່ອກະຕຸກຊຸກຍູ້ການທ່ອງທ່ຽວຢູ່ພາຍໃນປະເທດ. ທາງແຂວງນິງບິ່ງ ຍັງສຸມໃສ່ຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວຢ່າງຄົບຊຸດ.
ຍສໝ - ສະຖານກົງສຸນໃຫຍ່ຝຣັ່ງປະຈຳ ນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງແບ່ງປັນບັນດາຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆເພື່ອຊຸກຍູ້ການຮ່ວມມືສາກົນຂອງລັດຖະບານອັງກິດໃນການຮັບມືກັບໂລກລະບາດ Covid-19, ແລະ ທ່ານກໍ່ຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະຮ່ວມມືຢ່າງໃກ້ຊິດກັບອັງກິດໃນຄວາມພະຍາຍາມເຫຼົ່ານີ້.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງຕາມການເຫັນດີເປັນເອກະພາບລະຫວ່າງ ຫວຽດນາມ ແລະຈີນ.
ຍສໝ - ບົດຂຽນໄດ້ເອົາລົງໃນເວັບໄຊຂອງ IMF ໂດຍຕີລາຄາວ່າ ຫວຽດນາມແມ່ນແບບຢ່າງທີ່ດີກ່ຽວກັບຜົນສຳເລັດຂອງປະເທດທີ່ພວມມີການພັດທະນາສາມາດເອົາໄຊຊະນະໂລກລະບາດ Covid – 19.
ຍສໝ - ຕາມ ທ່ານ Cory Gardner ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ອາເມລິກາຂໍສະແດງຄວາມ ຊົມເຊີຍຕໍ່ ຫວຽດນາມໃນບົດບາດເປັນປະທານອາຊຽນ.
ຍສໝ - ຫວຽດນາມ ແມ່ນຂົວຕໍ່ສຳຄັນລະຫວ່າງ ອາເມລິກາ ກັບ ອາຊຽນ, ເປີດບັນດາຮູບການເຂົ້າຮ່ວມໃນການພັດທະນາ, ບັນດາບັນຫາເສດຖະກິດ ແລະ ສິ່ງແວດລ້ອມໃຫ້ພາກພື້ນ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.
ຍສໝ - ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມສົ່ງເສີມການລົງທຶນໃຫຍ່ໄດ້ຮັບການຈັດຕັ້ງທາງອອນລາຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຍີ່ປຸ່ນ 1000 ແຫ່ງຈາກບັນດາຈຸດຖ່າຍທອດສົດຢູ່ຍີ່ປຸ່ນ ແລະ ໃນທົ່ວໂລກ, ຊຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມມຸ່ງມາດປາດຖະໜາຢ່າງຍິ່ງຂອງປະຊາຄົມວິສາຫະກິດຍີ່ປຸ່ນຕໍ່ຫວຽດນາມ.
ຍສໝ - ເພື່ອແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດບັນດາປະເທດສະມາຊິກໄລຍະຫຼັງ ໂລກລະບາດ Covid – 19, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຍົກອອກ 3 ກຸ່ມວິທີການແກ້ໄຂຢ່າງລະອຽດ.
ຍສໝ - ທີ່ກອງປະຊຸມ, ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ຍົກອອກບາງມາດຕະການເພື່ອແນໃສ່ຍາດແຍ່ງທ່າແຮງໃຫ້ດີທີ່ສຸດ, ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ, ໃນນັ້ນໄດ້ສະເໜີໃຫ້ 2 ຝ່າຍສືບຕໍ່ຮ່ວມມືໃນບັນດາຂົງເຂດທີ່ເປັນທ່າແຮງຂອງຝລັ່ງຄື: ພະລັງງານ, ເຕັກໂນໂລຢີສູງ, ກະສິກຳ, ປຸ່ງແຕ່ງ…
ຍສໝ - ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ຫົວໜ້າຄະນະຊີ້ນຳ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ Covid -19 ກໍ່ຜົນກະທົບຕໍ່ທຸກໆປະເທດໃນໂລກ, “ການພົວພັນທາງອອນລາຍ” ແລະ “ການພົວພັນ Covid” ພວມໄດ້ຮັບການຍູ້ແຮງ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນຈາກຫວຽດນາມ.
ຍສໝ - ທ່ານ ຮ່າກິມງອກ ເນັ້ນໜັກວ່າ ເພື່ອຊຸກຍູ້ການພົວພັນຮ່ວມມືໃນທຸກໆຂົງເຂດ ລະຫວ່າງ ຫວຽດນາມ - ອາເມລິກາ, ໃນໄລຍະທີ່ຜ່ານມາ, ໜຶ່ງໃນບັນດາບຸລິມະສິດແຖວໜ້າໃນສະພາບການປັດຈຸບັນແມ່ນຮັບປະກັນທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການຮ່ວມມດ້ານເສດຖະກິດ - ການຄ້າ - ການລົງທຶນ, ໜູນຊ່ວຍຕັ້ງໜ້າໃຫ້ແກ່ວິວັດການຟື້ນຟູເສດຖະກິດຂອງທັງສອງປະເທດພາຍຫຼັງ ໂລກລະບາດ Covid – 19.