IFC: ອຸ​ປະ​ຖ​ຳ​ເງິນ 40 ລ້ານUSD ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຖືກຮັບຜົນກະທົບຈາກ ໂລກ​ລະ​ບາດ COVID-19

11:58 | 06/08/2020

ຍ​ສ​ໝ - ທ່ານ ຫງວຽນ​ດິ່ງ​ຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລ​ຍະ​ຈະ​ມາ​ເຖິງ, ຜົນ​ສະ​ທ້ອນ​ຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້​າ​ລວມປ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດແລະດຳ​ເນີນທຸລະກິດ.

ifc ອ ປະ ຖ ຳ ເງ ນ 40 ລ ານusd ໃຫ ແກ ວ ສາ ຫະ ກ ດ ຫວຽດ ນາມທ ຖ ກຮ ບຜ ນກະທ ບຈາກ ໂລກ ລະ ບາດ covid 19 ບໍລິສັດການເງິນສາກົນ IFC ຊວ່ຍເຫຼືອພັດທະນາການທ່ອງທ່ຽວຢ່າງຍືນຍົງ ຢູ່ຫວຽດນາມ ແບະ ລາວ
ifc ອ ປະ ຖ ຳ ເງ ນ 40 ລ ານusd ໃຫ ແກ ວ ສາ ຫະ ກ ດ ຫວຽດ ນາມທ ຖ ກຮ ບຜ ນກະທ ບຈາກ ໂລກ ລະ ບາດ covid 19 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC, ສະມາຊິກທະນາຄານໂລກ
ifc ອ ປະ ຖ ຳ ເງ ນ 40 ລ ານusd ໃຫ ແກ ວ ສາ ຫະ ກ ດ ຫວຽດ ນາມທ ຖ ກຮ ບຜ ນກະທ ບຈາກ ໂລກ ລະ ບາດ covid 19
ການ​ນຳ​ສອງ​ທ່ານ​ເຂົ້າ​ຮ່ວມ​ການ​ເຊັນ​ສັນ​ຍາ (ພາບ: Vietnam+)

ອົງ​ການການເງິນສາກົນ (IFC), ໂດຍ​ແມ່ນສະມາຊິກຂອງກຸ່ມທະນາຄານໂລກ ແລະ ທະນາຄານຫຸ້ນສ່ວນການຄ້າທິດ​ຕາ​ເວັນ​ອອກ (OCB) ໄດ້ເຊັນສັນຍາບ້ວງເງິນກູ້ຢຶມ 40 ລ້ານ USD, ຍົກຍອດຈຳນວນສິນເຊື່ອຂອງ IFC ທີ່ໄດ້ສະ​ໜອງ​ໃຫ້​ແກ່ OCB ຂຶ້ນເຖິງ 180 USD.

ລາຍ​ລະ​ອຽດ​ແມ່ນ, ບ້ວງ​ເງິ​ນ​ກູ້​ຢຶມກຳ​ນົດເວ​ລາໜຶ່ງປີ ແລະ ສາມາດຕໍ່ກຳ​ນົດໄດ້ໃຫ້ແກ່ OCB, ເພື່ອແນໃສ່ເພີ່ມທະ​ວີ​ການ​ຊຳ​ລະ, ໜູນ​ຊ່ວຍ​ແຫຼ່ງເງິນທຶນໄລຍະສັ້ນໃຫ້ແກ່ວິ​ສາ​ຫະ​ກິດ, ໃຫ້ບຸລິມະສິດແກ່ວິສາຫະກິດຂະໜາດ ນ້ອຍແລະກາງທີ່ຖືກຜົນກະທົບຈາກໂລກ​ລະ​ບາດ COVID-19.

ຜູ້ນຳຂອງ OCB ໃຫ້​ຮູ້​ວ່າ: ບ້​ວງ​ເງິນສິນເຊື່ອທີ່ວ່ອງໄວ ແລະ ທັນເວລາຈາກ IFC ຈະສວ​ມບົດບາດສຳຄັນໃນການໜູນຊ່ວຍລູກຄ້າຂອງ OCB ໃນການຮັບມືກັບວິກິດການໂລກທີ່ບໍ່ເຄີຍມີມາກ່ອນນີ້, ເລັ່ງລັດຂະບວນການຟື້ນຕົວຂອງພື້ນ​ຖານເສດຖະກິດເວົ້າ​ລ​ວມ ແລະ ວິສາຫະກິດຂະໜາດນ້ອຍແລະກາງເວົ້າ​ສະ​ເພາະ. ອົງ​ການ OCB ຈະໃຫ້ບຸລິມະສິດກຸ່ມລູກຄ້າໃນຂະແໜງເສດຖະກິດທີ່ໄດ້ຮັບຜົນກະທົບໂດຍກົງຈາກໂລກ​ລະ​ບາດເຊັ່ນ: ການທ່ອງທ່ຽວ, ການຜະລິດແລະບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ໂລກ​ລະ​ບາດ ເຊິ່ງກຳລັງປະເຊີນກັບຄວາມຕ້ອງການທີ່ເພີ່ມຂື້ນ ການບໍລິການ, ອຸປະກອນການແພດແລະການຢາ.

ທ່ານ ຫງວຽນ​ດິ່ງ​ຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລ​ຍະ​ຈະ​ມາ​ເຖິງ, ຜົນ​ສະ​ທ້ອນ​ຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້​າ​ລວມ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດ ແລະ ດຳ​ເນີນທຸລະກິດ.

ເພື່ອໜູນຊ່ວຍ​ດີ​ທີ່​ສຸດໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຂະໜາດນ້ອຍ ແລະ ກາງ, OCB ໄດ້ມີການທົບທວນ ແລະ ດັດປັບບັນດາໂຄງການໃຫ້ແທດໝາະກັບສະພາບຕົວຈິງ ແລະ ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິ​ສາ​ຫະ​ກິດ​ໃນ​ການສຳ​ຜັດ​ກັບແຫຼ່ງເງິນທຶນທີ່ສະ​ດວກ, ຊ່ວຍໃຫ້ພວກເຂົາຟື້ນຟູການ​ເຄື່ອນ​ໄຫ​ວ, ປະກອບສ່ວນໃດ​ສ່ວນ​ໜຶ່ງເຂົ້າໃນຂະບວນການຟື້ນຟູເສດຖະກິດຂອງຫວຽດນາມ.

ifc ອ ປະ ຖ ຳ ເງ ນ 40 ລ ານusd ໃຫ ແກ ວ ສາ ຫະ ກ ດ ຫວຽດ ນາມທ ຖ ກຮ ບຜ ນກະທ ບຈາກ ໂລກ ລະ ບາດ covid 19 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ

ຍ​ສ​ໝ - ໂດຍ​ບໍ່​ຫົວ​ຊາ​ຕ​ໍ່​ສະ​ພາບ​ການ​ໂລກ​ທີ່​ພວມ​ຖືກ​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ Covid -19, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຫງວຽນ​ຊ​ວັນ​ຟຸກ ໃຫ້​ຮູ້​ວ່າ ບັນດາອົງການການເງິນໃຫຍ່ລ້ວນແຕ່ຕີລາຄາດ້ວຍຄວາມປະເອີບໃຈກ່ຽວກັບຫວຽດນາມ.

ifc ອ ປະ ຖ ຳ ເງ ນ 40 ລ ານusd ໃຫ ແກ ວ ສາ ຫະ ກ ດ ຫວຽດ ນາມທ ຖ ກຮ ບຜ ນກະທ ບຈາກ ໂລກ ລະ ບາດ covid 19 ບໍລິສັດການເງິນສາກົນ IFC ຊວ່ຍເຫຼືອພັດທະນາການທ່ອງທ່ຽວຢ່າງຍືນຍົງ ຢູ່ຫວຽດນາມ ແບະ ລາວ

ຍສໝ - ບໍລິສັດການເງິນສາກົນ, ສະມາຊິກຂອງກຸ່ມທະນາຄານໂລກ, ຈະໃຫ້ເງິນກູ້ຢືມ ເຖິງ 87,5 ລ້ານໂດລາ ສຳລັບບໍລິສັດຫຸ້ນສ່ວນອະສັງຫາລິມະຊັບ BIM Land, ເຊິ່ງເປັນບໍລິສັດພັດທະນາຢ່າງແຖວໜ້າ ໃນປະເທດຫວຽດນາມ ເພື່ອສະໜັບສະໜູນການພັດທະນາພື້ນຖານ ໂຄງລ່າງດ້ານການທ່ອງທ່ຽວຢ່າງຍືນຍົງຢູ່ຫວຽດນາມ ແລະ ລາວ.

ifc ອ ປະ ຖ ຳ ເງ ນ 40 ລ ານusd ໃຫ ແກ ວ ສາ ຫະ ກ ດ ຫວຽດ ນາມທ ຖ ກຮ ບຜ ນກະທ ບຈາກ ໂລກ ລະ ບາດ covid 19 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC, ສະມາຊິກທະນາຄານໂລກ

ຍສໝ - ໃນຕອນບ່າຍວັນທີ 15 ສິງຫາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມີການຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC ສະມາຊິກທະນາຄານໂລກ (WB) ທ່ານ Philippe Le Houerou.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.