ຫວຽດນາມ ມຸ່ງໄປເຖິງການເຕີບໂຕສອງຕົວເລກ ພ້ອມກັບຮັກສາສະຖຽນລະພາບເສດຖະກິດມະຫາພາກ

ຫວຽດນາມ ມຸ່ງໄປເຖິງການເຕີບໂຕສອງຕົວເລກ ພ້ອມກັບຮັກສາສະຖຽນລະພາບເສດຖະກິດມະຫາພາກ

ຍສໝ - ຫວຽດນາມມຸ່ງໝັ້ນທີ່ຈະບັນລຸການເຕີບໂຕສອງຕົວເລກໃນໄລຍະທີ່ຈະມາເຖິງ, ພ້ອມທັງສືບຕໍ່ເສີມສ້າງພື້ນຖານຂອງສະຖຽນລະພາບດ້ານເສດຖະກິດມະຫາພາກ. ບົດລາຍງານຊີ້ໃຫ້ເຫັນວ່າຮອດປີ 2025, ຕົວຊີ້ວັດເສດຖະກິດ-ສັງຄົມທີ່ສຳຄັນທັງ 15 ຢ່າງມີແນວໂນ້ມທີ່ຈະບັນລຸ ຫຼື ເກີນກວ່ານັ້ນ.

ການພັດທະນາອຸດສາຫະກໍາວັດທະນະທໍາຄຽງຄູ່ກັບເສດຖະກິດມໍລະດົກ ແລະ ການທ່ອງທ່ຽວແບບຍືນຍົງ

ການພັດທະນາອຸດສາຫະກໍາວັດທະນະທໍາຄຽງຄູ່ກັບເສດຖະກິດມໍລະດົກ ແລະ ການທ່ອງທ່ຽວແບບຍືນຍົງ

ຍສໝ - ດ້ວຍຫົວຄິດປະດິດສ້າງ ແລະ ວິໄສທັດຍຸດທະສາດ, ແຂວງກວາງນິງ ພວມຜັນຂະຫຍາຍມະຕິເລກທີ 80-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳຫວຽດນາມ ຜ່ານການກະທຳຕົວຈິງ. ການຫັນປ່ຽນລາຍການສິລະປະຂະໜາດໃຫຍ່ (concert) ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ບໍ່ພຽງແຕ່ເປັນວິທີແກ້ໄຂທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງເປັນບາດກ້າວທີ່ໜັກແໜ້ນເພື່ອຢືນຢັນຖານະຂອງແຂວງໃນຖານະເປັນສູນກາງອຸດສາຫະກຳວັດທະນະທຳ ຕິດພັນກັບມໍລະດົກ.

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຈີເລ ໃນສາມເສົາຄ້ຳຫຼັກຄື: ການເມືອງ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຈີເລ ໃນສາມເສົາຄ້ຳຫຼັກຄື: ການເມືອງ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ

ຍສໝ - ໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີເລ (25 ມີນາ 1971 - 25 ມີນາ 2026), ໃນການຕອບສຳພາດກັບນັກຂ່າວຂອງວາລະສານຍຸກສະໄໝ, ທ່ານ Nasly Isabel Bernal Prado ເອກອັກຄະລັດຖະທູດ ຈີເລ ປະຈຳຫວຽດນາມ ໄດ້ຢືນຢັນວ່າ ສອງປະເທດກຳລັງປະເຊີນກັບໂອກາດຕ່າງໆເພື່ອເປີດກວ້າງການຮ່ວມມືຢ່າງເລິກເຊິ່ງ, ໂດຍສຸມໃສ່ສາມເສົາຄ້ຳຄື: ການພົວພັນທາງດ້ານການເມືອງ-ການທູດ, ການພົວພັນເສດຖະກິດ-ການຄ້າ, ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການເຊື່ອມຕໍ່ທີ່ເປັນມິດລະຫວ່າງປະຊາຊົນ.

ຍູ້ແຮງວຽກງານການທູດດ້ານເສດຖະກິດ ແລະ ສ້າງແຮງກະຕຸ້ນໃຫ້ແກ່ການເຕີບໂຕສອງຕົວເລກຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຍູ້ແຮງວຽກງານການທູດດ້ານເສດຖະກິດ ແລະ ສ້າງແຮງກະຕຸ້ນໃຫ້ແກ່ການເຕີບໂຕສອງຕົວເລກຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຍສໝ​ - ຕອນເຊົ້າວັນທີ 2 ມີນາ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມເພື່ອປະຕິບັດໜ້າທີ່ໃນໄຕມາດທີ 1 ປີ 2026 ຂອງຄະນະຊີ້ນຳການທູດເສດຖະກິດ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຜູ້ນຳຂອງໜ່ວຍງານສະມາຊິກຂອງຄະນະຊີ້ນຳການທູດເສດຖະກິດ ແລະ ເອກອັກຄະລັດຖະທູດທີ່ໄດ້ຮັບການແຕ່ງຕັ້ງ.

ຄວາມຊ່າລືສາກົນ: ເສດຖະກິດຫວຽດນາມມີຫຼາຍເງື່ອນໄຂເພື່ອເຂົ້າສູ່ວົງຈອນການເຕີບໂຕໃໝ່

ຄວາມຊ່າລືສາກົນ: ເສດຖະກິດຫວຽດນາມມີຫຼາຍເງື່ອນໄຂເພື່ອເຂົ້າສູ່ວົງຈອນການເຕີບໂຕໃໝ່

ຍສໝ - ການຕີລາຄາສາກົນຊີ້ໃຫ້ເຫັນວ່າເສດຖະກິດຫວຽດນາມໄດ້ຕອບສະໜອງເງື່ອນໄຂຫຼາຍຢ່າງເພື່ອເຂົ້າສູ່ວົງຈອນການເຕີບໂຕໃໝ່

ຫວຽດນາມ ແລະ ກາຊັກສະຖານ ສົ່ງເສີມການກໍ່ສ້າງແລວທາງເຊື່ອມຕໍ່ດ້ານເສດຖະກິດ ແລະ ການເງິນ

ຫວຽດນາມ ແລະ ກາຊັກສະຖານ ສົ່ງເສີມການກໍ່ສ້າງແລວທາງເຊື່ອມຕໍ່ດ້ານເສດຖະກິດ ແລະ ການເງິນ

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ກາຊັກສະຖານ, ຕອນເຊົ້າວັນທີ 2 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ໄດ້ດຳເນີນການສຳຫຼວດ ແລະ ແລກປ່ຽນປະສົບການຢູ່ສູນການເງິນສາກົນ Astana.

ຂະແໜງການເງິນ: ປັບປຸງພື້ນຖານເສດຖະກິດມະຫາພາກ, ສ້າງໂອກາດໃຫ້ແກ່ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ

ຂະແໜງການເງິນ: ປັບປຸງພື້ນຖານເສດຖະກິດມະຫາພາກ, ສ້າງໂອກາດໃຫ້ແກ່ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ

ຍສໝ - ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ທ່ານ ຫງວຽນວັນຖັງ, ກຳມະການສູນກາງພັກ, ເລຂາທິການພັກ, ລັດຖະມົນຕີກະຊວງການເງິນ ໄດ້ພົບປະແລກປ່ຽນກັບສື່ມວນຊົນກ່ຽວກັບຜົນສຳເລັດຂອງຂະແໜງການເງິນໃນໄລຍະຜ່ານມາ ແລະ ໜ້າທີ່ ແລະ ວິທີແກ້ໄຂຂອງຂະແໜງການເງິນໃນໄລຍະຕໍ່ໄປ.

ທ່ານ ປອ. ຫງວຽນຮົ່ງເຊີນ: ເສີມຂະຫຍາຍສະຕິປັນຍາຂອງຊາວຫວຽດນາມຢູ່ຕ່າງປະເທດເພື່ອສົ່ງເສີມເສດຖະກິດເອກະຊົນ ແລະ ນະວັດຕະກໍາ.

ທ່ານ ປອ. ຫງວຽນຮົ່ງເຊີນ: ເສີມຂະຫຍາຍສະຕິປັນຍາຂອງຊາວຫວຽດນາມຢູ່ຕ່າງປະເທດເພື່ອສົ່ງເສີມເສດຖະກິດເອກະຊົນ ແລະ ນະວັດຕະກໍາ.

ຍສໝ - ການຢືນຢັນບົດບາດຂອງພາກເອກະຊົນ ແລະ ການວາງນະວັດຕະກໍາເປັນໃຈກາງຂອງຍຸດທະສາດການພັດທະນາ ສະແດງໃຫ້ເຫັນເຖິງແນວຄິດປະດິດສ້າງທີ່ເຂັ້ມແຂງຂອງພັກ, ເປີດໂອກາດອັນສໍາຄັນໃຫ້ແກ່ຊຸມຊົນນັກທຸລະກິດ ແລະ ນັກປັນຍາຊົນຫວຽດນາມຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງເສດຖະກິດຫວຽດນາມໃນຍຸກໃໝ່.

ນັກວິຊາການຟິນແລນ: ຫວຽດນາມຄວນໃຫ້ຄວາມສຳຄັນກັບເສດຖະກິດ ແລະ ເສີມຂະຫຍາຍສະຫວັດດີພາບຂອງປະຊາຊົນທຸກຄົນ.

ນັກວິຊາການຟິນແລນ: ຫວຽດນາມຄວນໃຫ້ຄວາມສຳຄັນກັບເສດຖະກິດ ແລະ ເສີມຂະຫຍາຍສະຫວັດດີພາບຂອງປະຊາຊົນທຸກຄົນ.

ຍສໝ - ຫວຽດນາມຈຳເປັນຕ້ອງໃຫ້ຄວາມສຳຄັນກັບການພັດທະນາເສດຖະກິດຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມທີ່ໝັ້ນຄົງ ແລະ ເປັນກາງໃນທ່າມກາງພູມສັນຖານໂລກທີ່ມີຄວາມຜັນຜວນ, ດັ່ງນັ້ນຈຶ່ງສ້າງພື້ນຖານໃຫ້ແກ່ການເຕີບໂຕໃນໄລຍະຍາວ, ເສີມຂະຫຍາຍສະຫວັດດີພາບຂອງປະຊາຊົນ ແລະ ສືບຕໍ່ເປັນຈຸດໝາຍປາຍທາງທີ່ໜ້າສົນໃຈສຳລັບນັກລົງທຶນສາກົນ.

ການ​ທູດ​ເສດຖະກິດ: ທັດສະນະ​ຈາກ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ

ການ​ທູດ​ເສດຖະກິດ: ທັດສະນະ​ຈາກ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ

ຍສໝ - ​ໃນ​ສະພາບ​ການ​ຫວຽດນາມ ຍູ້ແຮງການຜັນຂະຫຍາຍແຜນການນະໂຍບາຍການ​ທູດ​ເສດຖະກິດ​ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ (VSFA) ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເໝາະ​ສົມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການທູດປະຊາຊົນ ແລະ ​ການທູດເສດຖະກິດ. ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ບັນດາ​ໂຄງກະທຳຂອງ​ສະມາຄົມ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​​ປະຊາຊົນ ​ແລະ ປະຊາ​ຄົມ, ຕິດ​ພັນ ​ແລະ ປະຕິບັດ​ຢ່າງແທດຈິງບັນດາ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ.

ຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ນະ​ວັດຕະກຳ​ໃນ​ຂະ​ແໜງ​ເສດຖະກິດ​ສີຂຽວ

ຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ນະ​ວັດຕະກຳ​ໃນ​ຂະ​ແໜງ​ເສດຖະກິດ​ສີຂຽວ

ຍສໝ - ວັນ​ທີ 22 ຕຸລາ​ນີ້, ຢູ່​ນະຄອນ​ເກີນ​ເທີ, ວັນບຸນ​ເຊື່ອມ​ຕໍ່​ການ​ລົງທຶນ​ດ້ານ​ດິນ​ຟ້າ​ອາກາດ​ໄດ້​ໄຂ​ຂຶ້ນ​ໃນ​ຂອບ​ເຂດ​ໂຄງການພື້ນທີ່​ຮ່ວມ​ມື​ວິ​ສາ​ຫະກິດ (BPP) ​ໂດຍ​ລັດຖະບານ​ອົດ​ສະ​ຕາ​ລີ ອຸປະຖຳ.

ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ

ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ

ຍສໝ - ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ຫວຽດນາມ ຖື​ອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວໜ້າ​ຂອງ​ຕົນ ​ແລະ ຖື​ລັດ ວໍ​ຊິງ​ຕັນ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ລະດັບທ້ອງ​ຖິ່ນ.

ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື ຫວຽດນາມ - MERCOSUR 2025

ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມື ຫວຽດນາມ - MERCOSUR 2025

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ບຸຍວັນຫງິ້ ຢືນຢັນ​ວ່າ: ບຣາຊິນ ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ໃນ MERCOSUR ​ແລະ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ບາດກ້າວ​​ທີ່​ສຳຄັນ​ຫຼາຍ​ຢ່າງ.

ຫວຽດນາມ ຢືນຢັນ  ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ຫວຽດນາມ ຢືນຢັນ ຈັນຍາບັນເອກະລາດ, ປະຕິຮູບ ແລະ ພັດທະນາເພື່ອປະຊາຊົນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ນັກວິຊາການ, ນັກການເມືອງສາກົນຫຼາຍຄົນໄດ້ຕີລາຄາວ່າ ຫວຽດນາມ ໄດ້ລຸກຂຶ້ນຈາກຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ໝັ້ນຄົງຕາມ​ເສັ້ນທາງ​ແຫ່ງ​ການ​ປັບປຸງ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ​ຂອງ​ປະຊາຊົນ; ວາງ​ຄົນ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ພັດທະນາ. ຈາກ​ເທົ່າຖ່ານ​ຂອງ​ສົງ​ຄາມ, ຫວຽດ​ນາມ​ໄດ້​ບືນຕົວກາຍເປັນເລື່ອງສຳເລັດຜົນແບບຢ່າງ, ຂະຫຍັນຂັນເຂື່ອນ, ກວມເອົາ, ພວມກ້າວ​ໄປ​ໜ້າ​ຢ່າງໝັ້ນແກ່ນໃນການເດີນທາງກາຍເປັນ​ປະ​ເທດຊາດທີ່​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ

ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ

ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.

“ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາ ແລະ ວິໄສທັດການນຳພາ”

“ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາ ແລະ ວິໄສທັດການນຳພາ”

ຍສໝ - ທ່ານ​ປະທານ​ສະມາຄົມ​ມິດຕະພາບ ອິດສະຣາ​ແອນ - ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ແບບຢ່າງກ່ຽວກັບ​ວິ​ໄສ​ທັດ​ຍຸດ​ທະ​ສາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ແລກປ່ຽນ​ປະຊາຊົນ​ກັບ ອິດສະຣາ​ແອນ.

ເພື່ອພັດທະນາເສດຖະກິດປະເທດຊາດ ຕ້ອງພັດທະນາເສດຖະກິດທະເລ

ເພື່ອພັດທະນາເສດຖະກິດປະເທດຊາດ ຕ້ອງພັດທະນາເສດຖະກິດທະເລ

ຍສໝ - ຫວຽດນາມ ພວມຢູ່ໃນສັບປະດາທະເລ ແລະ ໝູ່ເກາະ (01- 08 ມິຖຸນາ). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ກ່ຽວກັບເສດຖະກິດທະເລ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈພັດທະນາຮອບດ້ານຂະແຫນງອາຊີບທາງທະເລ, ປົກປັກຮັກສາສິ່ງແວດລ້ອມເຂດທະເລ, ໝູ່ເກາະແບບຍືນຍົງ. ສັບປະດາໄດ້ດຳເນີນໃນສະພາວະຫວຽດນາມ ພວມສູ້ຊົນສຳເລັດການໂຮມແຂວງກ່ອນວັນທີ 15 ສິງຫາຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃຫມ່”ເຂດແດນການປົກຄອງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດດີທີ່ສຸດເພື່ອກໍ່ສ້າງບັນດາພື້ນທີ່ພັດທະນາໃຫມ່, ຕາມທິດທະເລ.

ຫຼາຍຈຸດ​ທີ່ປະກາຍແຈ້ງດ້ານເສດຖະກິດໃນ 5 ເດືອນຕົ້ນປີ 2025

ຫຼາຍຈຸດ​ທີ່ປະກາຍແຈ້ງດ້ານເສດຖະກິດໃນ 5 ເດືອນຕົ້ນປີ 2025

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມິຖຸນາ​ນີ້, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ພຶດສະພາ​ຂອງ​ລັດຖະບານ, ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ​ພຶດສະພາ ​ແລະ 5 ​ເດືອນ​ຕົ້ນ​ປີ. ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ສະພາບ​ການ​ເສດຖະກິດ-ສັງຄົມ​ໃນ 5 ​ເດືອນ​ຕົ້ນ​ປີ 2025 ສືບ​ຕໍ່​ມີ​ທ່າ​ອ່ຽງ​ໃນ​ແງ່​ດີ, ​ໃນ​ແຕ່​ລະ​ເດືອນ​ມີ​ທ່າ​ອ່ຽງດີ​ຂຶ້ນ​ກວ່າ​ເດືອນ​ກ່ອນ.

ເພື່ອນ​ມິດສາ​ກົນສະເໜີຄວາມເຫັນ​ເພື່ອ​ຊ່ວຍ​ຫວຽດ​ນາມ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຄ້າ Halal

ເພື່ອນ​ມິດສາ​ກົນສະເໜີຄວາມເຫັນ​ເພື່ອ​ຊ່ວຍ​ຫວຽດ​ນາມ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຄ້າ Halal

ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ)ໄດ້ສົມທົບກັບມະຫາວິທະຍາໄລການຄ້າ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງການສຳມະນາວິທະຍາສາດສາກົນກ່ຽວກັບນະວັດຕະກໍາ, ການເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ປີ 2025: “ພັດທະນາເສດຖະກິດ ແລະ ການຄ້າ Halal ຫວຽດນາມ”.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ

ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ​ເຫດການ​ດັ່ງກ່າວ​ໄດ້ອັບເດັດສະພາບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ໂອກາດພັດທະນາ, ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ ເພື່ອພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ 2 ຝ່າຍ.