ຫວຽດນາມ - ຍີ່ປຸ່ນ ຖືການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກ້ວາງຂວາງ ເປັນສຳຄັນ

07:03 | 20/11/2019

ຍສໝ - ວັນທີ 18 ພະຈິກ, ທີ່ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມ ທີ່ມີການປະຕິບັດວຽກງານຢູ່ ຫວຽດນາມ.

ທີ່ການພົບປະສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ການແບ່ງປັນບົດຮຽນ ແລະ ຖ່າຍທອດເຕັກໂນໂລຢີໃນຂົງເຂດກະສິກຳ.

ທ່ານ Takebe Tsutomu ແຈ້ງໃຫ້ຊາບວ່າ: ໃນເດືອນມັງກອນ 2020, ທ່ານ Nikai Toshihiro ເລຂາທິການໃຫຍ່ພັກປະຊາທິປະໄຕເສລີພາບ, ປະທານສະຫະພັນ ສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມຈະມາຢ້ຽມຢາມ, ພົບປະກັບບັນດາອົງການຂອງລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຄົມ ວິສາຫະກິດ ຫວຽດນາມ ຢູ່ດ່ານັ້ງ, ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ. ພ້ອມທັງສະແດງຄວາມປາດຖະໜາວ່າລັດຖະບານ ຫວຽດນາມຈະສ້າງເງື່ອນໄຂເພື່ອຊຸກຍູ້ໂຄງການລົງທຶນກໍ່ສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ.

ຫວຽດນາມ - ຍີ່ປຸ່ນ ຖືການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກ້ວາງຂວາງ ເປັນສຳຄັນ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມ (ພາບ: TTXVN)

ສ່ວນທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເປັນສຳຄັນ, ຊົມເຊີຍການຢ້ຽມຢາມຄັ້ງຈະມາເຖິງຂອງຄະນະຜູ້ແທນຍີ່ປຸ່ນ. ກ່ຽວກັບຂໍ້ສະເໜີສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການນຳລັດຖະບານ ຫວຽດນາມ ປາດຖະໜາຢາກໂຄງການຈະກາຍເປັນສັນຍະລັກໃນການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງເວົ້າສະເພາະ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.