ຍສໝ - ຫວຽດນາມ ແລະ ການາດາໄດ້ກໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຄູ່ຮ່ວມມືເສດຖະກິດ, ໃນສະພາບການທັງສອງປະເທດລ້ວນແຕ່ແມ່ນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.
ຍສໝ - ສຳນັກຂ່າວສານຫວຽດນາມໃຫ້ຮູ້ວ່າ, ເຖິງວ່າບັນດາບໍລິສັດຂອງ ຫວຽດນາມ ເຄີຍເຂົ້າຮ່ວມການເຄື່ອນໄຫວແກ້ໄຂທາດດີໂອຊິນຂອງອົງການນີ້ ຢູ່ທັງສອງໂຄງການແມ່ນ ສະໜາມບິນດ່ານັ້ງ ແລະ ສະໜາມບິນບຽນຮ່ວາແລ້ວ, ແຕ່ພຽງແຕ່ແມ່ນຜູ້ຮັບເໝົາສຳຮອງຂອງບັນດາບໍລິສັດອາເມລິກາ.
ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ.
ຍສໝ - ຕາມສຳນັກຂ່າວສານ ຫວຽດນາມ ແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ໄດ້ຢັ້ງຢືນວ່າ ຫວຽດນາມສືບຕໍ່ເສັ້ນທາງທາງການທູດທີ່ເປັນເອກະພາບ, ເປັນເຈົ້າຕົນເອກ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ. ໃນນັ້ນ, ສະຫະພັນ ລັດເຊຍ ແມ່ນຄູ່ຮ່ວມມືທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາມໃດກໍ່ໄດ້ຮັບການບຸລິມະສິດສູງໃນນະໂຍບາຍທາງການທູດ ຂອງ ຫວຽດນາມ.
ຍສໝ - ຕາງໜ້າບັນດາວິສາຫະກິດ ສະມາຊິກ VASEAN ກໍ່ກ່າວຄຳເຫັນສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຕີລາຄາສູງເລື່ອງລັດຖະບານ ຄວບຄຸມໄດ້ໂລກລະບາດໂຄວິດ - 19 ໃຫ້ສຳເລັດຜົນ, ຈາກນັ້ນ ໄດ້ຮັກສາສະຖຽນລະພາບການຜະລິດ, ດຳເນີນທຸລະກິດຄືໃນປັດຈຸບັນ.
ຍສໝ - ທ່ານ ຮ່ວຽນກົງມີ ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ແບນຊິກ ໄດ້ມອບຜ້າອັດປາກ - ດັງ 1200 ອັນໃຫ້ແກ່ການນຳ ເມືອງ Ixelles ໂດຍເປັນບ່ອນສະຖານທູດ ຫວຽດນາມ ປະຈຳ ແບນຊິກຕັ້ງສຳນັກງານ ແລະ ແມ່ນບໍລິເວນທີ່ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພ້ອມກັບນັກສຶກສາພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຫຼາຍທີ່ສຸດ.
ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.
ຍສໝ - ທ່ານ ຫງວຽນວັນແກນ, ສະມາຊິກສະມາຄົມ ຂະແມ - ຫວຽດນາມ ແຂວງ Prayveng, ປະທານສະມາຄົມ ໂດຍຕາງໜ້າໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກຳປູເຈຍໃນແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈພິເສດກ່ຽວກັບເນື້ອໃນຈິດໃຈ ແລະ ວັດຖຸເຊິ່ງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງທາບ ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ
ຍສໝ - ຕາມບົດລາຍງານເຊິ່ງທະນາຄານໂລກ ທີ່ຫາກໍ່ປະກາດໃນມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນ ມີນາ, ເສດຖະກິດຫວຽດນາມ ຍັງມີການຜັນແປຢ່າງຕັ້ງໜ້າຍ້ອນມີມາດຕະການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.
ຍສໝ - ພາຍຫຼັງພິທີຍືນສານຕະຕັ້ງ, ທ່ານເອກອັກຄະລັດຖະທູດໄດ້ມີການພົບປະກັບທ່ານປະທານາທິບໍດີ Volodymyr Zelensky. ທີ່ການພົບປະ, ທ່ານ Volodymyr Zelensky ໄດ້ເຊື້ອເຊີນຢ່າງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມາຢ້ຽມຢາມ ຢູແກຼນໃນເດືອນສິງຫາ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເອກະລາດຢູແກຼນ.
ຍສໝ - ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາປະເທດສະມາຊິກຕັ້ງໜ້າທີ່ສຸດໃນການເລີ່ມຕົ້ນ, ສະເໜີ ແລະ ຊຸກຍູ້ຫຼາຍຂໍ້ລິເລີ່ມ, ເນື້ອໃນການຮ່ວມມືໃໝ່, ເຂົ້າຮ່ວມການຜັນຂະຫຍາຍ ແລະ ຮ່ວມອຸປະຖຳໃຫ້ຂໍ້ລິເລີ່ມເກືອບ 60 ຂໍ້ໃນທຸກໆຂົງເຂດ.
ຍສໝ - Genetica, ບໍລິສັດແກ້ລະຫັດແຢນ ຢູ່ອາເມລິກາໂດນ ຊາວຫວຽດນາມເປັນເຈົ້າຂອງ ຫາກໍ່ໄດ້ຮັບເງິນລົງທຶນເປັນຈຳນວນ 2,5 ລ້ານ USD.
ເພື່ອຜັນຂະຫຍາຍການປະຕິບັດບັນລຸຜົນສຳເລັດ, ກົມການເມືອງໄດ້ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ຖືການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ແມ່ນວຽກງານປະຈຳ, ຕ້ອງປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີວິທະຍາສາດໃນຕະຫຼອດໄລຍະຂອງທັງອາຍຸການ.
ຍສໝ - ທີ່ການແລກປ່ຽນ, ສອງຝ່າຍໄດ້ຢ້ຳຄືນບັນດາຂີດໝາຍສຳຄັນໃນການພົວພັນລະຫວ່າງສອງປະເທດແຕ່ປີ 2008 ເມື່ອຮ່າໂນ້ຍ ແລະ Buenos Aires ໄດ້ລົງນາມຂໍ້ຕົກລົງມິດຕະພາບຮ່ວມມືໃນການຢ້ຽມຢາມຂອງທ່ານ ເທດສະມົນຕີ Buenos Aires
ຍສໝ - ເຂົ້າຮ່ວມກອງປະຊຸມສຳມະນາ, ຢູ່ຈຸດຖ່າຍທອດສົດປະເທດຍີ່ປຸ່ນມີທ່ານ Muraoka Tsugumasa ຜູ້ວ່າການແຂວງ Yamaguchi, ຝ່າຍຄະນະກຳມະການປະຊາຊົນແຂວງບິ່ງເຢືອງມີທ່ານ ຫງວຽນຮ່ວາງທາວປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ.
ວັນທີ 26 ມີນາ, ຢູ່ ປັກກິງ, ຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18/1/1950 – 18/1/2021) ຢ່າງສົມກຽດ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ແປ່ງປັນກ່ຽວກັບສະພາບການຂອງ ປະເທດ ຫວຽດນາມ ແລະ ໝາກຜົນອັນພົ້ນເດັ່ນ ຂອງກອງປະຊູມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກໍ່ຄືບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19, ແຜນການພັດທະນາເສດຖະກິດ ແລະ ການຮັບປະກັນການໜູນຊ່ວຍສັງຄົມ.
ຍສໝ - ຕໍ່ໜ້າສະພາບການຢ່າງສັບສົນຂອງໂລກລະບາດໂຄວິດ - 19, ທ່ານ ຫງວຽນແມັງເກືອງ ມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວຫວຽດນາມ ເວົ້າລວມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ເຊັກໂກເວົ້າສະເພາະຈົ່ງມີຄວາມສາມັກຄີນຳກັນ ເພື່ອຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືໃນປັດຈຸບັນ.
ຍສໝ - ຈຳນວນເງິນດັ່ງກ່າວເພື່ອນແນໃສ່ໜູນຊ່ວຍການປິ່ນປົວໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາມ ເຊິ່ງຕິດໂລກມະເຮັງ ແລະ ໂລກຫົວໃຈຢູ່ໂຮງໝໍເດັກນ້ອຍສູນກາງ, ໂຮງໝໍຫົວໃຈຮ່າໂນ້ຍ ແລະ ລາຍການຫົວໃຈຫວຽດນາມ ຂຶ້ນກັບກອງທຶນ VinaCapital.