ເອກອັກຄະລັດຖະທູດແຫ່ງ ສປປ.ລາວ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ

ເອກອັກຄະລັດຖະທູດແຫ່ງ ສປປ.ລາວ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ

ຍສໝ - ໃນວັນທີ 18 ມີນາ 2021 ທ່ານ ນາງ ວຽງສະຫັວນ ສີປະເສີດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ຢັງດີ ເປີຕວນ ອາກົງ ອານ ຊຸນຕານ ອັບດູລາ ຣີ ອາຢາຕູດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ມາເລເຊຍ.

ວັນທີ 23 ມີນາ ສປປ.ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ວັນທີ 23 ມີນາ ສປປ.ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 23 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານກ່ຽວກັບສະພາບການພະຍາດທົ່ວປະເທດລາວ.

ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ

ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ຊົມເຊີຍ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ

ວັນທີ 22 ມີນາ 2021, ທ່ານ ຟາມ ບິງ ມິ່ງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມ ນິຍົມຫວຽດນາມ ໄດ້ສົ່ງໂທລະເລກ ຊົມເຊີຍເຖິງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່ ນະຄອນຫລວງວຽງຈັນ ມີເນື້ອໃນດັ່ງນີ້:

ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

 ວັນທີ 22 ມີນານີ້, ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ

ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ

ວັນທີ 22 ມີນາ 2021, ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວທີ່ ນະຄອນຫຼວງວຽງຈັນ ມີເນື້ອໃນດັ່ງນີ້:

ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ

ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ

ວັນທີ 22 ມີນາ 2021, ທ່ານນາງ ດັ້ງ ທິ ຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມ ເຊີຍ ເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນດັ່ງນີ້:

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ

ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫລວງ ຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດ ຕາມມະຕິ ກອງປະຊຸມ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຮ່ວມມື ລາວ-ໄທ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຮ່ວມມື ລາວ-ໄທ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

ເພື່ອເປັນການປະກອບສ່ວນ ເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 - 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆ ລະ ຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 10-16 ມີນາ 2021, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ, ຊຶ່ງເປັນເຂດທີ່ມີໂຄງການຮ່ວມມືພົ້ນເດັ່ນ ລະ​ຫວ່າງ ສ​ປ​ປ ລາວ ແລະ ຣາ​ຊະ​ອາ​ນາ​ຈັກໄທ. ​

ປະເທດລາວ ຫາລື ກ່ຽວກັບການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂັ້ນສູນກາງ

ປະເທດລາວ ຫາລື ກ່ຽວກັບການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂັ້ນສູນກາງ

ໃນວັນທີ 16 ມີນາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມນິຕິກຳ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສົມທົບກັບ ກະຊວງກ່ຽວຂ້ອງ ຈັດສຳມະນາກ່ຽວກັບ ການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ, ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງານ ມີສ່ວນຮ່ວມ ຂອງປະຊາຊົນ ຕໍ່ວຽກງານການປົກປ້ອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA), ໂດຍເຂົ້າຮ່ວມເປັນ ປະທານຂອງ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ-ອົງການ ລັດທຽບເທົ່າກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຫວຽດນາມ-ລາວ  ຫຼຸດຜ່ອນຜົນສະທ້ອນຈາກພະຍາດໂຄວິດ-19 ເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ ລະຫວ່າງສອງປະເທດ

ຫວຽດນາມ-ລາວ ຫຼຸດຜ່ອນຜົນສະທ້ອນຈາກພະຍາດໂຄວິດ-19 ເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ ລະຫວ່າງສອງປະເທດ

ຍສໝ - ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກວ້າງນາມ ສສ.ຫວຽດນາມ ໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດແຂວງເຊກອງ ສປປ.ລາວ ເພື່ອໂຄສະນາໃຫ້ຄົນຫວຽດນາມ ກໍາລັງທໍາມາຫາກິນ, ດໍາລົງຊີວິດຢູ່ລາວ ມີຄວາມອຸ່ນອ່ຽນໃຈ; ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດຂອງອໍານາດການປົກຄອງປະເທດປະຈໍາຖີ່ນຢ່າງເຂັ້ມງວດ.

ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ລູກຫຼານ​ໃນ​ຄອບ​ຄົວ

ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ລູກຫຼານ​ໃນ​ຄອບ​ຄົວ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ປະ​ຈຳ ລາວ, ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ​ເນັ້ນ​ໜັກ​ວ່າ, ນັກ​ຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ ປະ​ເທດ​ລາວ​ເໝືອນ​ດັ່ງ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ ແລະ ໄດ້​ປະ​ຊາ​ຊົນ​ລາວ​ຖື​ເປັນ​ຍາດ​ຕິ​ພີ່​ນ້ອງ, ລູກຫຼານ​ໃນ​ຄອ​ບ​ຄົວ. ນີ້​ກໍ່​ແມ່ນ​ການ​ຮັບ​ຮູ້​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ​ນັກ​ຊ່ຽວ​ຊາຍ​ຕຳຫຼວດ ຫວຽດ​ນາມ​ທຸກ​ລຸ້ນ​ຄົນ.

ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ

ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ

ຢູ່ປະເທດລາວແມ່ນມີວິສາຫະກິດເກີດຂຶ້ນຫຼາຍ ແຕ່ວິສາຫະກິດຂະໜາດໃຫຍ່ແມ່ນກວມເອົາສ່ວນໜ້ອຍ, ຈຳນວນຫຼາຍຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງທຸລະກິດເຫຼົ່ານັ້ນກຳລັງຂະຫຍາຍກິດຈະການຂອງຕົນ ຈຶ່ງມີຄວາມຕ້ອງການເງິນຈຳນວນບໍ່ໜ້ອຍເພື່ອໄປເປັນຕົ້ນທຶນ ແຕ່ການເຂົ້າເຖິງເງິນກູ້ຢືມນັ້ນບໍ່ງ່າຍປານໃດ, ສະນັ້ນການສະໜອງທຶນຂອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມີ ຄວາມຈຳເປັນເພື່ອຊຸກຍູ້ສົ່ງເສີມບັນດາກິດຈະການຂະໜາດນ້ອຍໃຫ້ເຕີບໃຫຍ່ເຂັ້ມແຂງເມືອໜ້າ.

ອົງການຈັດຕັ້ງສາກົນ ຊ່ວຍຫລຸດຜ່ອນ ຄວາມສ່ຽງໄພພິບັດແກ່ ສປປ ລາວ

ອົງການຈັດຕັ້ງສາກົນ ຊ່ວຍຫລຸດຜ່ອນ ຄວາມສ່ຽງໄພພິບັດແກ່ ສປປ ລາວ

ໃນວັນທີ 19 ມີນາ 2021 ນີ້ ທີ່ນະຄອນຫລວງວຽງຈັນ, ອົງການອາຫານໂລກ ແລະ ອົງ ການພັດທະນາສາກົນ ອາເມລິກາ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປີດໂຄງ ການ ໃນການສ້າງຄວາມສາມາດ ກຽມຄວາມພ້ອມ ໃຫ້ການຊ່ວຍເຫລືອ ຫລຸດຜ່ອນຄວາມສ່ຽງ ໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃນສປປ ລາວ ໃນມູນຄ່າ 750.000 ໂດລາສະຫະລັດ. ໂດຍມີທ່ານ ກິນດາວົງ ຫລວງລາດ ຮອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22-3-1955/22-3-2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ເສັ້ນທາງເລກທີ 9 - ພາກໃຕ້ຂອງລາວ

ຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ເສັ້ນທາງເລກທີ 9 - ພາກໃຕ້ຂອງລາວ

ຍສໝ - ໃນຂອບເຂດກອງປະຊຸມວິທະຍາສາດ ລະດັບກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການໄຊຊະນະຂອງເສັ້ນທາງເລກທີ 9 - ພາກໃຕ້ຂອງລາວໃນປີ 1971: ມູນຄ່າປະຫວັດສາດ ແລະ ຄວາມເປັນຈິງ, ຄະນະຊີ້ນຳກອງປະຊຸມໄດ້ໄປຢ້ຽມຢາມ, ຖະຫວາຍທູບທຽນ ແລະ ວາງພວງມາລາເພື່ອອາໄລຫາເຖິງບັນດາວິລະຊົນ ແລະ ນັກຮົບທີ່ສະລະຊີວິດເພື່ອຊາດ ທີ່ສຸສານນັກຮົບແຫ່ງຊາດເສັ້ນທາງເລກທີ 9.

ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ

ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ

ຍສໝ - ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະກໍ່ສ້າງ ແລະພັດທະນາຂອງທັງສອງປະເທດ.

ລາວ: ມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ

ລາວ: ມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ

ນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 21/03/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.

COVAX Facility ຈະສົ່ງວັກແຊັງກັນພະຍາດໂຄວິດ-19 ຈຳນວນ 480.000 ໂດສ ໃຫ້ ລາວ

COVAX Facility ຈະສົ່ງວັກແຊັງກັນພະຍາດໂຄວິດ-19 ຈຳນວນ 480.000 ໂດສ ໃຫ້ ລາວ

ວັກແຊັງທີ່ຈະໃຊ້ໃນ ສປປ ລາວ ແມ່ນໄດ້ຜ່ານຂັ້ນຕອນ ການທົດສອບດ້ານການ ພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເຊິ່ງກະຊວງ ສາທາລະນະສຸກ ກໍຄື ກົມອາຫານແລະຢາ ໄດ້ເຮັດການປະເມີນຫລັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆແລ້ວ.

ລາວ: ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 3.582 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ລາວ: ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 3.582 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ໃນປັດຈຸບັນ ຫລາຍປະເທດໃນໂລກໄດ້ ນຳໃຊ້ວັກແຊງປ້ອງ ກັນພະຍາດໂຄວີດ-19  ແລະ ສປປ ລາວ ກໍເຊັ່ນດຽວກັນ ຄຽງຄູ່ກັບການວາງມາດຕະການ ຄວບຄຸມພະຍາດ, ລາວ ກໍໄດ້ເລີ້ມ ມີການໃຫ້ວັກແຊງ ປ້ອງກັນພະຍາດ ໂຄວິດ-19 ເຊິ່ງກໍເປັນວິທີໜຶ່ງທີ່ຈະສາມາດປ້ອງກັນໄດ້.

ປະເທດລາວ ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ຢູ່ໂຮງໝໍມະໂຫສົດ

ປະເທດລາວ ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ຢູ່ໂຮງໝໍມະໂຫສົດ

ໃນວັນທີ 16 ມີນາ 2021 ກະຊວງສາທາລະນະສຸກ ຮ່ວມກັບ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານສູນ ກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ໂຮງໝໍມະໂຫສົດ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.