ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (30/4/1975 - 30/4/2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາ, ໄປຖະຫວາຍທູບທຽນປະທານ ໂຮ່ຈີມິມ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
ຍສໝ - ວັນທີ 30 ເມສາ ບໍ່ພຽງແຕ່ແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມ ໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບເທົ່ານັ້ນ, ແຕ່ຍັງແມ່ນຈຸດຢືນທາງດ້ານຈິດໃຈ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ ດ້ວຍທ່າທີແຫ່ງຄວາມເຊື່ອໝັ້ນ, ບົດບາດອັນສະຫງ່າຜ່າເຜີຍ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະບືນຕົວຂຶ້ນຢ່າງແຂງແຮງ.
ຍສໝ - ການເລືອກເອົາວັນທີ 24 ພະຈິກ ຂອງທຸກໆປີ ເປັນວັນວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ແມ່ນການເພີ່ມວັນພັກອີກໜຶ່ງວັນເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງບົດບາດສຳຄັນຂອງວັດທະນະທຳ ໃນຍຸດທະສາດແຫ່ງການພັດທະນາປະເທດຊາດ. ສິ່ງດັ່ງກ່າວ ໄດ້ຮັບຄວາມຫວັງວ່າຈະກາຍເປັນ “ຈຸດນັດພົບທາງດ້ານຈິດໃຈ” ຂອງທົ່ວສັງຄົມ, ເປີດໂອກາດໃຫ້ວັດທະນະທຳແຊກຊຶມເຂົ້າສູ່ຊີວິດການເປັນຢູ່ຢ່າງເລິກເຊິ່ງ, ກາຍເປັນແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງຍືນຍົງ.
ຍສໝ - ຕາມຂ່າວຈາກນັກຂ່າວສຳນັກຂ່າວສານ ຫວຽດນາມ (TTXVN) ປະຈຳ ລາວ, ໃນຕອນບ່າຍວັນທີ 27 ເມສາ, ຢູ່ສະຖານທູດ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດເວທີປາໄສ “ພາສາ ຫວຽດນາມ: ຂົວຕໍ່ ຫວຽດນາມ - ລາວ” ພາຍໃຕ້ຫົວຂໍ້ “ເຊີດຊູພາສາ ຫວຽດນາມ, ຮັກສາເອກະລັກ, ເຊື່ອມຕໍ່ອະນາຄົດ”. ເຫດການດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາຜູ້ແທນຢ່າງຫຼວງຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງອອນລາຍ.
ຍສໝ - ໃນບັນຍາກາດແຫ່ງຄວາມເຄົາລົບຮັກ ແລະ ສະແດງຄວາມຮູ້ບຸນຄຸນທີ່ມຸ່ງໄປສູ່ຕົ້ນກຳເນີດຂອງຊາດ, ໃນຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ປີມະເມຍ), ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ, ດ້ວຍບັນດາຮີດຄອງປະເພນີອັນດີງາມ ແລະ ກິດຈະກຳທາງດ້ານວັດທະນະທຳທີ່ເປັນເອກະລັກ. ເຫດການດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄຸນສົມບັດ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ" ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການສຶກສາອົບຮົມ, ເຜີຍແຜ່ຄວາມພາກພູມໃຈກ່ຽວກັບປະຫວັດສາດ ແລະ ເອກະລັກວັດທະນະທຳຂອງ ຫວຽດນາມ ໃຫ້ແກ່ຄົນລຸ້ນຫຼັງໃນປັດຈຸບັນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ
ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ, ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ, ຊາວ ຫວຽດນາມ ນັບລ້ານໆຄົນເຖິງວ່າຢູ່ພາຍໃນ ຫຼື ຕ່າງປະເທດ ກໍລ້ວນແຕ່ມຸ່ງໄປເຖິງກົກເຄົ້າເຫງົ້າກໍ, ຈາລຶກເຖິງຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ສະຖາປະນາປະເທດ. ໃນສະພາບການເຊື່ອມໂຍງ ແລະ ພັດທະນາ, ຄຸນຄ່າຮ່ວມກົກເຄົ້າເຫງົ້າກໍອັນດຽວກັນນັ້ນໄດ້ກາຍເປັນກຳລັງໜູນ, ແມ່ນທີ່ເພິ່ງພາທາງດ້ານຈິດໃຈ, ປັບປຸງກຳລັງແຮງມະຫາສາມັກຄີທົ່ວປ
ຍສໝ - ຕາມສະຖານີຂ່າວ Yonhap, ທຳເນຽບສີນ້ຳເງິນ ໄດ້ຕີລາຄາວ່າ ການຢ້ຽມຢາມລັດຖະກິດ ທີ່ຫວຽດນາມ ຂອງປະທານາທິບໍດີ ເກົາຫຼີໃຕ້ Lee Jae Myung ທີ່ນອນໃນຂອບເຂດ "ການທູດສຸດຍອດແບບຕໍ່ເນື່ອງ" ກັບ ອາຊຽນ ໄດ້ກາຍເປັນຂີດໝາຍທີ່ສຳຄັນ ເພື່ອ "ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດໃນທຸກຂົງເຂດ ນັບແຕ່ການເມືອງ, ເສດຖະກິດ ຈົນເຖິງວັດທະນະທຳ ມີຄວາມສົມບູນແບບ".
ຍສໝ - ຢູ່ທີ່ "ດ່ານໜ້າ" ເກາະ ລີເຊີນ, ແຂວງ ກວາງຫງາຍ, ການຕໍ່ສູ້ຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ກໍາລັງຖືກຈັດຕັ້ງປະຕິບັດດ້ວຍວິທີການທີ່ອົດທົນ ແລະ ໃກ້ຊິດກັບປະຊາຊົນ ຂອງສະຖານີຕຳຫຼວດທະເລ ເລກ 2. ນັບຕັ້ງແຕ່ການລາດຕະເວນ, ການລົງໄປຫາ "ແຕ່ລະລໍາເຮືອ, ແຕ່ລະທ່າເຮືອ", ກໍາລັງເຈົ້າໜ້າທີ່ກໍາລັງຄ່ອຍໆປ່ຽນແປງຈິດສໍານຶກຂອງຊາວປະມົງ, ປະກອບສ່ວນເຂົ້າໃນການປົດ "ໃບເຫຼືອງ" ໃຫ້ແກ່ຂະແໜງສິນໃນນໍ້າຂອງ ຫວຽດນາມ.
ຍສໝ - ໃນຕອນບ່າຍວັນທີ 23 ເມສາ, ສືບຕໍ່ວາລະກອງປະຊຸມສະໄໝສາມັນເທື່ອທີໜຶ່ງ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ສະພາແຫ່ງຊາດ ໄດ້ລົງຄະແນນສຽງຜ່ານຮັບຮອງເອົາ ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ຕ່າງປະເທດ ດ້ວຍອັດຕາສ່ວນການເຫັນດີເຫັນພ້ອມໃນລະດັບສູງ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ໃນຕອນບ່າຍວັນທີ 23 ເມສາ ຢູ່ທີ່ສຳນັກງານກອງບັນຊາການທະຫານຊາຍແດນ ລາວ ທີ່ນະຄອນຫຼວງ ວຽງຈັນ (ViengChan), ທ່ານພົນເອກ ຫງວຽນເຕິນເກືອງ (NguyenTanCuong), ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ຫວຽດນາມ ແລະ ທ່ານພົນໂທ ໄຊໄຈ ກົມມະສິດ (Saichay Kommasith), ກຳມະການສູນກາງພັກ, ເສນາທິການໃຫຍ່ ກອງທັບປະຊາຊົນ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ລາວ ໄດ້ຮ່ວມກັນເຂົ້າຮ່ວມພິທີມອບ-ຮັບ ແລະ ເປີດນຳໃຊ້ສຳນັກງານກອງບັນຊາການທະຫານຊາຍແດນ ລາວ.
ຍສໝ - ບັນດາຂົງເຂດທີ່ ສ.ເກົາຫຼີ ສະເໜີຮ່ວມມືກັບ ຫວຽດນາມ ລວມມີ: ຊຸກຍູ້ປັນຍາປະດິດ (AI) ແລະ ພື້ນຖານໂຄງລ່າງດິຈິຕອນ; ຮ່ວມມືພັດທະນາເຕັກໂນໂລຢີເຄິ່ງຊັກນຳ (Semiconductor); ບຳລຸງສ້າງບຸກຄະລາກອນວິທະຍາສາດທີ່ມີຄຸນນະພາບສູງ; ຄົ້ນຄວ້າເຕັກໂນໂລຢີຂຸດຄົ້ນດິນຫາຍາກທີ່ເປັນມິດກັບສິ່ງແວດລ້ອມ; ເຕັກໂນໂລຢີສີຂຽວ, ການຫັນປ່ຽນພະລັງງານ ແລະ ຄົ້ນຄວ້າເຕັກໂນໂລຢີຄວາມເປັນກາງທາງຄາບອນ (Carbon Neutrality)....
ຍສໝ - ໃນຂອບເຂດການຢ້ຽມຢາມລະດັບລັດ ຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ສາທາລະນະລັດ ເກົາຫຼີ Lee Jae Myung ແລະ ພັນລະຍາ, ໃນຕອນບ່າຍວັນທີ 23 ເມສາ, ຢູ່ທີ່ ຮ່າໂນ້ຍ (HaNoi), ທ່ານນາຍົກລັດຖະມົນຕີ ເລມິງຮຶງ (LeMinhHung) ແລະ ທ່ານປະທານາທິບໍດີ ສາທາລະນະລັດ ເກົາຫຼີ Lee Jae Myung ໄດ້ຮ່ວມກັນເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ – ສ.ເກົາຫຼີ ພາຍໃຕ້ຫົວຂໍ້ "ຍົກສູງສາຍພົວພັນຄູ່ຮ່ວມມືອຸດສາຫະກຳ, ການລົງທຶນ ແລະ ວິທະຍາສາດເຕັກໂນໂລຢີ".
ວັນທີ 23 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.
ຍສໝ - ເມື່ອ 2 ປີກ່ອນ, ວັນທີ 23 ເມສາ 2024, ເວທີປາໄສອະນາຄົດ ອາຊຽນ 2024 ໄດ້ຖືກຈັດຂຶ້ນເປັນຄັ້ງທຳອິດຢ່າງສຳເລັດຜົນຢູ່ ຫວຽດນາມ (VietNam). ເວທີປາໄສນີ້ແມ່ນຂໍ້ລິເລີ່ມທີ່ສະເໜີໂດຍ ຫວຽດນາມ, ທັງເປັນເວທີປາໄສທຳອິດທີ່ມີເປົ້າໝາຍຫຼັກແມ່ນ ອາຊຽນ, ຈັດຂຶ້ນສະເພາະໃຫ້ແກ່ ອາຊຽນ, ເປັນຂອງ ອາຊຽນ, ເພື່ອ ອາຊຽນ ແລະ ເພື່ອປະຊາຊົນ ອາຊຽນ.
ຍສໝ - ໃນວັນທີ 17 ເມສາ, ສະຖານທູດຫວຽດນາມ ປະຈຳດານມາກ ໄດ້ຈັດຕັ້ງກິດຈະກຳ "ຫວຽດນາມໃນວັນນີ້: ບັນດາຂີດໝາຍແຫ່ງການພັດທະນາ, ວັດທະນະທຳ ແລະ ຄົນ", ແນໃສ່ແນະນຳ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ ແລະ ຄົນຫວຽດນາມ ເຖິງໝູ່ເພື່ອນດານມາກ ແລະ ສາກົນ.
ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳເອີຣົບ, ໃນວັນທີ 23 ເມສາ ທີ່ນະຄອນຫຼວງ ວຽນນາ (Vienna) ຂອງປະເທດ ໂອຕຣິດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ໂອຕຣິດ ຫວູເລໄທຮ່ວາງ (VuLeThaiHoang) ໄດ້ມີການເຮັດວຽກຮ່ວມກັບ ທ່ານ Tobias Lang, ຜູ້ອຳນວຍການສູນສັນຕິພາບ ໂອຕຣິດ, ເພື່ອແນໃສ່ເພີ່ມທະວີການຮ່ວມມື ຫວຽດນາມ - ໂອຕຣິດ ໃນຂົງເຂດການຝຶກອົບຮົມ, ຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
ຍສໝ - ຕອນເຊົ້າວັນທີ 23 ເມສາ, ຢູ່ທີ່ ຮ່າໂນ້ຍ (HaNoi), ທ່ານລັດຖະມົນຕີຊ່ວຍວ່າການກະຊວງຊົນເຜົ່າ ແລະ ສາສະໜາ ອີທົງ (YThong) ໄດ້ມີການພົບປະເຈລະຈາກັບ ທ່ານລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ເຄື່ອງຄຳ ເກົານຸຈັນ (Kheungkham Keonuchan), ເພື່ອແນໃສ່ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ກັບບັນດາເນື້ອໃນການຮ່ວມມືຈຸດສຸມລະຫວ່າງສອງອົງການໃນຕໍ່ໜ້າ.
ຍສໝ - ຕອນບ່າຍວັນທີ 22 ເມສາ, ທັນທີຫຼັງຈາກພິທີຕ້ອນຮັບລະດັບລັດຢູ່ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ໄດ້ເຂົ້າຮ່ວມການພົບປະເຈລະຈາກັບ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ທີ່ພວມຢູ່ໃນລະຫວ່າງການຢ້ຽມຢາມລັດຖະກິດຢູ່ ຫວຽດນາມ.
ຍສໝ - ໃນວັນທີ 21 ເມສາ ຢູ່ທີ່ຮ່າໂນ້ຍ, ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນກອນລຳ ຫວຽດນາມ - ນິວຊີແລນ ພາຍໃຕ້ຫົວຂໍ້ “ກອນລຳ ແລະ ການເຊື່ອມຈອດເພື່ອສັນຕິພາບ”, ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.