Green SM ຂະຫຍາຍການຮ່ວມມືດ້ານການຫັນປ່ຽນສີຂຽວຢູ່ລາວ

16:12 | 11/11/2026

ຍສໝ - ໃນຕອນແລງວັນທີ 9 ພະຈິກ, ທີ່ນະຄອນຫຼວງວຽງຈັນ (ລາວ), ບໍລິສັດຮຸ້ນສ່ວນການເດີນທາງສີຂຽວ ແລະ ອັດສະລິຍະ (Green SM) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຕັ້ງພັນທະມິດການຫັນປ່ຽນສີຂຽວລາວ, ພ້ອມທັງສະຫຼອງຄົບຮອບ 3 ປີ ແຫ່ງການດຳເນີນທຸລະກິດໃນຕະຫຼາດລາວ. ເຫດການດັ່ງກ່າວໄດ້ເປີດໂອກາດໃໝ່ໃນການຮ່ວມມືດ້ານການຂົນສົ່ງສີຂຽວ, ເຕັກໂນໂລຊີດິຈິຕອນ ແລະ ການບໍລິການ ລະຫວ່າງວິສາຫະກິດຫວຽດນາມກັບບັນດາຄູ່ຮ່ວມມືລາວ.

ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ ທ່ານນາງ ສູນທອນ ໄຊຍະຈັກ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບລາວ - ຫວຽດນາມ

ເຂົ້າຮ່ວມເຫດການມີ ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ຜູ້ຕາງໜ້າການນຳບັນດາອົງການຄຸ້ມຄອງລັດຂອງລາວ, ບັນດາສະຖາບັນການເງິນ, ກຸ່ມບໍລິສັດໂທລະຄົມ ພ້ອມດ້ວຍຄູ່ຮ່ວມມືຍຸດທະສາດຈຳນວນຫຼາຍທີ່ດຳເນີນທຸລະກິດໃນຂົງເຂດການທ່ອງທ່ຽວ ແລະ ການບໍລິການຢູ່ລາວ.

ໃນພິທີ, Green SM ແລະ ບັນດາຄູ່ຮ່ວມມື ໄດ້ລົງນາມຢ່າງເປັນທາງການໃນຂໍ້ຕົກລົງສ້າງຕັ້ງພັນທະມິດການຫັນປ່ຽນສີຂຽວລາວ (Green Alliance Frontier). ນີ້ແມ່ນບາດກ້າວທີ່ມຸ່ງໄປສູ່ການສ້າງລະບົບນິເວດການເດີນທາງສີຂຽວ, ອັດສະລິຍະ ແລະ ຍືນຍົງຢູ່ລາວ.

Green SM ຂະຫຍາຍການຮ່ວມມືດ້ານການຫັນປ່ຽນສີຂຽວຢູ່ລາວ
ຜູ້ຕາງໜ້າ Green SM ແລະ ບັນດາຄູ່ຮ່ວມມື ດຳເນີນການລົງນາມໃນຂໍ້ຕົກລົງຮ່ວມມືພາຍໃນງານ.

ກ່າວເຖິງທິດທາງການຮ່ວມມື, ທ່ານນາງ ເລ ທິ ຫງອກ ລິງ, ຮອງຜູ້ອຳນວຍການໃຫຍ່ຝ່າຍປະຕິບັດການພາຫະນະ 4 ລໍ້ ຂອງ Green SM ໃຫ້ຮູ້ວ່າ ປັດຈຸບັນ ວິສາຫະກິດມີຂະໜາດການດຳເນີນງານໃນທົ່ວໂລກປະມານ 850 ລ້ານຖ້ຽວເດີນທາງ, ດ້ວຍໄລຍະທາງລວມເກືອບ 6 ຕື້ກິໂລແມັດ, ປະກອບສ່ວນຫຼຸດຜ່ອນການປ່ອຍອາຍກາກບອນໄດອອກໄຊ (CO₂) ຫຼາຍກວ່າ 800.000 ໂຕນ.

ບົນພື້ນຖານດັ່ງກ່າວ, Green SM ມີຄວາມປາຖະໜາທີ່ຈະແບ່ງປັນຄວາມສາມາດດ້ານເຕັກໂນໂລຊີ, ປະສົບການຄຸ້ມຄອງ ແລະ ບັນດາມາດຕະຖານການບໍລິການຂົນສົ່ງດ້ວຍພາຫະນະໄຟຟ້າ 100% ໃຫ້ແກ່ປະຊາຄົມວິສາຫະກິດລາວ. ພັນທະມິດດັ່ງກ່າວຖືກສ້າງຂຶ້ນບົນພື້ນຖານຄຸນຄ່າຫຼັກ 3 ປະການ ຄື “ເຕັກໂນໂລຊີ - ອາລະຍະທຳ - ຄວາມເຊື່ອຖື”, ມຸ່ງສູ່ການພັດທະນາບັນດາວິທີແກ້ໄຂທີ່ບູລະນາການຫຼາຍບໍລິການເຂົ້າກັນ, ເພື່ອນຳມາເຊິ່ງຜົນປະໂຫຍດໄລຍະຍາວໃຫ້ແກ່ຊຸມຊົນ.

ໜຶ່ງໃນເນື້ອໃນທີ່ໜ້າສົນໃຈຂອງເຫດການ ແມ່ນຂໍ້ຕົກລົງຮ່ວມມືຍຸດທະສາດໄລຍະ 2026–2027 ລະຫວ່າງ Green SM ແລະ ບໍລິສັດໂທລະຄົມ Unitel. ນີ້ແມ່ນບໍລິສັດຮ່ວມທຶນລະຫວ່າງ Viettel ແລະ Lao Asia Telecom, ເຊິ່ງປັດຈຸບັນກວມເອົາ 57% ຂອງສ່ວນແບ່ງຕະຫຼາດໂທລະສັບມືຖືຢູ່ລາວ.

ທ່ານ Chanthavisay Thamavong, ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບດ້ານວິທີແກ້ໄຂເຕັກໂນໂລຊີ ຂອງ Unitel ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ຈະປະສານຈຸດແຂງດ້ານໂຄງລ່າງພື້ນຖານດິຈິຕອນຂອງ Unitel ເຂົ້າກັບເຄືອຂ່າຍການຂົນສົ່ງດ້ວຍພາຫະນະໄຟຟ້າຂອງ Green SM.

ຕາມເນື້ອໃນທີ່ໄດ້ລົງນາມ, ສອງວິສາຫະກິດຈະສຸມໃສ່ດຳເນີນ 4 ໂຄງການຮ່ວມມື ປະກອບມີ ການມອບສິດພິເສດໃຫ້ແກ່ລູກຄ້າທີ່ນຳໃຊ້ບໍລິການໂຣມມິງ (roaming) ຈາກຫວຽດນາມມາລາວ; ການເຊື່ອມໂຍງຟັງຊັນຈອງລົດໂດຍກົງເຂົ້າໃນແອັບພລິເຄຊັນທ່ອງທ່ຽວແຫ່ງຊາດ Lao Travel; ການມອບບັດສ່ວນຫຼຸດ (voucher) ສຳລັບການຫັນປ່ຽນສີຂຽວໃຫ້ແກ່ລູກຄ້າທີ່ຊື້ຊິມທ່ອງທ່ຽວຂອງ Unitel; ແລະ ການນຳໃຊ້ວິທີແກ້ໄຂດ້ານການເດີນທາງສຳລັບວິສາຫະກິດ Green Business ໃນທົ່ວລະບົບການດຳເນີນງານພາຍໃນຂອງ Unitel.

ນອກຈາກ Unitel ແລ້ວ, Green SM ຍັງໄດ້ລົງນາມໃນບັນດາຂໍ້ຕົກລົງຮ່ວມມືຮອບດ້ານກັບຄູ່ຮ່ວມມືຫຼາຍແຫ່ງໃນຂົງເຂດການເງິນ, ໂທລະຄົມ ແລະ ການທ່ອງທ່ຽວ. ໃນນັ້ນມີ ທະນາຄານ VietinBank ລາວ, JDB, MB Bank ລາວ, Sacombank ລາວ; ຜູ້ໃຫ້ບໍລິການໂທລະຄົມ ETL; ກະເປົາເງິນເອເລັກໂຕຣນິກ U-Money, M-Money; ພ້ອມດ້ວຍບັນດາວິສາຫະກິດດ້ານໂຮງແຮມ ແລະ ການທ່ອງທ່ຽວ ເຊັ່ນ Bawanli, ໂຮງແຮມ Mường Thanh Vientiane ແລະ ໂຮງແຮມ Latsavong Wanda Vista.

ບັນດາຝ່າຍມຸ່ງໄປສູ່ການເຊື່ອມຕໍ່ໂຄງລ່າງພື້ນຖານເຕັກໂນໂລຊີການຊຳລະເງິນ, ສ້າງບັນດາໂຄງການສິດພິເສດແບບບູລະນາການ ແລະ ແນະນຳບັນດາວິທີແກ້ໄຂດ້ານການເດີນທາງທີ່ເປັນມິດກັບສິ່ງແວດລ້ອມໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຢູ່ລາວຢ່າງກວ້າງຂວາງ.

ຄົບຮອບ 3 ປີ ຢູ່ລາວ ດ້ວຍການໃຫ້ບໍລິການເກືອບ 4,6 ລ້ານຖ້ຽວຢ່າງປອດໄພ

ຄຽງຄູ່ກັບກິດຈະກຳລົງນາມຮ່ວມມື, Green SM ຍັງໄດ້ຈັດພິທີສະຫຼອງຄົບຮອບ 3 ປີ ແຫ່ງການດຳເນີນທຸລະກິດຢ່າງເປັນທາງການຢູ່ລາວ (9/11/2023 – 9/11/2026). ລາວຍັງເປັນຕະຫຼາດສາກົນແຫ່ງທຳອິດທີ່ວິສາຫະກິດເລືອກໃນຂະບວນການຂະຫຍາຍການດຳເນີນງານອອກສູ່ຕ່າງປະເທດ.

ກ່າວຄຳເຫັນໃນພິທີສະຫຼອງ, ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍບັນດາຜົນສຳເລັດທີ່ Green SM ລາວ ບັນລຸໄດ້ໃນໄລຍະ 3 ປີຜ່ານມາ.

ຕາມທ່ານເອກອັກຄະລັດຖະທູດ, ການຕັດສິນໃຈລົງທຶນ ແລະ ຂະຫຍາຍການດຳເນີນງານຂອງ Green SM ຢູ່ລາວ ສະແດງເຖິງຄວາມເຊື່ອໝັ້ນຂອງວິສາຫະກິດຕໍ່ສະພາບແວດລ້ອມການລົງທຶນຂອງປະເທດເພື່ອນມິດ, ພ້ອມທັງຕັ້ງຢູ່ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງຫວຽດນາມ ແລະ ລາວ.

ທ່ານ ຫງວຽນ ມິງ ເຕິມ ຕີລາຄາວ່າ ພາຍຫຼັງດຳເນີນງານເປັນເວລາ 3 ປີ, Green SM ລາວ ໄດ້ສ້າງຜົນງານທີ່ໂດດເດັ່ນໃນ 3 ດ້ານ. ກ່ອນອື່ນໝົດ, ວິສາຫະກິດໄດ້ເປັນຜູ້ນຳໜ້າໃນການຮ່ວມເດີນທາງກັບລາວໃນຂະບວນການຫັນປ່ຽນສີຂຽວ. ນອກຈາກນັ້ນ, Green SM ຍັງປະກອບສ່ວນຍົກລະດັບຄຸນນະພາບການບໍລິການຂົນສົ່ງສາທາລະນະໃຫ້ເຂົ້າໃກ້ບັນດາມາດຕະຖານທີ່ທັນສະໄໝ. ພ້ອມກັນນັ້ນ, ວິສາຫະກິດຍັງກາຍເປັນໜຶ່ງໃນພາບລັກທີ່ໂດດເດັ່ນຂອງວິສາຫະກິດຫວຽດນາມໃນຕະຫຼາດສາກົນ, ປະກອບສ່ວນນຳພາການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ ໃຫ້ພັດທະນາລົງເລິກໃນບັນດາຂົງເຂດໃໝ່ ເຊັ່ນ ເສດຖະກິດສີຂຽວ ແລະ ການຫັນປ່ຽນດິຈິຕອນ.

ຕາມບົດລາຍງານທີ່ໄດ້ປະກາດໃນເຫດການ, ຮອດເດືອນພະຈິກ 2026, Green SM ລາວ ໄດ້ລົງທຶນລົດແທັກຊີໄຟຟ້າຫຼາຍກວ່າ 1.000 ຄັນ, ສະໜອງພາຫະນະໄຟຟ້າຫຼາຍກວ່າ 300 ຄັນໃຫ້ແກ່ຜູ້ບໍລິໂພກຢູ່ລາວ ແລະ ສ້າງເຄືອຂ່າຍສະຖານີສາກໄຟ 32 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ສອງແຂວງ ຄື ສະຫວັນນະເຂດ ແລະ ຈຳປາສັກ.

ໃນໄລຍະ 3 ປີຂອງການດຳເນີນງານ, ການບໍລິການດັ່ງກ່າວໄດ້ໃຫ້ບໍລິການເກືອບ 4,6 ລ້ານຖ້ຽວຢ່າງປອດໄພ, ຮອງຮັບນັກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນຫຼາຍລ້ານເທື່ອຄົນ. ວິສາຫະກິດຄາດວ່າຈະສ້າງວຽກເຮັດງານທຳ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ແຮງງານລາວຫຼາຍກວ່າ 1.000 ຄົນ ໃນທ້າຍປີ 2026.

ເພື່ອໃຫ້ Green SM ສືບຕໍ່ພັດທະນາຢ່າງຍືນຍົງ, ທ່ານ ຫງວຽນ ມິງ ເຕິມ ໄດ້ສະເໜີໃຫ້ບັນດາອົງການທີ່ມີອຳນາດໜ້າທີ່ຂອງລາວ ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ, ໂດຍສະເພາະໃນການປັບປຸງກົນໄກປະສານງານຄຸ້ມຄອງສະຖານີ ແລະ ບ່ອນຈອດລົດ, ຈັດສັນຈຸດຮັບ ແລະ ສົ່ງຜູ້ໂດຍສານຢູ່ສະໜາມບິນ ແລະ ສະຖານີລົດໄຟ.

ສຳລັບ Green SM ລາວ, ທ່ານເອກອັກຄະລັດຖະທູດປາຖະໜາໃຫ້ວິສາຫະກິດສືບຕໍ່ປະຕິບັດຢ່າງເຂັ້ມງວດຕາມລະບຽບກົດໝາຍຂອງປະເທດເຈົ້າພາບ, ໃຫ້ຄວາມສຳຄັນຕໍ່ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ແຮງງານລາວ ແລະ ດຳເນີນບັນດາກິດຈະກຳປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມເພື່ອຊຸມຊົນຢ່າງຫ້າວຫັນ.

ປິດທ້າຍລາຍການແມ່ນກິດຈະກຳເຊີດຊູບັນດາບຸກຄົນ ແລະ ຄະນະທີ່ມີຜົນງານດີເດັ່ນ ພ້ອມດ້ວຍງານລ້ຽງ Gala Dinner ເພື່ອສະຫຼອງ, ເຊິ່ງດຳເນີນໄປໃນບັນຍາກາດທີ່ອົບອຸ່ນ, ສະແດງເຖິງນ້ຳໃຈສາມັກຄີ ແລະ ມິດຕະພາບລະຫວ່າງຫວຽດນາມ ແລະ ລາວ.

ຫວຽດນາມ - ລາວ ແລກປ່ຽນປະສົບການການພັດທະນາ ແລະ ການເຊື່ອມໂຍງສາກົນ ໃນກອງປະຊຸມສຳມະນາທິດສະດີຄັ້ງທີ XIII ຫວຽດນາມ - ລາວ ແລກປ່ຽນປະສົບການການພັດທະນາ ແລະ ການເຊື່ອມໂຍງສາກົນ ໃນກອງປະຊຸມສຳມະນາທິດສະດີຄັ້ງທີ XIII
ຍສໝ​ - ວັນທີ 5 ພະຈິກ ຢູ່ວຽງຈັນ, ສະຫາຍ ຫງວຽນ ຊວນ ຖັ໊ງ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນດ້ານທິດສະດີ, ແບ່ງປັນປະສົບການການພັດທະນາ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງພັກ.
ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຂະຫຍາຍການຮ່ວມມືເພື່ອຊຸມຊົນ ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຂະຫຍາຍການຮ່ວມມືເພື່ອຊຸມຊົນ
ຍສໝ - ວັນທີ 8 ພະຈິກ, ທີ່ແຂວງກວາງຫງາຍ, ຜູ້ແທນເກືອບ 100 ທ່ານ ໄດ້ເຂົ້າຮ່ວມງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026, ຮ່ວມກັນແລກປ່ຽນປະສົບການ ແລະ ຂໍ້ລິເລີ່ມການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນດິຈິຕອນ, ການເລີ່ມຕົ້ນທຸລະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານອາສາສະໝັກເພື່ອຊຸມຊົນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ