ຍສໝ - ພາຍຫຼັງກໍ່ສ້າງມາໄດ້ 32 ເດືອນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງດ້ານດິນຟ້າອາກາດ, ຝົນຕົກ, ແດດຮ້ອນ, ກໍ່ຄືຜົນສະທ້ອນຈາກພະຍາດໂຄວິດ-19... ນັກຮົບແມ່ທັບນ້ອຍ 11 ໄດ້ກໍ່ສ້າງສໍາເລັດເປັນສ່ວນຫຼາຍ, ປະຈຸບັນພວມເຮັດໃຫ້ສໍາເລັດ ແລະຕິດຕັ້ງລາຍລະອຽດສຸດທ້າຍເພື່ອໃຫ້ໄດ້ໃຊ້.
ທ່ານ ຢານ ເດລບາເຣີ ໄດ້ກ່າວວ່າ: ໄພນໍ້າຖ້ວມໄດ້ທຳລາຍຜົນຜະລິດເຂົ້າໃນນາ ຢ່າງຫລວງຫລາຍ ເຊິ່ງເປັນສິ່ງຊໍ້າເຕີມໃສ່ຄວາມທ້າທາຍເກົ່າທີ່ມີຢູ່ແລ້ວ ຂອງບັນດາຄອບຄົວທີ່ຢູ່ໃນພື້ນທີ່ ທີ່ພົບກັບບັນຫາການຂາດເຂົ້າກິນເປັນປະຈໍາ ໃນແຕ່ລະປີ.
ຍສໝ - ໂຄງການ ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ມີເນື້ອທີ່ທັງໝົດ 23.400 ຕາແມັດ, ໃນນັ້ນມີເນື້ອທີ່ປຸກອາຄານ 7.171 ຕາແມັດ, ກວ້າງ 78 ເມັດ, ເນື້ອທີ່ຈອດລົດ ແລະທາງສັນຈອນ 9.450 ຕາແມັດສາມາດຈອດລົດໃຫຍ່ໄດ້ 273 ຄັນ, ລົດເມ 3 ຄັນ, ລົດຈັກ 270 ຄັນ, ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ສາມາດບັນຈຸໄດ້ 800-1.000 ຄົນ. ສ່ວນຫ້ອງປະຊຸມສຳລັບ ສສຊ ບັນຈຸໄດ້ 433 ຄົນ.
ຕາງໜ້າເຊັນສັນຍາການຮ່ວມມື ຄັ້ງນີ້ ໂດຍທ່ານ ນາງ ຫວງ ຊຸຍ ເຫວີນ (Huang Xiu Wen) ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫລວງ ແລະ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຣີນດີດໂຄເວີລີລາວ, ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານ ແລະ ພາກທຸລະກິດເຂົ້າຮ່ວມ.
ເມື່ອບໍ່ດົນມານີ້, ຢູ່ທີ່ຄະນະພົວພັນຕ່າງ ປະເທດສູນກາງພັກ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ໂພຣ ແຄລີ (Paul Kelly), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.
ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.
ເນື່ອງໃນໂອກາດຄົບຮອບ 66 ປີ ຂອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃນປີນີ້ ຢູ່ພາຍໃນທາງແຂວງ ໄຊສົມບູນ ພວກເຮົາກໍໄດ້ມີ ຫລາຍຂະບວນການ ເປັນຕົ້ນ ຂະບວນການແຂ່ງຂັນການສ້າງໜ່ວຍພັກ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເຊິ່ງປັດຈຸບັນ ພວກເຮົາພວມ ປະກາດ ແຜນການຮັບຮອງ ແຕ່ລະໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ຂອງແຕ່ລະຂະແໜງການ ໂດຍສະເພາະ ພະແນກແຮງງານພວກເຮົາ ກໍໄດ້ຮັບການ ຮັບຮອງແຜນ ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ໃນປີ 20201. ນອກຈາກນີ້, ຍັງມີຂະບວນການກິລາ, ສິລະປະ ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຂ່ງຂັນກັນສ້າງຜົນງານ ໃນການປະຕິບັດ ໜ້າທີ່ການເມືອງ ຂອງຕົນ ໃຫ້ມີຜົນສຳ ເລັດໃນປີ 2021 ແລະ ຂ້າພະເຈົ້າຕາງໜ້າ ໃຫ້ການນຳຂອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ ຂໍອວຍພອນໄຊ ໃຫ້ການນຳ ພັກ-ລັດ ທຸກທ່ານຈົ່ງ ມີສຸຂະພາບເຂັ້ມແຂງ ມີພາລານາໄມທີ່ສົມບູນ ສືບຕໍ່ນຳພາປະເທດຊາດ ໃຫ້ມີການພັດທະນາ ຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ.
ກອງປະຊຸມວຽກງານ ຍຸຕິທໍາທົ່ວປະເທດ ປະຈໍາປີ 2020 ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 10-11 ມີນາ 2021 ທີ່ກະຊວງດັ່ງກ່າວ, ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ ຍຸຕິທໍາແຂວງ-ນະຄອນຫລວງ ເຂົ້າຮ່ວມ.
ໃນໂອກາດດຽວກັນ, ກໍໄດ້ມີ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາ ແລະ ສະໜອງບໍລິການ ເຕັກໂນໂລຊີ ຂໍ້ມູນຂ່າວສານຮອບດ້ານກ່ຽວກັບການບໍລິຫານລັດດ້ວຍເອເລັກໂຕຣນິກ, ຫັນເປັນດິຈິຕອນ ແລະ ສ້າງຕົວເມືອງທັນສະໃໝ (Smart City) ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກ ປທສ ແຂວງຈຳປາສັກ ແລະ ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ບໍລິ ສັດສະຕາໂທລະຄົມ.
ໃນຕົ້ນເດືອນ ມີນາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ຄິດເປັນມູນຄ່າ 321.806 ໂດລາສະຫະລັດ ເຂົ້າໃນໂຄງການວຽກງານ ສົ່ງເສີມການມີສ່ວນຮ່ວມ ຂອງຄົນພິການ ໃນ ສປປ ລາວ.
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 22-26 ມີນາ 2021, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳພັກ, ລັດ, ອະດີດການນຳຂັ້ນສູງ, ພະນັກງານປະຕິວັດອາວຸໂສ, ສະມາຊິກສາພາແຫ່ງຊາດ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.
ສຳລັບ ໄຂ້ຍຸງລາຍປະຊາຊົນ ລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດ ໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາຫະ ນຳເຊື້ອພະຍາດ ປະຊາຊົນກໍບໍ່ມີ ຄວາມສ່ຽງຕໍ່ການຕິດ ເຊື້ອ ແລະ ເສຍຊີວີດຍ້ອນພະຍາດ ໄຂ້ຍຸງລາຍ.
ຍສໝ - ຕາມໜັງສືພິມປະຊາຊົນແລ້ວ, ໂຄງການໄດ້ຜັນຂະຫຍາຍຢູ່ສະຖານທີ່ ພັກປະຊາຊົນ ລາວ (ປັດຈຸບັນ ແມ່ນພັກປະຊາຊົນປະຕິວັດລາວ) ຈັດຕັ້ງການຝຶກອົບຮົບດ້ານການເມືອງ ແລະ ກອງປະຊຸມໃຫຍ່ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ II ຢູ່ບໍລິເວນກອງບັນຊາການທະຫານແຂວງ ທີ່ມີທີ່ຢູ່ກຸ່ມ 6, ເມືອງເຢິນຈຸ, ນະຄອນ ຮ່ວາບິ່ງ.
ປັດຈຸບັນ, ເຖິງວ່າ ສປປ ລາວເຮົາ ໄດ້ຮັບວັກແຊງ ປ້ອງກັນພະຍາດ ອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຈໍານວນໜຶ່ງແລ້ວກໍຕາມ, ແຕ່ສິ່ງສໍາຄັນແມ່ນ ຕ້ອງປະຕິບັດຫລັກການ ປ້ອງກັນໄວ້ດີກວ່າແກ້, ນັ້ນກໍຄືການມີສະຕິ ປະຕິບັດການດໍາເນີນ ວິຖີຊີວິດແບບໃໝ່ (New Normale), ພາຍຫລັງເຫັນວ່າ ປັດຈຸບັນມີແຮງງານລາວ ຈໍານວນຫລາຍໄດ້ກັບມາ ຈາກປະເທດໃກ້ຄຽງ ທີ່ມີການລະບາດ ຂອງພະຍາດໂຄວິດ ຢ່າງໜ້າເປັນຫວ່ງ. ຂະນະທີ່ໃນວັນທີ 11 ມີນາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຊິ່ງເຮັດໃຫ້ຕົວເລກ ຜູ້ຕິດເຊື້ອພະຍາດດັ່ງກ່າວ ສະສົມຢູ່ປະເທດເຮົາ ມີທັງໝົດ 48 ຄົນ. ໃນນີ້ມີ 6 ຄົນແມ່ນປິ່ນປົວ ຢູ່ໂຮງໝໍກໍານົດໄວ້, ໂດຍທັງໝົດມີສຸຂະພາບແຂງແຮງດີ.
ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ ລາວ.
ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານນາງ ອີນາມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານ ການຮ່ວມມືສອງຝ່າຍ.
ການຍົກລະດັບວຽກງານສຳເນົາເອກະສານທາງການ ຈັດຂຶ້ນເປັນຄັ້ງທຳອິດ ໂດຍໄດ້ຮັບກຽດບັນຍາຍ ຈາກນັກວິທະຍາກອນ ຜູ້ທີ່ມີຄວາມຊ່ຽວຊານ ດ້ານວຽກງານເກັບສຳເນົາເອກະສານ ຈາກກົມສຳເນົາເອກະສານແຫ່ງຊາດ ກະຊວງພາຍໃນ.
ລາວຫຼຸດພົ້ນອອກຈາກກຸ່ມບັນດາປະເທດດ້ອຍພັດທະນາແມ່ນເປົ້າໝາຍຍາວນານທີ່ລັດຖະບານລາວ ໄດ້ວາງອອກແຕ່ປີ 2000, ຜ່ານຄໍາໝັ້ນສັນຍາຢ່າງແຮງ ແລະຄວາມກ້າວໜ້າທີ່ສະເໝີຕົ້ນສະເໝີປາຍໃນການປະຕິບັດບັນດາແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນ ຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກຂອງຄວາມບໍ່ສະ ເໝີພາບໃນດ້ານຕ່າງໆ.