ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມິດຕະພາບ​ ສ.​ເກົາຫຼີ ​ແຕ່​ວັນ​ທີ 29 ກໍລະກົດ ​ຫາ​ວັນ​ທີ 2 ສິງຫາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ປະທານ ​ໂດ​ວັນ​ຈ້ຽນ ນຳ​ໜ້າ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025”

ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025”

ຍສໝ - ນັບແຕ່ວັນທີ 26-27 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ດ້ວຍການເຄື່ອນໄຫວວັດທະນະທຳ ແລະ ບັນເທີງຫຼາຍຢ່າງ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ

ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk.

ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ສົມທົບກັນຢ່າງມີປະສິດທິຜົນໃນການຊຸກຍູ້ການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ ​ເພື່ອ ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

ບານເຕະ - ຂົວເຊື່ອມຕໍ່ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງ ຫວຽດນາມ ແລະ ໄທ

ບານເຕະ - ຂົວເຊື່ອມຕໍ່ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງ ຫວຽດນາມ ແລະ ໄທ

ຍສໝ - ວັນທີ 8 ມິຖຸນາ, ຢູ່ສະໜາມກິລານະຄອນ ຕືເຊີນ (ແຂວງ ບັກນິງ) ໄດ້ດຳເນີນງານ ຊຸບເປີຄັບບານ​ເຕະສື່ມວນຊົນ ຫວຽດນາມ - ໄທ, ເຫດການເລີ່ມຕົ້ນການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນສື່ມວນຊົນລະຫວ່າງ 2 ປະເທດ.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ວັນ​ທີ 8 ມິຖຸນາ​ປີ 2025, ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ (EPS) ສົມທົບ​ກັບ​ສະຫະພັນ​ບານ​ເຕະ ຫວຽດນາມ ປະຈຳ ສ.​ເກົາຫຼີ (VFAK) ​ໄດ້​ຈັດ​ຕັ້ງ​ງານບຸນ​​​ກິລາ​ແຮງ​ງານ EPS ເປີດກວ້າງຄັ້ງ​ທີ 2 ຢູ່​ນະຄອນ Hwaseong. ເຫດການ​ໄດ້​ດຶງ​ດູດ​ຜູ້​ແທນ, ນັກ​ກິລາ 200 ກວ່າ​ຄົນ ​ແລະ ຊາວ​ຫວຽດນາມ ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ.

ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ

ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ສະມາຄົມໄທບ້ານ ບັກ​ຢາງ ຢູ່ ສ.​ເກົາຫຼີ ຫາກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ພົບປະໃນ​ຕົ້ນ​ປີ​ຢູ່​ນະຄອນ Incheon, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ຫວຽດນາມ ​ແລະ ສ.​ເກົາຫຼີ.

ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ

ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ

ຍສໝ - ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຈຸດໝາຍປາຍທາງການ​ລົງທຶນ​ຍຸດ​ທະ​ສາດ​ຂອງບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ. ຄຽງຂ້າງຂົງເຂດການ​ຜະ​ລິດ​, ປຸງ​ແຕ່ງ​, ກະແສທຶນ​ການ​ລົງ​ທຶນ​ຈາກ ສ.​ເກົາ​ຫຼີ​ ກໍາລັງເປີດກວ້າງ ​ໄປ​ສູ່​ຫຼາຍ​ຂົງເຂດ​ທີ່​ມີ​ທ່າ​ແຮງ.

ອາສາສະໝັກ ສ.ເກົາຫຼີ ປະຈຳ ຫວຽດນາມ: ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ

ອາສາສະໝັກ ສ.ເກົາຫຼີ ປະຈຳ ຫວຽດນາມ: ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ

ຍສໝ - ແຕ່ວັນທີ 17-21 ກຸມພາ, 2 ຄະນະອາສາສະໝັກຂອງສະພາກາແດງແຂວງ Daejeon - Sejong ແລະ ນະຄອນ Seoul (ສ.ເກົາຫຼີ) ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຢູ່ເມືອງ ເກີນເຢີ (ນະຄອນ ໂຮ່ຈີມິງ) ແລະ ເມືອງ ຢ່າຫວຽນ (ແຂວງ ນີ່ງບີງ). ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ບັນດາ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ ແລະ ພ້ອມກັນຮ່ວມ​ມື​ເພື່ອຍົກສູງ​ພາລະກຳ​ດ້ານ​ມະນຸດສະທຳ, ມຸ່ງ​ໄປ​ເຖິງ​ຊຸມຊົນ​ສາມັກຄີ ແລະ ​ແບ່ງປັນ​.

ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000

ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000

ຍສໝ - ໃນລະຫວ່າງ 2 ມື້ (17-18 ກຸມພາ), ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ສົມທົບກັບອົງການ The Corea Peace3000 ແລະ ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ກ່າເມົາ ໄດ້ມອບທຶນການສຶກສາ 50 ທຶນໃຫ້ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ນີ້ແມ່ນຊຸດມອບທຶນການສຶກສາທີສອງໃນສົກຮຽນປີ 2024-2025, ເປັນຂອງລາຍການທຶນການສຶກສາ The Corea Peace3000.

ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ໝາຍປາຍທາງນິຍົມທີ່​ສຸດ​ສຳ​ລັບ​ບັນ​ດາ​ຄອບ​ຄົວ ສ.ເກົາຫຼີ ທີ່ມີເດັກ​ນ້ອຍ.

ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ໝາຍປາຍທາງນິຍົມທີ່​ສຸດ​ສຳ​ລັບ​ບັນ​ດາ​ຄອບ​ຄົວ ສ.ເກົາຫຼີ ທີ່ມີເດັກ​ນ້ອຍ.

ຍສໝ - ຫວຽດນາມ ຍັງສືບ​ຕໍ່ຮັກສາຕຳແໜ່ງອັນ​ດັບ 1 ​ໃນ​ການຈັດ​ອັນ​ດັບຈຸດ​ໝາຍປາຍທາງ​ແຫຼ່ງທ່ອງ​ທ່ຽວໃຫ້ກັບຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 10 ປີ​ໃນ ສ.​ເກົາຫຼີ, ຍ້ອນ​ອາກາດ​ອົບ​ອຸ່ນ, ບັນດາ​ການ​ເຄື່ອນ​ໄຫວທີ່​ບັນ​ເທິງ​​ຫຼາກ​ຫຼາຍ ​ແລະ ບັນດາຣີສອດ​ທີ່ຫຼູຫຼາ.

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ຍສໝ - ຕອນ​ຄ່ຳ​ວັນ​ທີ 12 ກຸມພາ, ສະຖານທູດ​ ຫວຽດນາມ ປະຈຳ ສ.ເກົາຫຼີ ​ໃຫ້​ຮູ້​ວ່າ ລູກ​ເຮືອ​ຫວຽດນາມ ທັງ 3 ຄົນໄດ້​ຮັບ​ການ​ກູ້ຊີບ​​ໃນເຫດເຮືອ​ຫາ​ປາ​​ລຳ​ໜຶ່ງຫຼົ້ມ​ຢູ່​ນອກ​ຝັ່ງ​ເກາະ Jeju (ສ.​ເກົາຫຼີ).

ໜູນຊ່ວຍຟຣີຫຼັກສູດບຳລຸງສ້າງ IT, ຫ້ອງຮຽນພາສາເກົາຫຼີ ສຳລັບໄວໜຸ່ມທີ່ຫຍຸ້ງຍາກຢູ່ ຫວຽດນາມ

ໜູນຊ່ວຍຟຣີຫຼັກສູດບຳລຸງສ້າງ IT, ຫ້ອງຮຽນພາສາເກົາຫຼີ ສຳລັບໄວໜຸ່ມທີ່ຫຍຸ້ງຍາກຢູ່ ຫວຽດນາມ

ຍສໝ - ກຸ່ມບໍລິສັດ Vatech Networks, ແມ່ນໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງໂລກໃນຂົງເຂດອຸປະກອນການແພດຂະແໜງທັນຕະແພດ, ໄດ້ດຳເນີນບັນດາໂຄງການສຶກສາຢູ່ ຫວຽດນາມ ຢ່າງເປັນທາງການ ເພື່ອແນໃສ່ບຳລຸງສ້າງຊາວໜຸ່ມໃຫ້ກາຍເປັນຜູ້ຊ່ຽວຊານໃນຂົງເຂດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ພາສາເກົາຫຼີ. ນີ້​ແມ່ນ​ໂອກາດ​ເພື່ອ​ຊ່ວຍ​ໃຫ້​ເຂົາເຈົ້າສາມາດບືນຕົວຂຶ້ນ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​, ພິເສດ​ແມ່ນສຳລັບເປົ້າໝາຍເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້ຍາກ.

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ເຂດ Gwangju – Jeonnam (ສ.​ເກົາຫຼີ) ຫາ​ກໍ່​ຈັດ​ຕັ້ງ​ພິທີ​ເປີດ​ຫ້ອງການ​ໃໝ່​ຢ່າງ​ສົມ​ກຽດ, ສົມທົບ​ກັບ​ລາຍການ​ຕ້ອນຮັບປີໃໝ່ວົງຄະນະຍາດ​ທີ່​ມີ​ຄວາມ​ໝາຍ​ຢູ່​ສູນ​ການ​ຄ້າ Gwangju Outlet.

ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ

ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ

ຍສໝ - ວັນ​ທີ 20 ມັງກອນ​ນີ້, ສະມາຄົມ​ມິດຕະພາບ ​ຫວຽດນາມ - ສ.​ເກົາຫຼີ ​ແລະ ສະມາຄົມ​ຊາວ​ ສ.​ເກົາຫຼີ ຢູ່​ນະຄອນ ຫ່າຍ​ຟ່ອງ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ​ແລະ ​ເປີດ​ຕົວສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ນະຄອນ ຫ່າຍ​ຟ່ອງ.

ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ຍສໝ - ທ່ານ Park Hang Seo ອະດີດ​ຫົວໜ້າ​ຄູ​ຝຶກທີມບານ​ເຕະ​ແຫ່ງຊາດ ຫວຽດນາມ ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ການພົວພັນມະຫາຊົນກິດຕິມະສັກຂອງ​ແຂວງ Jeolla ​ເໜືອ (Jeonbuk) ​ເພື່ອ​ຊ່ວຍ​ຮັດແໜ້ນສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແຂວງ ບິ່ງເຢືອງ ແລະ ນະຄອນ Daejeon (ສ.ເກົາຫຼີ)

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແຂວງ ບິ່ງເຢືອງ ແລະ ນະຄອນ Daejeon (ສ.ເກົາຫຼີ)

ຍສໝ - ວັນທີ 4 ມັງກອນ 2025, ທີ່ສະໜາມກິລາແຂວງ ບິ່ງເຢືອງ ໄດ້ດຳເນີນການແຂ່ງຂັນບານເຕະມິດຕະພາບລະຫວ່າງ ທີມພະນັກງານ-ລັດຖະກອນ ແຂວງ ບິ່ງເຢືອງ ແລະ ທີມສະຫະພັນບານເຕະ Daejeon (ສ.ເກົາຫຼີ).

ດ່າລາດ - Chuncheon: ແລກປ່ຽນວັດທະນະທຳ, ເຊື່ອມຕໍ່ນ້ຳໃຈມິດຕະພາບ

ດ່າລາດ - Chuncheon: ແລກປ່ຽນວັດທະນະທຳ, ເຊື່ອມຕໍ່ນ້ຳໃຈມິດຕະພາບ

ຍສໝ - ຕອນ​ຄ່ຳ​ວັນ​ທີ 4 ທັນວາ, ຢູ່​ແຂວງ ເລີມດົ່ງ, ໄດ້ດໍາເນີນງານ​​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​​ລະຫວ່າງ 2 ນະຄອນ ດ່າ​ລາດ (ຫວຽດນາມ) ​ແລະ Chuncheon (ສ.​ເກົາຫຼີ). ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ນະຄອນ ດ່າ​ລາດ ​ແລະ ນະຄອນ Chuncheon ສ້າງ​ຕັ້ງ​ການ​ພົວພັນ​ລະຫວ່າງ 2 ນະຄອນ. ນີ້​ກໍ​ແມ່ນ​ເຫດການ​ຕອບ​ສະ​ໜອງ Festival ​ດອກ​ໄມ້​ດ່າ​ລາດ ​ຄັ້ງ​ທີ X – 2024.

ກໍາປັ່ນຕໍາຫຼວດທະເລ 8004 ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ສ.ເກົາຫຼີ

ກໍາປັ່ນຕໍາຫຼວດທະເລ 8004 ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ສ.ເກົາຫຼີ

ຕອນເຊົ້າວັນທີ 8 ພະຈິກ, ກໍາປັ່ນຕໍາຫຼວດທະເລ 8004 ພ້ອມດ້ວຍຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໄດ້ອອກຈາກທ່າກໍາປັ່ນ Yeosu, ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນກັບວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ດ້ວຍຜົນສຳເລັດອັນຈົບງາມ. ທ່ານພົນຈັດຕະວາ Han Sang-Chul, ຫົວໜ້າວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ເຂົ້າຮ່ວມພິທີສົ່ງກໍາປັ່ນ.

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ຍສໝ - ນີ້​ແມ່ນ​ຂໍ້​ສະ​ເໜີ​ຂອງ​ອຳນາດການປົກຄອງ​ແຂວງ Kyungsang ​ເໜືອ ​ແລະ ​ເມືອງ Bonghwa ທີ່​ການ​ພົບ​ປະເຮັດວຽກ​ກັບ ​ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ສ.​ເກົາຫຼີ Yoo In-chon ​ໃນ​ວັນ​ທີ 13 ມີຖຸນາ.