ສະ​ຫະ​ພາບ​ເອີ​ຣົບ ແລະ ອົງ​ການ​ຢູ​ນິ​ເຊບລົງ​ຊຸກ​ຍູ້​ໂຄງ​ການຊ່ວຍ​ເຫລືອ​ໂພ​ຊະ​ນາ​ການທີ່​ແຂວງ​ຜົ້ງ​ສາ​ລີ

10:27 | 11/04/2019

ໃນ​ລະ​ຫວ່າງວັນ​ທີ 8-11 ເມສາ 2019, ທ່ານ ລີ​ໂອ ຟາ​ເບີ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສະ​ຫະ​ພາບ​ເອີ​ຣົບ ແລະ ທ່ານ ອົກ​ຕາ​ວຽນ ບີ​ໂວລ ຜູ້​ຕາງ​ໜ້າ​ອົງ​ການ​ຢູ​ນິ​ເຊບ ປະ​ຈຳ ສ​ປ​ປ ລາວ, ພ້ອມ​ດ້ວຍ​ຄະ​ນະໄດ້​ລົງ​ຕິດ​ຕາມ​ຊຸກ​ຍູ້​ໂຄງ​ການດ້ານ​ວຽກ​ງານ​ໂພ​ຊະ​ນາ​ການຢູ່​ແຂວງ​ຜົ້ງ​ສາ​ລີ.

ສະ​ຫະ​ພາບ​ເອີ​ຣົບ ແລະ ອົງ​ການ​ຢູ​ນິ​ເຊບລົງ​ຊຸກ​ຍູ້​ໂຄງ​ການຊ່ວຍ​ເຫລືອ​ໂພ​ຊະ​ນາ​ການທີ່​ແຂວງ​ຜົ້ງ​ສາ​ລີ

ສະ​ຫະ​ພາບ​ເອີ​ຣົບ ແລະ ອົງ​ການ​ຢູ​ນິ​ເຊບລົງ​ຊຸກ​ຍູ້​ໂຄງ​ການຊ່ວຍ​ເຫລືອ​ໂພ​ຊະ​ນາ​ການທີ່​ແຂວງ​ຜົ້ງ​ສາ​ລີ

ທ່ານ ລີ​ໂອ ຟາ​ເບີ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສະ​ຫະ​ພາບ​ເອີ​ຣົບ ແລະ ທ່ານ ອົກ​ຕາ​ວຽນ ບີ​ໂວລ ຜູ້​ຕາງ​ໜ້າ​ອົງ​ການ​ຢູ​ນິ​ເຊບ ປະ​ຈຳ ສ​ປ​ປ ລາວ, ພ້ອມ​ດ້ວຍ​ຄະ​ນະ ໄດ້​ລົງ​ຕິດ​ຕາມ​ຊຸກ​ຍູ້​ໂຄງ​ການ ຢູ່​ບ້ານ​ຫ້ວຍ​ຫຍື່ງເມືອງ​ບຸນ​ເໜືອ, ຫ້ວຍ​ແປ​ເໜືອ ແລະ ບ້ານ ສ​ະ​ຫວັນ ເມືອງຍອດ​ອູ ແຂວງ ​ຜົ້ງ​ສາ​ລີ ເພື່ອ​ສັງ​ເກດ​ສະ​ພາບ​ການ​ປະ​ຕິ​ບັດ​ໂຄງ​ການ, ຂໍ້​ສະ​ດວກ, ຂໍ້​ຫຍຸ້ງ​ຍາກ ແລະ ການ​ປັບ​ປຸງ​ຮ່ວມ​ມື​ ດ້ານ​ວຽກ​ງານ​ໂພ​ຊະ​ນາ​ການ.

ທ່ານ ລີ​ໂອ ຟາ​ເບີ ໄດ້​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ, ອົງ​ກ​ານ​ຢູ​ນິ​ເຊບ ແລະ ລັດ​ຖະ​ບານ​ລາວ ໄດ້​ຊ່ວຍ​ເຫລືອ​ດ້ານ​ໂພ​ຊ​ະ​ນາ​ການ ​ຜ່ານ​ໂຄງ​ການ​ຮ່ວມ​ມືດ້ານ​ໂພ​ຊະ​ນາ​ການ, ໂດຍ​ສຸມ​ໃສ່​ການ​ປະ​ສານ​ງານ​ຫລາຍ​ດ້ານ, ການ​ປະ​ຕິ​ບັດ​ໂຄງ​ການ, ການ​ສ້າງ​ຫລັກ​ຖານ, ການ​ປູກ​ຈິດ​ສຳ​ນຶກ ແລະ ການ​ເສີມ​ຂະ​ຫຍາຍ​ຄວາມ​ເຂັ້ມ​ແຂງ​ຂອງ​ສະ​ຖາ​ບັນ​ດັ່ງ​ກ່າວ, ເຊິ່ງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ແມ່ນ​ສຳ​ຄັນ​ຫລາຍ ເພາະ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ຄວາມ​ຄືບ​ໜ້າ ແລະ ສິ່ງ​ທ້າ​ທາຍ​ ໃນ​ການ​ປະ​ຕິ​ບັດ​ໂຄງ​ການ ເພື່ອ​ປັບ​ປຸງ​ສະ​ຖາ​ນະ​ພາບ​ດ້ານ​ໂພ​ຊະ​ນາ​ການ​ຂອງ​ແມ່​ຍິງ ແລະ ເດັກ ທີ່​ແຂວງ​ຜົ້ງ​ສາ​ລີ.

ພ້ອມ​ດຽວກັນນີ້, ທ່ານ ອົກ​ຕາ​ວຽນ ບີ​ໂວ​ລ ກໍ່​ໄດ້​ກ່າວ​ວ່າ: ການ​ຮ່ວມ​ມື​ສຳ​ລັບ​ການ​ປັບ​ປຸງ​ໂພ​ຊະ​ນາ​ການ, ການ​ລິ​ເລີ່ມ​ການ​ຮ່ວມ​ມືທີ່​ໄດ້​ຮັບ​ທຶນ​ຈາກ​ຫລາຍ​ແຫລ່ງ ລວມ​ທັງ​ສະ​ຫະ​ພ​າບ​ເອີ​ຣົບ, ອົງ​ການ​ຢູ​ນິ​ເຊບ ແລະ ບໍ​ລິ​ສັດ​ລ້ານ​ຊ້າງ​ມິ​ນິ​ໂລ ແມ່ນ​ການ​ຊ່ວຍ​ເຫລືອ​ໃນ​ການ​ສ້າງ​ໂອ​ກາດ ແລະ ໄດ້​ປະ​ກອບ​ສ່ວນ​ໃຫ້​ບັນ​ດາ​ຜົນ​ສຳ​ເລັດ ​ທີ່​ສອດ​ຄ່ອງ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​ເຫັນ​ວ່າ​ການ​ຢຸດ​ຕິ​ການ​ຂາດ​ສານ​ອາ​ຫານ​ໃນ​ແຂວງ​ຜົ້ງ​ສາ​ລີ ໄດ້​ຮັບ​ການ​ປັບ​ປຸງ, ພ້ອມ​ທັງ​ຮັບ​ປະ​ກັນ​ວ່າ ​ເດັກ​ນ້ອຍ​ທຸກໆ​ຄົນ​ໃນ​ແຂວງ ຈະ​ຢູ່​ລອດແລະ ເຕີບ​ໂຕ​ຢ່າງ​ເຂັ້ມ​ແຂງ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າ​ສະ​ຫ​ະ​ພາບ​ເອີ​ຣົບ ແລະ ອົງ​ການ​ຢູ​ນິ​ເຊບ ໄດ້​ພົບ​ປະ​ກັບ​ທ່ານ ທອງ​ສີ ເສົາ​ສຸ​ລິ​ພົມ ຮອງ​ເຈົ້າ​ແຂວງໆ​ ຜົ້ງ​ສາ​ລີ ແລະ ຫົວ​ໜ້າ​ພະ​ແນກ​ການ​ຕ່າງໆ​ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ວາງ​ແຜນ​ເພື່ອ​ແກ້​ໄຂບັນ​ຫານ​ດ້ານ​ໂພ​ຊະ​ນາ​ການ​ພາຍ​ໃນ​ແຂວງ. ແຂວງ​ຜົ້ງ​ສາ​ລີ ມີ​ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ 5 ປີ ຫລາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ແຂວງ ແມ່ນ​ຂາ​ດ​ສານ​ອາ​ຫານ​ສູງກວ່າ​ຄ່າ​ສະ​ເລ່ຍ​ຂອງ​ປະ​ເທດ ຫາກ​ທຽບ​ໃສ່​ແຂວງ​ອື່ນ​ ແມ່ນ​ເປັນ​ຕົວ​ເລກ​ທີ່​ສູງກວ່າ​ໝູ່​ໃນ ສ​ປ​ປ ລາວ. ອີງ​ຕາມ​ການ​ສຳ​ຫລວດ​ທາງ​ດ້ານ​ດັດ​ສະ​ນີ​ໝາຍ ຄັ້ງ​ທີ 2 ອັດ​ຕາ​ສ່ວນ​ຂອງ​ເດັກ​ນ້ອຍ ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 5 ປີ ຫລຸດ​ລົງ 11% ແລະ ນ້ຳ​ໜັກ​ບໍ່​ໄດ້​ເກນ​ຫລຸດ​ລົງ 6% ໃນ​ລະ​ຫວ່າງ​ປີ 2011 ແລະ2017.

​ໂຄງ​ການ​ຮ່ວມ​ມື​ສຳ​ລັບ​ການ​ປັບ​ປຸງ​ໂພ​ຊະ​ນາ​ການ ໄດ້​ເລີ່ມ​ຕົ້ນ​ໃນ​ເດືອນ​ກໍ​ລະ​ກົດ 2016 ໄລຍະ​​ເວ​ລາ​ແມ່ນ 60 ເດືອນ ຈົນ​ຮອດ​ເດືອນ​ມິ​ຖຸ​ນາ 2021, ໂດຍ​ມີ​ງົບ​ປະ​ມານ​ທັງ​ໝົດ​ແມ່ນ 11 ລ້ານກວ່າເອີ​ໂຣ ໃນ​ນັ້​ນ​ສະ​ຫະ​ພາຍ​ເອີ​ຣົບ ໄດ້​ສະ​ໜັບ​ສະ​ໜູນ 9 ລ້ານ​ເອີ​ໂຣແລະ ຢູ​ນິ​ເຊບ ​ສະ​ໜັບ​ສະ​ໜູນ 2 ລ້ານ​ກວ່າ​ເອີໂຣ. ໂຄງກ​ານ​ດັ່ງ​ກ່າວ, ​ແມ່ນກວມ​ເອົາ 10 ແຂວງ ຂອງ ສ​ປ​ປ ລາວ ຄື: ແຂວງ​ຜົ້ງ​ສາ​ລີ, ຫລວງ​ພະ​ບ​າງ​, ຫລວງ​ນ້ຳ​ທາ, ຫົວ​ພັນ, ບໍ່​ແກ້ວ, ຊຽງ​ຂວາງ, ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ, ສາ​ລະ​ວັນ ແລະ ແຂວງອັດ​ຕະ​ປື, ເຊິ່ງ​ເປົ້າ​ໝາຍ​ຂອງ​ໂຄງ​ການ ​ແມ່ນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ການ​ຄຸ້ມ​ຄອງ ​ດ້ານ​ໂພ​ຊະ​ນາ​ການ ເພື່ອ​ຕອບ​ສະ​ໜອງ​ຕໍ່​ຫລາຍໆ​ດ້ານ, ເພື່ອ​ຂະ​ຫຍາຍ​ການ​ປະ​ສານ​ງານ​ດ້ານ​ຫລັກ​ຖານ ແລະ ໂພ​ຊະ​ນາການ​ແບບ​ຍືນ​ຍົງ, ພ້ອມ​ທັງ​ປັບ​ປຸງ​ສະ​ຖ​າ​ນະ​ພາບ​ດ້ານ​ໂພ​ຊະ​ນາ​ການ​ຂອງ​ເດັກແລະ ແມ່​ຍິງ ໃນ ສ​ປ​ປ ລ​າວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.