(ພາບປະກອບ / internet)
ທ່ານ ປິ່ນປາຖະໜາ ຈັນທະມາລີ ຫົວໜ້າ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ມີຄຳເຫັນຕໍ່ກອງ ປະຊຸມວຽກງານກວດກາ ປະຈຳ ປີ 2018 ຂອງກະຊວງ ຖວທ ໃນຫົວຂໍ້: “ການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງກົມ ໃນການຄຸ້ມຄອງສື່ ສັງຄົມອອນລາຍ” ເມື່ອວັນທີ 26 ມີນາ 2019 ຜ່ານມາວ່າ: ການຄຸ້ມຄອງສື່ແບບໃໝ່ ຫຼື ສື່ສັງຄົມອອນລາຍໃນ ສປປ ລາວ ແມ່ນອີງໃສ່ກົດໝາຍ ວ່າດ້ວຍສື່ມວນຊົນ, ກົດໝາຍ ວ່າ ດ້ວຍການກໍ່ອາຊະຍາກຳທາງ ຄອມພິວເຕີ, ດຳລັດ 327 ວ່າ ດ້ວຍການສົ່ງຂໍ້ມູນຂ່າວສານ ຜ່ານລະບົບອິນເຕີເນັດ ແລະ ນິຕິກຳທີ່ກ່ຽວຂ້ອງອື່ນໆ ໂດຍ ແມ່ນທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີເປັນ ປະທານຄະນະກຳມະການອິນ ເຕີເນັດແຫ່ງຊາດ (ຄຄອຊ) ແລະ ປະກອບມີຄະນະກຳມະການ ຈາກກະຊວງ ຖວທ, ປທສ, ປກສ ແລະ ປກຊ.
ທ່ານຫົວໜ້າກົມສື່ມວນ ຊົນກ່າວຕື່ມອີກວ່າ: ໜ້າທີ່ຂອງ ຄຄອຊ ແມ່ນເລັ່ງໃສ່ຕິດຕາມ, ກວດກາ, ສຶກສາອົບຮົມ, ຕອບ ໂຕ້, ສືບສວນ, ສອບສວນ, ກ່າວ ຟ້ອງ ແລະ ເຕັກນິກ ສຳລັບກົມ ສື່ມວນຊົນຂອງກະຊວງ ຖວທ ແມ່ນເຮັດໜ້າທີ່ຊ່ວຍວຽກໃຫ້ ແກ່ຄະນະກຳມະການດັ່ງກ່າວ ໂດຍລົງເລິກດ້ານເນື້ອໃນ ແລະ ຮູບການສົ່ງຜ່ານສື່ແບບໃໝ່ ທີ່ມີລັກສະນະຝືນແນວທາງ, ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລ້ວແຈ້ງ ໃຫ້ພາກສ່ວນກ່ຽວຂ້ອງໄດ້ຮັບ ຊາບ ເພື່ອອະທິບາຍ ແລະ ຕອບໂຕ້. ພ້ອມນັ້ນກໍເຮັດໜ້າທີ່ ນຳພາສື່ມວນຊົນລາວເຜີຍແຜ່ ແນະນຳໃຫ້ສັງຄົມໄດ້ຮັບຮູ້ເຖິງ ຄຸນປະໂຫຍດ ແລະ ຜົນຮ້າຍ ຂອງສື່ແບບໃໝ່ ແລະ ຮູ້ຈຳແນກ ຂ່າວແທ້ ແລະ ຂ່າວບິດເບືອນ ຄວາມຈິງ ຫຼື ຂ່າວປອມ. ໄລຍະທີ່ຜ່ານມາ ກົມສື່ ມວນຊົນກໍໄດ້ຈັດກອງປະຊຸມ ແລກປ່ຽນ ບົດຮຽນ ໃນ ການ ຊົມໃຊ້ສື່ແບບໃໝ່ໃຫ້ສື່ມວນ ຊົນ ແລະ ຊາວໜຸ່ມ, ແນະນຳໃຫ້ ເປັນເຈົ້າການປະກອບຄຳເຫັນ ຕໍ່ຂໍ້ມູນທີ່ເດີນທາງຜິດ ແລະ ເປັນເຈົ້າການຕອບໂຕ້, ໃຊ້ວິທີ ເພື່ອນສອນເພື່ອນ. ພ້ອມນັ້ນ ຍັງໄດ້ຈັດປາຖະກະຖາກ່ຽວກັບ ບົດຮຽນການນຳໃຊ້ສື່ແບບໃໝ່ ຂອງຫວຽດນາມ ແລະ ຈັດກອງ ປະຊຸມສົນທະນາແລກປ່ຽນ ບົດຮຽນກັບບັນດາປະເທດແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວ ກັບການນຳ ໃຊ້ສື່ແບບໃໝ່.
ນອກນັ້ນຍັງໄດ້ລົງທະບຽນເວັບ ໄຊຈຳນວນໜຶ່ງ ແລະ ຂຶ້ນບັນຊີ ກະດານຂ່າວທີ່ມີຄວາມສ່ຽງ ເພື່ອເຊີນໃຫ້ມາລົງທະບຽນ. ຂໍ້ຫຍຸ້ງຍາກຈຳນວນໜຶ່ງ ໃນການຄຸ້ມຄອງສື່ແບບໃໝ່ ແມ່ນຍ້ອນຜູ້ເປັນເຈົ້າຂອງສື່ ແບບໃໝ່ບໍ່ມີຕົວຕົນ, ສ້າງເວັບ ໄຊສື່ແບບໃໝ່ຂຶ້ນແບບບໍ່ໄດ້ ຮັບການອະນຸຍາດ ແລະ ບໍ່ ມີການລົງທະບຽນທາງການ ເພື່ອແກ້ໄຂບັນຫານີ້, ກ່ອນ ອື່ນແມ່ນສືບຕໍ່ຕິດຕາມເນື້ອ ໃນ ແລະ ຮູບການທີ່ສົ່ງຜ່ານ ສື່ແບບໃໝ່, ສຶກສາອົບຮົມ ມວນຊົນ ແລະ ຕອບໂຕ້ຜ່ານ ສື່ມວນຊົນ ແລະ ສື່ແບບໃໝ່ ຕໍ່ຖ້ອຍທຳນອງໃສ່ຮ້າຍປ້າຍ ສີຂອງພວກບໍ່ດີ ແລະ ອິດທິ ກຳລັງປໍລະປັກ. ສອງ, ສົມທົບ ກັບຂະແໜງກ່ຽວຂ້ອງ ເພື່ອ ກຳນົດເປົ້າໝາຍ ແລະ ສົມທົບ ການຈັດຕັ້ງ ກ່ຽວຂ້ອງ ເພື່ອ ສຶກສາອົບຮົມເປົ້າໝາຍ ຖ້າມີ ການກະທຳທີ່ຝືນກົດໝາຍຢ່າງ ຮ້າຍແຮງກໍໃຊ້ມາດຕະຖານ ທາງກົດໝາຍ, ສາມ, ສືບຕໍ່ສ້າງ ແລະ ປັບປຸງນິຕິກຳ ແລະ ຈັດ ກອງປະຊຸມເຜີຍແຜ່ກົດໝາຍ, ລະບຽບການໃຫ້ແກ່ໄວໜຸ່ມ. ສີ່, ສືບຕໍ່ລົງບັນຊີ ເວັບໄຊ ແລະ ໜ້າທີ່ມີຄວາມສ່ຽງ ແລະ ສືບຕໍ່ ລົງທະບຽນເວັບໄຊ ແລະ ໜ້າ ຂໍ້ມູນທີ່ສະໜອງຂ່າວ. ຫ້າ, ຍົກ ລະດັບພະນັກງານຄຸ້ມຄອງ. ຫົກ, ປັບປຸງອຸປະກອນເຕັກນິກ ແລະ ເຈັດ, ຮ່ວມມືກັບ ສສ ຫວຽດນາມ, ສປ ຈີນ ແລະ ປະ ເທດເພື່ອນມິດ. ສັງລວມແລ້ວ, ການຄຸ້ມ ຄອງສື່ແບບໃໝ່ແມ່ນອາໄສ ແຕ່ການເຮັດວຽກຂອງ ຄຄອຊ ແມ່ນເປັນໄປບໍ່ໄດ້, ຕ້ອງໄດ້ຮັບ ການຮ່ວມມືຈາກທຸກພາກສ່ວນ ຂອງສັງຄົມທັງພາກລັດ, ເອກະ ຊົນ, ແນວໂຮມ, ອົງການຈັດຕັ້ງ ມະຫາຊົນທັງຢູ່ສູນກາງ ແລະ ທ້ອງຖິ່ນ.
ໃນນັ້ນ ເອົາການ ສຶກສາອົບຮົມມວນຊົນໃຫ້ຮັບ ຮູ້ແຈ້ງເຖິງຄຸນປະໂຫຍດ ແລຸະ ໂທດຂອງສື່ແບບໃໝ່, ພ້ອມນັ້ນ ກໍຕ້ອງມີການຕອບໂຕ້ຕໍ່ຖ້ອຍ ທຳນອງໃສ່ຮ້າຍປ້າຍສີຂອງ ພວກບໍ່ດີໃຫ້ທັນການ; ຜ່ານທຸກ ສື່ທີ່ມີ. ກໍລະນີ ຜູ້ກະທຳຜິດໄດ້ ຮັບການສຶກສາອົບຮົມ, ກ່າວ ເຕືອນແລ້ວ, ແຕ່ຍັງດື້ດ້ານສືບຕໍ່ ກະທຳຜິດກົດໝາຍ ກໍຈຳເປັນ ຕ້ອງໄດ້ໃຊ້ມາດຕະການທາງ ກົດໝາຍ ເພື່ອລົງໂທດຜູ້ກະທຳ ຜິດໃຫ້ທັນເວລາ.
(ແຫຼ່ງຂໍ້ມູນ: pasaxon.org.la)