ໃນວັນທີ 12 ກໍລະກົດ, ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ (13-7-1909/13-7-2019) ອະດີດປະທານປະເທດແຫ່ງ ສປປ ລາວ ຕາມປະເພນີຂອງລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໃຫ້ຮູ້ວ່າໃນຕະຫຼອດ 64 ປີ ຜ່ານມາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານ ຫວຽດນາມ - ລາວ ນັບມື້ນັບຂະຫຍາຍຕົວ.
ຕອນບ່າຍວັນທີ2 ກຸມພາ, ຄະນະການນຳຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ຄະນະທູດທະຫານຂອງ ຫວຽດນາມ ຢູ່ ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ການນຳ, ຜູ້ບັນຊາການ, ແລະ ພະນັກງານ ຂອງ ພົນລະພາກຫຼວງ11 ຂຶ້ນກັບ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ພວມກໍ່ສ້າງໂຄງການຫໍສະພາແຫ່ງຊາດໃໝ່ຂອງ ລາວ
ຍສມ - ຕອນເຊົ້າຂອງວັນທີ 11 ມັງກອນ ຄະນະການນຳຂອງ ສະຖານທູດລາວ ປະຈຳ ສສ ຫວຽດນາມ ໂດຍທ່ານ ຄຳສິງ ດວງວັນດ ທີ່ປຶກສາດການເມືອງ ເປັນຜູ້ນຳພາຄະນະ ຢ້ຽມຢາມ ນ້ອງນັກຮຽນລາວ ກຳລັງສຶກສາຮຳ່ຮຽນຢູ່ ແຂວງອຽນບ໋າຍ.
ຍສໝ - ນີ້ແມ່ນຄວາມປາດຖະໜາຂອງ ສະຫາຍ ເລ ກວາງ ທ້ຽນ - ບັນນາທິການໃຫຍ່ ໜັງສືພິມເອເລັກໂຕນິກ ເທີ່ຍດ້າຍ ໄດ້ກ່າວໃນໂອກາດທີ່ ໜັງສືພິມເທີ່ຍດ້າຍເຂົ້າອວຍພອນປີໃໝ່ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 11 ເມສາ ທີ່ ຮ່າໂນ້ຍ.
ຍສໝ - ວັນທີ 22 ສິງຫາທີ່ຜ່ານມາ ຢູ່ ສະຖານທູດຫວຽດນາມ ປະຈຳ ສະຫະພາບ ຣັດເຊຍ ໄດ້ຈັດງານລະດົມທືນຊ່ວຍເຫຼືອ ປະຊາຊົນລາວອ້າຍນ້ອງ ຫຼັງເຫດການ ຄູກັ້ນນຳ້ເຂື່ອນພະລັງງານໄຟຟ້າ ເຊປຽນ-ເຊນຳ້ນ້ອຍແຕກ ຢູ່ ແຂວງອັດຕະປື ສປປ ລາວ ມີຄວາມເສຍຢ່າງຮຸນແຮງທັງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ຍສໝ - ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແມັກຊີໂກ ໄດ້ລະດົມເງິນບໍລິຈາກ ສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ຫຼັງເຫດການເຂື່ອນໄຟຟ້າພະລັງງານນຳ້ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື, ລາວ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ.