ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”

11:20 | 03/04/2021

ພື້ນຖານເພື່ອໃຫ້ອົງການ Fitch Ratings ຍົກລະດັບແງ່ຫວັງຂຶ້ນເປັນ “ຕັ້ງໜ້າ” ນັ້ນໄດ້ເປັນການສ່ອງແສງໃຫ້ເຫັນຄວາມສາມາດຟື້ນຟູການເຕີບໂຕຂອງຫວຽດນາມ.

ສື່ມວນ​ຊົນ​​ສ​າ​​ກົນ​ຕີ​ລາ​ຄາ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2020 ​ຖືກຈັດ​ໃນກຸ່ມ​ດີ​ທີ່​ສຸດ​ໃນ​ໂລກ
ນໍາສົ່ງພົນ​ລະ​ເມືອງ ຫວຽດ​ນາມ​ ເກືອບ 360 ຄົນ ອ​າ​ໄສ ຢູ່ ອ​າ​ເມ​ລິ​ກາ ກັບ​ຄືນ​ເມືອ​ປະ​ເທດ ຢ່າງປອດໄພ
ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”
ພາບ​ປະ​ກອບ: bnews.vn

ວັນທີ 01 ເມສາ, ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ Fitch Ratings ຢືນຢັນຄືນໃໝ່ການຈັດອັນດັບເພດານເງິນຝາກຕ່າງປະເທດໄລຍະຍາວຂອງຫວຽດນາມ ຢູ່ໃນລະດັບ BB, ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”.

ຕາມກະຊວງການເງິນຫວຽດນາມ ແລ້ວ, ພື້ນຖານເພື່ອໃຫ້ອົງການ Fitch Ratings ຍົກລະດັບແງ່ຫວັງຂຶ້ນເປັນ “ຕັ້ງໜ້າ” ນັ້ນໄດ້ເປັນການສ່ອງແສງໃຫ້ເຫັນຄວາມສາມາດຟື້ນຟູການເຕີບໂຕຂອງຫວຽດນາມ, ເຊິ່ງແມ່ນໜຶ່ງໃນຈຳນວນໜ້ອຍປະເທດຢູ່ພາກພື້ນອາຊີ-ປາຊີຟິກ ແລະ ຂຶ້ນກັບກຸ່ມບັນດາປະເທດລະດັບ BB ທີ່ສາມາດຮັກສາການເຕີບໂຕເປັນບວກ ຢູ່ໃນລະດັບ 2,91% ໃນປີ 2020, ໃນສະພາບເກີດໂລກລະບາດໂຄວິດ-19. Fitch Ratings ຄາດຄະເນວ່າ, ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສູ້ຊົນບັນລຸລະດັບເຕີບໂຕສູງ, ຫຼຸດຜ່ອນຄວາມແຕກໂຕນ GDP ຄິດສະເລ່ຍຕໍ່ຫົວຄົນເມື່ອທຽບໃສ່ບັນດາປະເທດທີ່ໄດ້ຈັດອັນດັບດຽວກັນກັບຫວຽດນາມ, ດັດປັບການເງິນພາກລັດກວ່າອີກ ຜ່ານການປັບປຸງນະໂຍບາຍງົບປະມານໃຫ້ໝັ້ນຄົງ ແລະ ມີຄວາມສະຖຽນລະພາບໜີ້ສຳລັບໄລຍະກາງ ຈະແມ່ນບັນດາປັດໃຈຕັ້ງໜ້າຊ່ວຍໃຫ້ຫວຽດນາມ ດັດປັບການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດໃນໄລຍະຈະມາເຖິງກວ່າອີກ.

ສື່ມວນ​ຊົນ​​ສ​າ​​ກົນ​ຕີ​ລາ​ຄາ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2020 ​ຖືກຈັດ​ໃນກຸ່ມ​ດີ​ທີ່​ສຸດ​ໃນ​ໂລກ

ນີ້ແມ່ນການຕີລາຄາຂອງສື່ມວນຊົນສາກົນພາຍຫຼັງທີ່ລັດຖະບານ ຫວຽດນາມ ຫາກໍ່ໄດ້ປະກາດໃຊ້ບັນດາຂໍ້ມູນຢ່າງເປັນທາງການກ່ຽວກັບສະພາບການເຕີບໂຕເສດຖະກິດໃນປີ 2020 ບັນລຸລະດັບ 2,91%.

ອ​າ​ຊຽນ 2020: ມຽນ​ມາ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ

ຫວຽດນາມ ໄດ້ນຳໜ້າໃນການປະສານບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ດ້ວຍການຊຸກຍູ້ຮັບຮອງເອົາບັນດາຂໍ້ລິເລີ່ມຕົ້ນຕໍ.

Fitch ຍົກອັນດັບຄວາມເຊື່ອໝັ້ນ ແລະ ຄາດຄະເນ GDP ຫວຽດນາມ ບັນລຸ 6,7% ປີ 2018

ຍ​ສ​ໝ - ເສດຖະກິດຫວຽດນາມຄາດວ່າຈະເຕີບໂຕ 6,7% ໃນປີນີ້ ແລະສືບຕໍ່ເປັນຫນຶ່ງໃນບັນດາປະເທດທີ່ມີ ພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.

vovworld.vn

ເຫດການ
302 Found

Found

The document has moved here.