ຍສໝ - ຫວ່າງມໍ່ໆນີ້, ທ່ານ Paul Jansen ເອກອັກຄະລັດຖະທູດລາຊະອານາຈັກແບນຊິກປະຈຳ ຫວຽດນາມ ໄດ້ໄປຢ້ຽມຢາມໂຮງຮຽນອະນຸບານ ຮວາມາຍ, ຕາແສງ ຈ່າມາຍ, ນາມຈ່າມີ, ແຂວງກວາງນາມເພື່ອຊອກຮູ້ກ່ຽວກັບຄວາມຄືບໜ້າ ຂອງບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກແບນຊິກ.
ຍສໝ - ທ່ານ Yamada Takio ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳ ຫວຽດນາມ ໃຫ້ຄຳເຫັນວ່າຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມການລະບາດຂອງ Covid-19; ສະແດງຄວາມຂອບໃຈຕໍ່ຫວຽດນາມທີ່ໄດ້ໃຫ້ການຮ່ວມມືຢ່າງ ແໜ້ນແຟ້ນກັບຍີ່ປຸ່ນໃນໄລຍະທີ່ຜ່ານມາພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຜູ້ຄຸ້ມຄອງ ແລະ ນັກຊ່ຽວຊານຂອງວິສາຫະກິດຍີ່ປຸ່ນກັບຄືນມາເຮັດວຽກຢູ່ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນ ທີ່ມີມູນຄ່າ 100 ລ້ານດົ່ງ ໃຫ້ແກ່ສູນປົກປ້ອງສັງຄົມ 3, ເມືອງມຽວຍາ, ໄຕໂໝ, ນາມຕື່ລຽມ, ຮ່າໂນ້ຍ.
ຍສໝ - ເມື່ອເນັ້ນໜັກເຖິງບົດບາດແມ່ນຂົວຕໍ່ທີ່ສຳຄັນຂອງບັນດາເອກອັກຄະລັດຖະທູດໃນການພົວພັນຂອງ ຫວຽດນາມ ກັບແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງ ເງື່ອນໄຂເພືຶ່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ.
ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ທ່ານ Chay Navuth ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ໄດ້ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ຍສໝ - ເປັນສັກຂີພະຍານໃນການຕໍ່ສູ້ປ້ອງກັນ ແລະ ຕ້ານພະຍາດ Covid-19 ຂອງຫວຽດນາມ ໃນໄລຍະທີ່ຜ່ານມາ, ບັນດາເອກອັກຄະລັດຖະທູດຫຼາຍປະເທດປະຈຳ ຫວຽດນາມ ໄດ້ມີທັດສະນະຄືກັນກ່ຽວກັບຮູບພາບຂອງປະເທດຫວຽດນາມ, ສາມັກຄີໃນການຕໍ່ສູ້ຕ້ານກັບພະຍາດ Covid-19, ແລະ ເຮັດໃຫ້ສ້າງຄວາມປະທັບໃຈ.
ຍສໝ - ເມື່ອບໍ່ດົນມານີ້, ໃນ Facebook ຂອງ ທ່ານນາງ Ann Mawe, ເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ, ໄດ້ລົງບົດແບ່ງປັນຄວາມຈິງໃຈ ເນື່ອງໃນໂອກາດທີ່ ຫວຽດນາມ ໄດ້ມອບຜ້າບັງປາກ 100,000 ແຜ່ນ ເພື່ອຊ່ວຍເຫຼືອ ຊູແອັດ ໃນການຕໍ່ສູ້ກັບພະຍາດ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະ ປະຊາຊົນອາເມລິກາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ, ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ ນະຄອນ Canberra ຂອງ ອົດສະຕາລີ ໄດ້ສົ່ງຈົດໝາຍຮ່ວມ ເຖິງລັດຖະມົນຕີກະຊວງສຶກສາ, ກະຊວງການຕ່າງປະເທດ, ຄະນະກຳມະການ ອົດສະຕາລີ ອາຊຽນ...
ຍສໝ - ລັດຖະບານຫວຽດນາມ ໄດ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ ແລະ ພວມສືບຕໍ່ເປັນເຈົ້າການ, ຮ່ວມມື, ມີຄວາມໂປ່ງໃສ ໃນການຄວບຄຸມໂລກລະບາດ. ອາເມລິກາ ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນວຽກງານນີ້.
ຍສໝ - ທ່ານເອກອັກຄະລັດຖະທູດ ສ.ເຊັກໂກ Viteslav Grepl ໄດ້ຂອບໃຈຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກ ຈັດຖ້ຽວບິນ ຂົນສົ່ງພົນລະເມືອງ ສ.ເຊັກໂກ ແລະ ອີຢູ 300 ຄົນກັບຄືນເມືອປະເທດໃນວັນທີ 25 ມີນາ 2020 ຜ່ານມາ.
ຍສໝ - ວັນທີ 27 ມີນາ, ທີ່ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ກຳປູເຈຍ Chay Navuth , ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າລັດຖະບານ ຫວຽດນາມ ໜູນຊ່ວຍກໍາປູເຈຍຊຸດ Kit ຈໍານວນໜຶ່ງໂດຍມີມູນຄ່າກວ່າ 200.000 USD ເພື່ອນຳໃຊ້ເຂົ້າໃນການກວດພົບເຊື້ອໄວຣັດ SARS-CoV-2.
ຍສໝ - ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກອັງກິດ ແລະອຽກລັງເໜືອ ປະຈໍາ ຫວຽດນາມ ເວົ້າວ່າ, ຂ້າພະເຈົ້າປາດຖະໜາຢາກໄດ້ສົ່ງຄໍາຂອບໃຈຢ່າງຈິງໃຈມາຍັງບັນດາແພດໝໍ ແລະບັນດາອົງການຂອງລັດຖະບານຫວຽດນາມ ເພາະໄດ້ຊ່ວຍພວກຂ້າພະເຈົ້າໜູນຊ່ວຍໃຫ້ບັນດາພົນລະເມືອງອັງກິດ ໃນໄລຍະຜ່ານມາ.
ຍສໝ - ຕອນບ່າຍວັນທີ 2/3, ຢູ່ຮ່າໂນ້ຍ, ປະທານສານປະຊາຊົນສູງສຸດ, ທ່ານ ຫງວຽນຫ່ວາປິ່ງ ໄດ້ມີການພົບປະກັບ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານ Daniel J. Kritenbrink.
ຍສໝ - ວັນທີ 27 ກຸມພາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 27 ກຸມພາ 2020, ຢູ່ນະຄອນຫຼວງ ຮ່າໂນ້ຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ 7 ປະເທດ ຍື່ນສານຕາຕັ້ງຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.
ຍສໝ - ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການທູດຂອງພັກ, ການທູດຂອງລັດ ແລະການທູດປະຊາຊົນໃນໄລຍະຜ່ານມາໄດ້ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະພັດທະນາ.
ຍສໝ - ວັນທີ 5 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢູ໋ງ ໄດ້ພົບປະກັບທ່ານ Xiong Bo, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ.ຈີນ ປະຈຳຫວຽດນາມ ເພື່ອປຶກສາຫາລືບາງບັນຫາທີ່ກ່ຽວຂ້ອງເຖິງການປ້ອງກັນການຕິດເຊື້ອພະຍາດໄວຣັດ Corona.