Fitch ຍົກອັນດັບຄວາມເຊື່ອໝັ້ນ ແລະ ຄາດຄະເນ GDP ຫວຽດນາມ ບັນລຸ 6,7% ປີ 2018

16:06 | 16/05/2018

ຍ​ສ​ໝ - ເສດຖະກິດຫວຽດນາມຄາດວ່າຈະເຕີບໂຕ 6,7% ໃນປີນີ້ ແລະສືບຕໍ່ເປັນຫນຶ່ງໃນບັນດາປະເທດທີ່ມີ ພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດໃນພາກພື້ນ ອາຊີ-ປາຊີຟິກ.

Fitch ຍົກອັນດັບຄວາມເຊື່ອໝັ້ນ ແລະ ຄາດຄະເນ GDP ຫວຽດນາມ ບັນລຸ 6,7% ປີ 2018

Fitch ໄດ້ຍົກລະດັບຄວາມ​ເຊື່ອ​ໝັ້ນ ຫວຽດນາມເປັນ BB. (ພາບ: KT)

ເປັນຫນຶ່ງໃນ 3 ອົງການຈັດອັນດັບຄວາມ​ເຊື່ອ​ໝັ້ນທີ່ໃຫຍ່ທີ່ສຸດໃນໂລກ ຄື: Fitch ໄດ້ຍົກລະດັບຄວາມ​ເຊື່ອ​ໝັ້ນ ຜູ່​ໃຫ້​ສິນ​ເຊື່ອໄລຍະຍາວ (IDR) ເປັນ BB ໂດຍມີແນວໂນ້ມຄວາມຫມັ້ນຄົງ.

ອະທິບາຍກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ Fitch ກ່າວວ່າ: ຫວຽດນາມໄດ້ ແລະ ພ​ວມ​ກຳ​ລັ​ງສຸມໃສ່ ຢ່າງແຮງກ່ຽວກັບການປັບປຸງເສດຖະກິດມະຫາພາກ ແລະ ການ​ຈັດ​ເກັບສະ​ກຸນເງິນຕາຕ່າງປະເທດຢ່າງ​ຫຼວງ​ຫຼາຍ.

ເປັນ​ຕົ້ນແມ່ນ ການຂະຫຍາຍຕົວ GDP ຂອງຫວຽດນາມເພີ່ມຂຶ້ນ 6,8% ໃນປີ 2017 ຈາກ 6,2% ໃນປີ 2016, ຍ້ອນການການ​ຂະ​ຫຍາຍ​ຕົວຢ່າງຕັ້ງ​ໜ້າ ຂອງຂະແຫນງການຜະລິດ ຕາມ​ທິດ​ທາງ ເພື່ອການສົ່ງອອກ, ການຂະຫຍາຍຕົວ​ທາງ​ດ້ານການບໍລິການ.

ຍ້ອນ​ແນວນັ້ນ Fitch ຄາດຄະເນວ່າ ການຂະຫຍາຍຕົວຂອງ 6.7% ໃນປີ 2018 ຈະເຫມາະສົມຍ້ອນ ການ​ຜັກ​ດັນ​ຂອງ ກະ​ແສ​​​​ທືນ​ຂອງການລົງທືນຂອງ​ຕ່າງ​ປະ​ເທດ (FDI), ຜະລິດ ແລະ ໃຊ້​ຈ່າຍ ອຸ​ປະ​ໂພກ ບໍລິໂພກສ່ວນ​ບຸກ​ຄົນ ຍັງສືບຕໍ່ຂະຫຍາຍຕົວ. ໃນຂະນະດຽວກັນຕີ​ລາ​ຄາ , ຫວຽດນາມ ຍັງຄົງຈະເປັນຫນຶ່ງໃນບັນດາປະເທດພື້ນ​ຖານ​ເສດ​ຖະ​ກິດ ພັດ​ທະ​ນາ​ໄວ​ທີ່​ສຸດ​ຂອງ ອາຊີ-ປາຊີຟິກ ແລະໄວທີ່ສຸດໃນບັນດາປະເທດ ທີ່​ຢູ່​ໃນ​ການ​ຈັດ​ອັນ​ດັບBB.

ອົງການດັ່ງ​ກ່າວ​ໄດ້ສະແດງຄວາມຄິດເຫັນຍັງເຫັນວ່າຄວາມສາມາດໃນການດືງດູດ ຈາກພາຍນອກ ໄດ້ຮັບການປັບປຸງ, ສະ​ແດງ​ອອກ ໃນ​ການ​ຈັດ​ເກັບ ສະ​ກຸນເງິນຕ່າງປະເທດ ເພີ່ມ​ຂື້​ນ​ຈາກ 37 ຕື້ໂດລາສະ​ຫະ​ລັດໃນທ້າຍ 2016 ​ເປັນ 49 ຕື້ໂດລາສະ​ຫະ​ລັດໃນ 2017, ເທົ່າ​ກັບ 2,5 ເດືອນ ຂອງການນໍາເຂົ້າ, ຍ້ອນກະ​ແສທືນ​ໄຫຼເຂົ້າແຮງ ແລະ ມີ​ບັນ​ຊີ​ຊື້​ຂາຍ​ຕ່າງ​ປ​ະ​ເທດ​ເຫຼືອ​ຢູ່.

Fitch ຂຽນ "ພວກເຮົາຄາດຄະເນວ່າ ການ​ຈັດ​ເກັບສະກຸນເງິນຕ່າງປະເທດຈະເພີ່ມຂຶ້ນປະມານ 66 ຕື້ໂດລາສະຫະລັດໃນທ້າຍປີ 2018 ທຽບເທົ່າກັບ 3,1 ເດືອນ ຂອງ​ການ​ນຳ​ເຂົ້າ".

ນອກຈາກນັ້ນ, Fitch ຍັງໄດ້ກ່າວວ່າ: ລັດຖະບານຂອງຫວຽດນາມ ໄດ້ປະຕິບັດຄໍາຫມັ້ນສັນຍາທີ່ຈະຮັກສາ ຫນີ້ສາທາລະນະ ແລະ ປະຕິຮູບ ລັດວິ​ສາ​ຫະ​ກິດ. Fitch ຄາດຄະ​ເນວ່າ: ຍອດ​ລວມຫນີ້ລັດຖະບານຈະຫຼຸດລົງເຖິງ 52,4% ຂອງ GDP ໃນ 2017 ຈາກ 53,4% ໃນປີ 2016, ໃນຂະນະທີ່ຫນີ້ລັດລັດຖະບານ ຄ້ຳ​ປະ​ກັນຫຼຸດລົງ 9% ຂອງ GDP ໃນທ້າຍປີ 2017 ຈາກ 10,3% ໃນທ້າຍປີ 2016.

ເພາະ​ສະນັ້ນ ຫນີ້ສາທາລະນະຂອງ ຫວຽດນາມ ຫຼຸດລົງ ຍັງ​ເຫຼືອ 61,4% ຂອງ GDP ໃນທ້າຍປີ 2017 ຈາກ 63,6% ໃນທ້າຍປີ 2016 ແລະ ຕໍ່າກວ່າລະ​ດັບແພ​ດານ 65% ຂອງ GDP. ອັດຕາສ່ວນຫນີ້ສາທາລະນະຫຼຸດ ແມ່ນຜົນມາຈາກທຶນ ຂອງການເປີດເປັນລັດ​ວິ​ສາ​ຫະ​ກິດ​ຮຸ້ນ​ສ່ວນ.

ອີງຕາມການຄາດຄະເນຂອງ Fitch, ຫນີ້ລັດຖະບານຂອງປະເທດ ຫວຽດນາມ ຈະສືບຕໍ່ຫຼຸດລົງ ແລະຕໍ່າກວ່າ 50% ຂອງ GDP ໃນປີ 2019, ຍ້ອນລາຍຮັບຈາກ ການ​ຮຸ້ນ​ສ່ວນ. ອົງການດັ່ງກ່າວຍັງຄາດຄະເນວ່າການຂາດດຸນງົບປະມານຂອງຫວຽດນາມຈະຫຼຸດລົງເຖິງ 4.6% ໃນປີ 2018 ຈາກ 4,7% ໃນປີ 2017.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.