ຍສໝ - ທ່ານ Park Noh Wan ໄດ້ສະແດງຄວາມຂອບໃຈຕໍ່ທ່ານພົນເອກ ໂງຊວັນລິກ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະຜູ້ແທນ, ພ້ອມທັງຖືວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍພວມມີການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ - ຫວຽດນາມ.
ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ, ການຜັນແປຂອງໂລກລະບາດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຄວາມສາມາດໃນການແຍກຕົວຂອງບັນດາທ້ອງຖິ່ນ, ບັນດາອົງການທີ່ມີໜ້າຂອງຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດຈະສືບຕໍ່ສົມທົບກັບບັນດາບໍລິສັດການບິນພາຍໃນປະເທດເພື່ອຈັດຕັ້ງບັນດາຖ້ຽວບິນນຳສົ່ງພົນລະເມືອງກັບຄືນປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ປະ ຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບສະພາບການຫຍຸ້ງຍາກຢູ່ແຂວງຕຽນຢາງ. ຂອງຂວັນແຕ່ລະພູດລວມມູນຄ່າ 350.000 ດົ່ງລວມມີ: ຜ້າອັດປາກ, ນໍ້າຢາລ້າງມື, ເຂົ້າສານ, ນ້ຳມັນ...
ຍສໝ - ປະຈຸບັນ, ສ. ເກົາຫຼີ ມີພົນລະເມືອງປະມານ 20.000 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ ຫວຽດນາມ ແລະ ໄດ້ຮັບການສະໜັບສະໜູນ ແລະ ເປັນຕົວແທນຈາກສະມາຄົມ ສ.ເກົາຫຼີ ຢູ່ ຫວຽດນາມ (ສະມາຄົມ). ໃນການໃຫ້ສຳພາດກັບ ວາລະສານ ຍຸກສະໄໝ, ທ່ານ Yoon Sang Ho, ປະທານສະມາຄົມໄດ້ສະແດງຄວາມຊົມເຊີຍຕໍ່ປະສິດທິຜົນໃນການຕ້ານການລະບາດຂອງຫວຽດນາມ; ພ້ອມດຽວກັນນີ້, ທ່ານຍັງໄດ້ຢືນຢັນວ່າ: ບັນດາສະມາຊິກສະມາຄົມຍາມໃດກໍ່ສະມັກໃຈ ແລະ ເຊື່ອໝັ້ນ ຕໍ່ແນວທາງ, ມາດຕະການ ແລະ ໝາກຜົນທີ່ດີຂອງ "ບັ້ນຕໍ່ສູ້" ຕໍ່ກັບ COVID-19 ໃນປະເທດທີ່ວິລະຊົນ ແລະ ສວຍງາມແຫ່ງນີ້.
ຍສໝ - ຕອນເຊົ້າວັນທີ 27 ເມສາ, ທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຈັດພິທີມອບຮັບເງິນໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຊຸມຊົນຊາວຫວຽດນາມ ຢູ່ ໄທ ແລະ ສ.ເກົາຫຼີ.
ຍສໝ - ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae In ໄດ້ຕີລາຄາສູງ ຫວຽດນາມ ໃນການຄວບຄຸມສະພາບການລະບາດຂອງພະຍາດ Covid-19 ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.
ຍສໝ - ການກະທຳນີ້ຂອງ ເຊີອູນ ແມ່ນເພື່ອແນໃສ່ປະຕິບັດທັດສະນະຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໂດຍເນັ້ນໜັກເຖິງ "ການຮ່ວມມື ແລະ ສາມັກຄີ" ຂອງປະຊາຄົມສາກົນພ້ອມກັນຕ້ານໂລກພະຍາດ Covid-19.
ຍສໝ - ລັດຖະບານ ສ.ເກົາຫຼີ ໃຫ້ຮູ້ວ່າ, ຈະປິ່ນປົວໃຫ້ພົນລະເມືອງຫວຽດນາມ ຢູ່ປະເທດນີ້ໂດຍບໍ່ເສຍຄ່າ ຖ້າມີກໍລະນີຕິດເຊື້ອພະຍາດ SARS-CoV-2.
ຕອນບ່າຍວັນທີ 11 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມີການຕ້ອນຮັບກຸ່ມບັນດານັກລົງທຶນ ອາເມລິກາ - ສ.ເກົາຫຼີທີ່ສົນໃຈຢາກພັດທະນາໂຄງການໄຟຟ້າອາຍແກັດເຫລວທຳມະຊາດ (LNG) ຢູ່ ຫວຽດນາມ (ECV).
ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ເຊີອູນ (ປະເທດ ສ.ເກົາຫຼີ), ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງສ້າງຕັ້ງ ສາຂາສະມາຄົມ ນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຢູ່ ເຂດ Gyeonggi ເອີ້ນຫຍໍ້ວ່າ ສາຂາສະມາຄົມ Gyeonggi - ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ການລົງທຶນ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ສິ້ນສຸດການ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນເຈລະຈາ ອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ສ.ເກົາຫຼີຄັ້ງທີ 1 ຕາມຄຳເຊື້ອເຊີນຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢ່າງຈົບງາມ.
ວັນທີ 27 ພະຈິກ 2019 ນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງປະຖົມມະລຶກທີ່ ນະຄອນປູຊານ, ສ.ເກົາຫຼີ, ເຊິ່ງມີບັນດາຜູ້ນຳຈາກປະເທດສະມາຊິກແມ່ນໍ້າຂອງ - ສເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ຕອນບ່າຍວັນທີ 11 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ
ຍສໝ - ປະທານາທິບໍດີ ສະຫະລັດອາເມລິກາ ແລະ ຜູ້ນໍາ ສສ.ເກົາຫລີ ຕອນບ່າຍຂອງ ວັນທີ 30 ມິຖຸນາ ໄດ້ມີການພົບປະກັນ ເປັນຄັ້ງທໍາອິດ ຢູ່່ ເຂດປອດອາວຸດ (DMZ). ຜູ້ນໍາສອງ ມີໃບໜ້າທີ່ຍິ້ມແຍ້ມແຈ່ມໃສ ໃນການພົບປະໂອ້ ລົມກັນ ຢູ່ທີ່ນີ້ ແລະ ມີການຈັບມືຄັ້ງປະຫວັດສາດ ໃນດິນແດນຂອງສສ.ເກົາຫຼີ ແລະ ປະທານາທິບໍດີ Trump ກໍ່ໄດ້ເຊີນ ປະທານ Kim ໄປຢ້ຽມຢາມ ທຳນຽບຂາວ ອີກດ້ວຍ.
ວັນທີ 20 ມິຖຸນາ, ຄະນະປະຕິບັດງານລັດຖະບານ ຫວຽດນາມ, ໂດຍທ່ານ ເວືອງ ດິ່ງ ເຫວ້ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບບັນດານັກລົງທຶນຕະຫຼາດຫຼັກຊັບ ສ.ເກົາຫຼີ ຢູ່ ສໍານັກງານ ສະມາຄົມນັກລົງທຶນການເງິນ ສ.ເກົາຫຼີ (KOFIA) ຢູ່ນະຄອນຫຼວງ ເຊີອູນ.
ຍສໝ - ໃນວັນທີ 13 ມິຖຸນ, ທີ່ສຳນັກງານລັດຖະບານ ທ່ານ ຫງວ໋ຽນ ຊົນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ-ພົບປະ ແລະ ເຮັດວຽກ ກັບປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ.
ຍສໝ - ໃນວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການຕ້ອນຮັບ ແລະ ພົບປະ ທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ລີ ມີ ຢຸງ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (ອົງການກອຍກາ KOICA) ໃນວັນທີ 15 ພຶດສະພານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.
ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ.
ທ່ານ Moon Jea-in ໄດ້ເວົ້າວ່າ ຮອດເວລາຊຸກຍູ້ການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ແລ້ວ