ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”.
ຍສໝ - ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ຄົນທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ແຂວງ ເຖາະ ແລະ ຕວຽນກວ່າງ.
ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຢູ່ໄທໃນວັນທີ 28 ມີນາ, ຕາມແຫຼ່ງຂ່າວຈາກປະຊາຄົມຊາວຫວຽດນາມ ຢູ່ ໄທ, ກ່ຽວກັບບັນດາກຸ່ມຊຸມຊົນ, ຊາວຫວຽດນາມ ຫຼາຍຄົນໄດ້ແບ່ງປັນສະພາບການ, ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ຮຽກຮ້ອງຊ່ວຍເຫຼືອ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ເຊື່ອມໂຍງເຂົ້າກັບຄວາມຫຍຸ້ງຍາກ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ປະຊາຊົນສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ເປັນຂົວຕໍ່ທີ່ໝັ້ນຄົງໃນການພົວພັນຫວຽດນາມ - ສິງກະໂປ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ
ຍສໝ - ວັນທີ 25 ກຸມພາ 2025, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ຫວຽດນາມ ກ່ຽວກັບຊາວຫຽດນາມອາໄສຢູ່ຕ່າງປະເທດ ໄດ້ຮ່ວມເປັນປະທານໃນການເຮັດວຽກລະຫວ່າງສອງອົງການ ເພື່ອແນໃສ່ກວດກາຄືນໝາກຜົນການຜັນຂະຫຍາຍວຽກງານສົມທົບກັນໃນປີ 2024 ແລະ ແລກປ່ຽນ, ປຶກສາຫາລືກ່ຽວກັບໜ້າທີ່ທີ່ສຳຄັນໃນປີ 2025.
ຍສໝ - ຕອນຄ່ຳວັນທີ 12 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ລູກເຮືອຫວຽດນາມ ທັງ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ນອກຝັ່ງເກາະ Jeju (ສ.ເກົາຫຼີ).
ຍສໝ - ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງດ້ວຍບັນດາລາຍການສະແດງທີ່ດີເດັ່ນຄື ການສະແດງມວຍມູນເຊື້ອຂອງສະມາຄົມມວຍ ວ້ານອ່ານຝາຍ, ຟ້ອນດອກບົວຂອງກຸ່ມ ເຕິມຢວຽນ ແລະ ການສະແດງຊຸດເສື້ອຍາວຂອງບັນດາສະມາຊິກສະມາຄົມຮັກພາສາຝຣັ່ງ.
ຍສໝ - ແຕ່ວັນທີ 8-10 ກຸມພາ, ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການໄປຢ້ຽມຢາມປະຕິບັດງານຢູ່ ມາເລເຊຍ. ທີ່ການເຮັດວຽກກັບສະຖານທູດຫວຽດນາມ ປະຈຳມາເລເຊຍ, ທ່ານນາງ ເລທິທູຮັ່ງ ໄດ້ຕີລາຄາສູງວຽກງານອະນຸລັກຮັກສາພາສາຫວຽດນາມ, ຈິດໃຈສິດສອນຂອງຄູອາຈານ ແລະ ການຮຽນຂອງນັກຮຽນຢູ່ ມາເລເຊຍ.
ຍສໝ - ວັນທີ 4 ກຸມພາ 2024, ສູນຫວຽດນາມວິທະຍາ ປະຈຳ ຍີ່ປຸ່ນ ສົມທົບກັບພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລ Osaka, ໂຮງຮຽນພາສາຫວຽດນາມ ໄມ້ໄຜ່ ໄດ້ຈັດຕັ້ງລາຍການ “ແລກປ່ຽນສີສັນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ” ຢ່າງສຳເລັດຜົນຢູ່ກົງສຸນໃຫຍ່ຫວຽດນາມ ປະຈຳ Osaka.
ຍສໝ -ປີ 2024, ດ້ວຍ 2 ບາດກ້າວບຸກທະລຸໃຫຍ່ ແລະ 7 ໜ້າທີ່ຈຸດສຸມ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍຕອບສຳພາດຕໍ່ວາລະສານຍຸກສະໄໝ, ທ່ານ ຫງວຽນແມ້ງດົງ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນ ແລະ ການກຳນົດທິດວຽກງານຈຳນວນໜຶ່ງໃນໄລຍະຈະມາເຖິງ.
ຍສໝ - ເດືອນກັນຍາ 2024, ພາຍຸເລກທີ 3 ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ບັນດາແຂວງພາກເໜືອຂອງ ຫວຽດນາມ. ໃນທ່າມກາງການສູນເສຍ, ຄວາມໂສກເສົ້າ, ນ້ຳໃຈມະນຸດປະກາຍແຈ້ງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຈາກເພື່ອນມິດສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ປະຊາຄົມຊາວ ຫວຽດນາມ ໃນຫ້າທະວີບ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2025) ແລະ ຂ່ຳນັບຮັບຕ້ອນລະດູບານໃໝ່ ປີມະເສັງ, ວັນທີ 11 ມັງກອນ, ຢູ່ນະຄອນ São Paulo (ບຣາຊິນ), ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດຕັ້ງລາຍການ ລະດູບານໃໝ່ບ້ານເກີດເມືອງນອນ 2025 ຢ່າງສະຫງ່າລາສີ.
ຍສໝ - ຕອນເຊົ້າວັນທີ 19 ມັງກອນ 2025, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ຍ້ອນໄດ້ມີປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານສ້າງສາ , ເຕົ້າໂຮມ ແລະ ສາມັກຄີວົງຄະນະຍາດ.
ຍສໝ - ແຕ່ວັນທີ 17-18 ມັງກອນ 2025, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ສົມທົບກັບບັນດາພະແນກ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຈະຈັດຕັ້ງລາຍການພົບປະຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ.
ຍສໝ - ຕອນຄ່ຳວັນທີ 8 ມັງກອນ ປີ 2025, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳນະຄອນ Osaka, ຍີ່ປຸ່ນ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນປີມະເສັງ ປີ 2025”.
ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ໊ນ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ.