ໃນວັນທີ 12 ກຸມພາ 2021 ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ເຂດອຸດສາຫະກໍາ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການຊີ້ນໍາໂຄງການສ້າງຕັ້ງໂຮງ ງານຕົວແບບ ແລະ ເຄືອຂ່າຍ ການຜະລິດ ປຸງແຕ່ງໄມ້ ຄັ້ງທີ 3 ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າກົມ, ຮອງກົມ ແລະ ພາກທຸລະກິດກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ໃນທົ່ວປະເທດມີຜູ້ຄົນເດີນທາງເຂົ້າມາ ມີທັງໝົດ 699 ຄົນ. ໃນນັ້ນ, ມາຈາກຈຸດຜ່ານດ່ານ ລາວ-ໄທ 625 ຄົນ, ຈຸດຜ່ານດ່ານ ລາວ-ຈີນ 08 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 64 ຄົນ ແລະ ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ. ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດແລ້ວ ຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້.
ຫວ່າງແລ້ວນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ຍສໝ - ການເຄື່ອນໄຫວໄດ້ດຳເນີນຢູ່ວິທະຍາໄລປະຊາຄົມ ດົ່ງທາບ ໂດຍມີການເຂົ້າຮ່ວມຂອງນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ແລະ ສະມາຊິກພັກແຂວງດົ່ງທາບ.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.
ໃນວັນທີ 11 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວ ກັບການຄວບຄຸມ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 11 ກຸມພາ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 ປະເທດ ແລະ ເຂດແຄ້ນ ແລະ ມີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ຫລາຍກວ່າ 107,8 ລ້ານຄົນ. ໃນນີ້, ເສຍຊິວິດແລ້ວຫລາຍກວ່າ 2,3 ລ້ານຄົນ ແລະ ປີ່ນປົວຫາຍດີ 79,9 ລ້ານກວ່າຄົນ.
ຍສໝ - ປັດຈຸບັນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງເງະອານ ກໍາລັງລາຍງານຕໍ່ຂັ້ນເທິງ, ສືບຕໍ່ເປີດກວ້າງຂອບເຂດສໍາຫຼວດ. ຄາດວ່າພາຍຫຼັງບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ຈະຈັດຕັ້ງການທ້ອນໂຮມ.
ຍສໝ - ຫໍສະພາແຫ່ງຊາດລາວຫຼັງໃໝ່ແມ່ນໜຶ່ງໃນບັນດາສັນຍາລັກທີ່ມີຄວາມໝາຍຫຼາຍຢ່າງຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ໂຄງການແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໄປຢ້ຽມຢາມລາວ ຢ່າງເປັນທາງການ.
ຍສໝ - ທີ່ການພົບປະ, ທ່ານ ເອກອັກຄະລັດຖະທູດ ລາວ ສີສະວາດ ອິນພະຈັນໄດ້ອວຍພອນໃຫ້ໝູ່ຄະນະພັກນັກງານ, ພາລະກອນສະຖານທູດ ຫວຽດນາມ ປີໃໝ່ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີໂຊກ, ມີໄຊ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ກໍ່ຄືໃນການດຳລົງຊີວິດ.
ຍສໝ - ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະ ແທດຈິງ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.
ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຂຶ້ນ, ໂດຍການເປັນປະທານກິດຕິມະສັກ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ປະທານອົງການທຽບເທົ່າຂັ້ນສູນກາງ, ເຈົ້າ ແຂວງ, ຮອງປະທານອົງການທຽບເທົ່າຂັ້ນສູນກາງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ພະນັກງານຫລັກແຫລ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫວ່າງແລ້ວນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານການເງິນ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ບັນດາທ່ານຕາງໜ້າ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021.
ຍສໝ - ທ່ານ ຫງວຽນຈຽນຖັງ ຮອງປະທານຄະນະກໍາມະການປະຊາຊົນແຂວງອຽນບາຍ ໄດ້ອວຍພອນໃຫ້ພະນັກງານ, ອາຈານ ແລະນັກສຶກສາຕ້ອນຮັບປີໃໝ່ຢ່າງມີຄວາມມ່ວນຊື່ນ, ປອດໄພ, ມີຄວາມຜາສຸກ ແລະຮັບປະກັນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເປັນຢ່າງດີ.
ຍສໝ - ການນໍາກອງບັນຊາການທະຫານແຂວງແທັງຮ໊ວາ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮວາ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດເພື່ອນມິດລາວເວົ້າລວມ ແລະກອງບັນຊາການທະຫານແຂວງຫົວພັນເວົ້າສະເພາະໃນການສົມທົບກັນປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງປະເທດ...
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ ສປປ.ລາວ, ໂຮງຮຽນສອງພາສາລາວ-ຫວຽດນາມຫງວຽນຢູ ໄດ້ຈັດກິດຈະກຳຕ້ອນຮັບບຸນເຕັດ-ປີສະຫຼູ 2021.
ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງຫົວພັນ (ລາວ) ໄດ້ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ສະກັດກັ້ນບັນດາເປົ້າໝາຍຂ້າມຊາຍແດນເຊິ່ງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ ສປປ.ລາວ, ໃນວັນທີ 3 ກຸມພາ, ຜູ້ນຳຂອງຫຼາຍກະຊວງ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆຂອງ ສປປ.ລາວ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມປະ ຈຳນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ ແລະ ຊົມເຊີຍໃນການປະສົບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ໃນວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຕົວຢ່າງ, ໃນນັ້ນ 2 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 74 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວ ທີ່ກັບມາແຕ່ໄທ ບໍ່ມີອາການ 172, ແຮງງານຈີນ ບໍ່ມີອາການ 155 ຕົວຢ່າງ, ແຮງງານໄທ 32 ຕົວຢ່າງ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ 2020 ມາເຖິງ ວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາ ກວດທັງໝົດ 104.212 ຕົວຢ່າງ, ໃນນັ້ນກວດພົບເຊື້ອໂຄວິດ-19 ຈໍານວນ 44 ຄົນ.