ລາວ: ພາຍໃຕ້ການນຳພາທີ່ສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

06:10 | 28/03/2021

ເນື່ອງໃນໂອກາດຄົບຮອບ 66 ປີ ຂອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃນປີນີ້ ຢູ່ພາຍໃນທາງແຂວງ ໄຊສົມບູນ ພວກເຮົາກໍໄດ້ມີ ຫລາຍຂະບວນການ ເປັນຕົ້ນ ຂະບວນການແຂ່ງຂັນການສ້າງໜ່ວຍພັກ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເຊິ່ງປັດຈຸບັນ ພວກເຮົາພວມ ປະກາດ ແຜນການຮັບຮອງ ແຕ່ລະໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ຂອງແຕ່ລະຂະແໜງການ ໂດຍສະເພາະ ພະແນກແຮງງານພວກເຮົາ ກໍໄດ້ຮັບການ ຮັບຮອງແຜນ ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ໃນປີ 20201. ນອກຈາກນີ້, ຍັງມີຂະບວນການກິລາ, ສິລະປະ ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຂ່ງຂັນກັນສ້າງຜົນງານ ໃນການປະຕິບັດ ໜ້າທີ່ການເມືອງ ຂອງຕົນ ໃຫ້ມີຜົນສຳ ເລັດໃນປີ 2021 ແລະ ຂ້າພະເຈົ້າຕາງໜ້າ ໃຫ້ການນຳຂອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ ຂໍອວຍພອນໄຊ ໃຫ້ການນຳ ພັກ-ລັດ ທຸກທ່ານຈົ່ງ ມີສຸຂະພາບເຂັ້ມແຂງ ມີພາລານາໄມທີ່ສົມບູນ ສືບຕໍ່ນຳພາປະເທດຊາດ ໃຫ້ມີການພັດທະນາ ຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

ລາວ ພາຍໃຕ ການນຳພາທ ສະຫລາດສ ອງໃສ ແລະ ປ ຊາສາມາດຂອງພ ກ ເຮ ດໃຫ ປະເທດຊາດ ໄດ ຮ ບການພ ດທະນາຢ າງຕ ເນ ອງ ຫວຽດນາມ - ລາວ ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ
ລາວ ພາຍໃຕ ການນຳພາທ ສະຫລາດສ ອງໃສ ແລະ ປ ຊາສາມາດຂອງພ ກ ເຮ ດໃຫ ປະເທດຊາດ ໄດ ຮ ບການພ ດທະນາຢ າງຕ ເນ ອງ ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນຈະເອົາໃຈໃສ່ພ້ອມກັບຫວຽດນາມ ສ້າງແຫຼ່ງກໍາລັງໃໝ່ຈາກການຮ່ວມມື
ລາວ ພາຍໃຕ ການນຳພາທ ສະຫລາດສ ອງໃສ ແລະ ປ ຊາສາມາດຂອງພ ກ ເຮ ດໃຫ ປະເທດຊາດ ໄດ ຮ ບການພ ດທະນາຢ າງຕ ເນ ອງ

ທ່ານ ວັນຄຳເກັ່ງ ຢ່າຊົງກົວ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນໂອກາດ ທີ່ທ່ານເຂົ້າຮ່ວມກອງປະຊຸມ ວິຊາການແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2020 ເມື່ອທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ໂດຍກ່າວວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ທີ່ຈະມາເຖິງນີ້, ຂ້າພະເຈົ້າຂໍຕີລາຄາວ່າຕະຫລອດໄລຍະ 66 ປີ ແຫ່ງການນໍາພາຂອງພັກ ປະຊາຊົນປະຕິວັດລາວ ທີ່ສະຫລາດສ່ອງໃສ ແລະ ປີຊາສາມາດ, ເຊິ່ງພັກຍາດໄດ້ຜົນງານ ອັນໃຫຍ່ຫລວງ ໃນຫລາຍດ້ານ ເປັນຕົ້ນ ໄດ້ນຳພາປະເທດ ມີລະບອບການເມືອງ ທີ່ໜັກແໜ້ນ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ມີຜົນງານຫລາຍດ້ານ ທີ່ພວກເຮົາບໍ່ສາມາດ ພັນລະນາໄດ້ ໂດຍສະເພາະ ຖະໜົນຫົນທາງ ແຕ່ເໜືອຕະຫລອດໃຕ້ ໄດ້ຮັບການພັດທະນາດີຂຶ້ນ. ພ້ອມກັນນີ້, ກໍຍັງມີເສັ້ນທາງລົດໄຟ ແລະ ເສັ້ນທາງດ່ວນ ທີ່ເຮົາເຫັນໃນປັດຈຸບັນ ແລະ ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ກໍໄດ້ຮັບ ການພັດນານັບມື້ດີຂຶ້ນ ຖ້າທຽບໃສ່ໃນເມື່ອກ່ອນ.

ທ່ານ ວັນຄຳເກັ່ງ ຢ່າຊົງກົວ ກ່າວຕື່ມວ່າ: ສຳລັບແຂວງໄຊສົມບູນ ຂອງພວກເຮົາ ພາຍໃຕ້ການນຳພາຂອງພັກ ກໍຄືອົງຄະນະພັກແຂວງ ໄດ້ຊີ້ນຳໃນຂົງເຂດ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ໃນໄລຍະ 5 ປີ ຜ່ານມາ ເຫັນວ່າ ວຽກງານ ແຮງງານຂອງພວກເຮົາ ແມ່ນໄດ້ຮັບການ ພັດທະນາຫລາຍດ້ານ ເປັນຕົ້ນ ວຽກງານຄຸ້ມຄອງແຮງງານ, ເຊິ່ງພວກເຮົາໄດ້ເອົາໃຈໃສ່ຄຸ້ມຄອງແຮງງານ ຕາມລະບຽບກົດໝາຍ ທີ່ວາງອອກຢ່າງເຂັ້ມງວດ. ນອກຈາກນັ້ນ, ພວກເຮົາຍັງໄດ້ເອົາ ໃຈໃສ່ຊຸກຍູ້ສົ່ງເສີມ ການພັດທະນາ ສີມືແຮງງານໄລຍະສັ້ນ ແລະ ການຈັດຫາວຽກເຮັດງານທຳ ຂອງປະຊາຊົນພາຍໃນແຂວງ ເຂົ້າໃສ່ບັນດາ ຫົວໜ່ວຍແຮງງານ ທີ່ມາອອກແຮງງານ ຢູ່ພາຍໃນແຂວງໄຊສົມບູນ. ສ່ວນວຽກງານ ສະຫວັດດີການສັງຄົມ ພວກເຮົາກໍໄດ້ເອົາໃຈໃສ່ ເບິ່ງແຍງດູແລຜູ້ທຸກຍາກ, ຜູ້ເຖົ້າທີ່ຢູ່ປ່ຽວ ພອຍ ໄດ້ໃຫ້ການຊ່ວຍເຫລືອເຂົາເຈົ້າ ພ້ອມທັງປະຕິບັດດຳລັດ 272 ທີ່ເປັນເປົ້າໝາຍຕ່າງໆ. ຖ້າທຽບກັບເມື່ອກ່ອນ ເຫັນວ່າໃນໄລຍະ 5 ປີມານີ້ ແມ່ນພວກເຮົາປະຕິບັດ ໄດ້ດີຫລາຍສະເພາະປີ 2020 ແມ່ນໄດ້ເກີນຄາດໝາຍ.

ເນື່ອງໃນໂອກາດຄົບຮອບ 66 ປີ ຂອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃນປີນີ້ ຢູ່ພາຍໃນທາງແຂວງ ໄຊສົມບູນ ພວກເຮົາກໍໄດ້ມີ ຫລາຍຂະບວນການ ເປັນຕົ້ນ ຂະບວນການແຂ່ງຂັນການສ້າງໜ່ວຍພັກ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເຊິ່ງປັດຈຸບັນ ພວກເຮົາພວມ ປະກາດ ແຜນການຮັບຮອງ ແຕ່ລະໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ຂອງແຕ່ລະຂະແໜງການ ໂດຍສະເພາະ ພະແນກແຮງງານພວກເຮົາ ກໍໄດ້ຮັບການ ຮັບຮອງແຜນ ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ໃນປີ 20201. ນອກຈາກນີ້, ຍັງມີຂະບວນການກິລາ, ສິລະປະ ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຂ່ງຂັນກັນສ້າງຜົນງານ ໃນການປະຕິບັດ ໜ້າທີ່ການເມືອງ ຂອງຕົນ ໃຫ້ມີຜົນສຳ ເລັດໃນປີ 2021 ແລະ ຂ້າພະເຈົ້າຕາງໜ້າ ໃຫ້ການນຳຂອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ ຂໍອວຍພອນໄຊ ໃຫ້ການນຳ ພັກ-ລັດ ທຸກທ່ານຈົ່ງ ມີສຸຂະພາບເຂັ້ມແຂງ ມີພາລານາໄມທີ່ສົມບູນ ສືບຕໍ່ນຳພາປະເທດຊາດ ໃຫ້ມີການພັດທະນາ ຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

ລາວ ພາຍໃຕ ການນຳພາທ ສະຫລາດສ ອງໃສ ແລະ ປ ຊາສາມາດຂອງພ ກ ເຮ ດໃຫ ປະເທດຊາດ ໄດ ຮ ບການພ ດທະນາຢ າງຕ ເນ ອງ ເພີ່ມ​ທະ​ວີ​ການ​ຫ​ນູນ​ຊ່ວຍ​ນັກ​ຮຽນ, ນັກ​ສຶກ​ສາ, ຊາ​ວ​ຫ​ນຸ່ມ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ

ຕອນບ່າຍວັນທີ 13 ມີນາ, ຄະນະເລຂາສູນກາງຊາວຫນຸ່ມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານທາງອອນລາຍກັບ ສະມາຄົມນັກສຶກສາຫວຽດນາມ, ສະມາຄົມຊາວຫນຸ່ມ ນັກສຶກສາ ຫວຽດນາມ, ຄະນະຊາວຫນຸ່ມ ກອມມູນິດ ຫວຽດນາມ ຢູ່ ຕ່າງປະເທດ.

ລາວ ພາຍໃຕ ການນຳພາທ ສະຫລາດສ ອງໃສ ແລະ ປ ຊາສາມາດຂອງພ ກ ເຮ ດໃຫ ປະເທດຊາດ ໄດ ຮ ບການພ ດທະນາຢ າງຕ ເນ ອງ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ”

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ (1971-2021).

ລາວ ພາຍໃຕ ການນຳພາທ ສະຫລາດສ ອງໃສ ແລະ ປ ຊາສາມາດຂອງພ ກ ເຮ ດໃຫ ປະເທດຊາດ ໄດ ຮ ບການພ ດທະນາຢ າງຕ ເນ ອງ ບັນດາສູນທ່ອງທ່ຽວຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19

ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່.

kpl.gov.la

ເຫດການ
302 Found

Found

The document has moved here.