ປຶກສາຫາລືກຽມພ້ອມການດໍາເນີນການຜະລິດໄມ້ ເພື່ອໃຫ້ໄດ້ໂຮງງານມາດຕະຖານ

ປຶກສາຫາລືກຽມພ້ອມການດໍາເນີນການຜະລິດໄມ້ ເພື່ອໃຫ້ໄດ້ໂຮງງານມາດຕະຖານ

ໃນວັນທີ 12 ກຸມພາ 2021 ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ເຂດອຸດສາຫະກໍາ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການຊີ້ນໍາໂຄງການສ້າງຕັ້ງໂຮງ ງານຕົວແບບ ແລະ ເຄືອຂ່າຍ ການຜະລິດ ປຸງແຕ່ງໄມ້ ຄັ້ງທີ 3 ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າກົມ, ຮອງກົມ ແລະ ພາກທຸລະກິດກ່ຽວຂ້ອງ ເຂົ້າຮ່ວມ.

ລາວ: ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.701 ຄົນ,ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19

ລາວ: ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.701 ຄົນ,ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19

ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ໃນທົ່ວປະເທດມີຜູ້ຄົນເດີນທາງເຂົ້າມາ ມີທັງໝົດ 699 ຄົນ. ໃນນັ້ນ, ມາຈາກຈຸດຜ່ານດ່ານ ລາວ-ໄທ 625 ຄົນ, ຈຸດຜ່ານດ່ານ ລາວ-ຈີນ 08 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 64 ຄົນ ແລະ ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດແລ້ວ ຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້.

ລາວ: ປ້ອງກັນພະຍາດໄຂ້ຍຸງລາຍ

ລາວ: ປ້ອງກັນພະຍາດໄຂ້ຍຸງລາຍ

ຫວ່າງແລ້ວນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ  ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.

ດົ່ງ​ທາບ ຈັດ​ຕັ້ງ​ງານ​ບຸນ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ໃຫ້​ແກ່​ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ

ດົ່ງ​ທາບ ຈັດ​ຕັ້ງ​ງານ​ບຸນ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ໃຫ້​ແກ່​ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ໄດ້​ດຳ​ເນີນ​ຢູ່​ວິ​ທະ​ຍາ​ໄລ​ປະ​ຊາ​ຄົມ ດົ່ງ​ທາບ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ 72 ຄົນ ​ແລະ ສະ​ມາ​ຊິກ​ພັກ​ແຂວງ​ດົ່ງ​ທາບ​.

ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.  

ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 11 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວ ກັບການຄວບຄຸມ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 11 ກຸມພາ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 ປະເທດ ແລະ ເຂດແຄ້ນ ແລະ ມີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ຫລາຍກວ່າ 107,8 ລ້ານຄົນ. ໃນນີ້, ເສຍຊິວິດແລ້ວຫລາຍກວ່າ 2,3 ລ້ານຄົນ ແລະ ປີ່ນປົວຫາຍດີ 79,9 ລ້ານກວ່າຄົນ.

ກອງທ້ອນໂຮມອັດຖິແຂວງເງະອານ ຫາກໍ່ຄົ້ນພົບ 9 ອັດຖິທີ່ມີຊື່ ຢູ່ ສປປ ລາວ

ກອງທ້ອນໂຮມອັດຖິແຂວງເງະອານ ຫາກໍ່ຄົ້ນພົບ 9 ອັດຖິທີ່ມີຊື່ ຢູ່ ສປປ ລາວ

ຍສໝ - ປັດຈຸບັນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງເງະອານ ກໍາລັງລາຍງານຕໍ່ຂັ້ນເທິງ, ສືບຕໍ່ເປີດກວ້າງຂອບເຂດສໍາຫຼວດ. ຄາດວ່າພາຍຫຼັງບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ຈະຈັດຕັ້ງການທ້ອນໂຮມ.

ສະ​ຖານ​ທູດ ຫ​ວຽດ​ນາມ​ປະ​ຈຳ ລາວ ອວຍ​ພອນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

ສະ​ຖານ​ທູດ ຫ​ວຽດ​ນາມ​ປະ​ຈຳ ລາວ ອວຍ​ພອນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ

ຍ​ສ​ໝ - ຫໍ​ສະ​ພາ​ແຫ່​ງ​ຊາດ​ລາວຫຼັງ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ລັກ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາ​ບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ. ໂຄງ​ການ​ແມ່ນ​ຂອງ​ຂວັນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ມອບ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ, ເນື່ອງ​ໃນ​ໂອ​ກາດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ​ໄປ​ຢ້ຽມ​ຢາມ​ລາວ ຢ່າງ​ເປັນ​ທາງ​ການ.

ສະ​ຖານ​ທ​ູດ​ລາວ ປະ​ຈຳ ອົດ​ສະ​ຕາ​ລີ ອວຍ​ພອນ​ບຸນ​ເຕັດ​ປະ​ຈຳ​ຊາດ​ປີ ສະ​ຫຼຸ 2021

ສະ​ຖານ​ທ​ູດ​ລາວ ປະ​ຈຳ ອົດ​ສະ​ຕາ​ລີ ອວຍ​ພອນ​ບຸນ​ເຕັດ​ປະ​ຈຳ​ຊາດ​ປີ ສະ​ຫຼຸ 2021

ຍ​ສ​ໝ - ທີ່​ການ​ພົບ​ປະ, ທ່ານ​ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ​ລາວ ສີ​ສະ​ວາດ ອິນ​ພະ​ຈັນ​ໄດ້​ອວຍ​ພອນ​ໃຫ້​ໝູ່​ຄະ​ນະ​ພັກ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ​ຫວຽດ​ນາມ ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ມີ​ໂຊກ, ມີ​ໄຊ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂ​ອງ​ຕົນ ກໍ່​ຄື​ໃນ​ການ​ດຳ​ລົງ​ຊີ​ວິດ.

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ຍສໝ - ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະ ແທດຈິງ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.    

ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຂຶ້ນ, ໂດຍການເປັນປະທານກິດຕິມະສັກ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ປະທານອົງການທຽບເທົ່າຂັ້ນສູນກາງ, ເຈົ້າ ແຂວງ, ຮອງປະທານອົງການທຽບເທົ່າຂັ້ນສູນກາງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ພະນັກງານຫລັກແຫລ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂະແໜງການເງິນຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021

ຂະແໜງການເງິນຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021

ຫວ່າງແລ້ວນີ້,  ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານການເງິນ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ບັນດາທ່ານຕາງໜ້າ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021

ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021

ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021. 

ການນໍາແຂວງອຽນບາຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ຢູ່ວິທະຍາໄລການແພດອຽນບາຍ

ການນໍາແຂວງອຽນບາຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ຢູ່ວິທະຍາໄລການແພດອຽນບາຍ

ຍສໝ - ທ່ານ ຫງວຽນຈຽນຖັງ ຮອງປະທານຄະນະກໍາມະການປະຊາຊົນແຂວງອຽນບາຍ ໄດ້ອວຍພອນໃຫ້ພະນັກງານ, ອາຈານ ແລະນັກສຶກສາຕ້ອນຮັບປີໃໝ່ຢ່າງມີຄວາມມ່ວນຊື່ນ, ປອດໄພ, ມີຄວາມຜາສຸກ ແລະຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.

ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021

ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021

ຍສໝ - ການນໍາກອງບັນຊາການທະຫານແຂວງແທັງຮ໊ວາ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮວາ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດເພື່ອນມິດລາວເວົ້າລວມ ແລະກອງບັນຊາການທະຫານແຂວງຫົວພັນເວົ້າສະເພາະໃນການສົມທົບກັນປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງປະເທດ...

ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ໄດ້ຈັດກິດຈະກຳຕ້ອນຮັບບຸນເຕັດ-ປີສະຫຼູ 2021

ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ໄດ້ຈັດກິດຈະກຳຕ້ອນຮັບບຸນເຕັດ-ປີສະຫຼູ 2021

ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ ສປປ.ລາວ, ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ໄດ້ຈັດກິດຈະກຳຕ້ອນຮັບບຸນເຕັດ-ປີສະຫຼູ 2021.

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງຫົວພັນ (ລາວ) ໄດ້ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສະກັດກັ້ນບັນດາເປົ້າໝາຍຂ້າມຊາຍແດນເຊິ່ງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ຜູ້ນຳບັນດາກະຊວງ ແລະ ຂະແໜງການຂອງລາວ ອວຍພອນ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ ສປປ.ລາວ, ໃນວັນທີ 3 ກຸມພາ, ຜູ້ນຳຂອງຫຼາຍກະຊວງ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆຂອງ ສປປ.ລາວ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມປະ ຈຳນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ ແລະ ຊົມເຊີຍໃນການປະສົບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ລາວ: ມີສູນຈຳກັດບໍລິເວນທັງໝົດ 33  ສູນ, ມີຜູ້ຖືກຈໍາກັດບໍລິເວນທັງໝົດ 2.588 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ລາວ: ມີສູນຈຳກັດບໍລິເວນທັງໝົດ 33 ສູນ, ມີຜູ້ຖືກຈໍາກັດບໍລິເວນທັງໝົດ 2.588 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ໃນວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຕົວຢ່າງ, ໃນນັ້ນ 2 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 74 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວ ທີ່ກັບມາແຕ່ໄທ ບໍ່ມີອາການ 172, ແຮງງານຈີນ ບໍ່ມີອາການ 155 ຕົວຢ່າງ, ແຮງງານໄທ 32 ຕົວຢ່າງ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ 2020 ມາເຖິງ ວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາ ກວດທັງໝົດ 104.212 ຕົວຢ່າງ, ໃນນັ້ນກວດພົບເຊື້ອໂຄວິດ-19 ຈໍານວນ 44 ຄົນ.