ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍປະເທດໃນໂລກຫັນກະແສເງິນລົງທຶນເຂົ້າຫວຽດນາມ

11:47 | 24/03/2021

ຍສໝ - ເດືອນ ກຸມພາ 2021, ຫວຽດນາມ ດຶງດູດທຶນ FDI 3,4 ຕື້ ໂດລາສະຫະລັດ, ສູງກວ່າ 70% ເມື່ອທຽບໃສ່ເດືອນ ມັງກອນ 2021.

ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ ຂະແໜງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ໄດ້ ແລະ ພວມມານະພະຍາຍາມສ້າງໃຫ້ສົມບູນ, ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ
ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ ໃນການພົວພັນສາກົນຂອງຫວຽດນາມ, ສາຍພົວພັນລະຫວ່າງລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ
ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ
ເດືອນ ກຸມພາ 2021, ຫວຽດນາມ ດຶງດູດທຶນ FDI 3,4 ຕື້ ໂດລາສະຫະລັດ, ສູງກວ່າ 70% ເມື່ອທຽບໃສ່ເດືອນ ມັງກອນ 2021. ພາບປະກອບ

ຕາມບົດລາຍງານອັບເດດສະພາບການເສດຖະກິດມະຫາພາກຫວຽດນາມ ເດືອນ ມີນາ 2021 ຂອງທະນາຄານໂລກ ແລ້ວ, ເດືອນ ກຸມພາ 2021, ຫວຽດນາມ ດຶງດູດທຶນ FDI 3,4 ຕື້ ໂດລາສະຫະລັດ, ສູງກວ່າ 70% ເມື່ອທຽບໃສ່ເດືອນ ມັງກອນ 2021 ແລະ ເພີ່ມຂຶ້ນທົບ 3 ເທົ່າມູນຄ່າທຶນ FDI ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ກ່ອນໜ້ານັ້ນ, ໄລ່ຮອດທ້າຍເດືອນ ມັງກອນ ປີ 2021, ຍອດຈຳນວນທຶນຈົດທະບຽນໃໝ່, ປັບປຸງ ແລະ ປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ ບັນລຸໄດ້ກ່ວາ 2 ຕື້ ໂດລາສະຫະລັດ. ເງິນລົງທຶນຈາກຕ່າງປະເທດ ເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າ ດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ ໂດລາສະຫະລັດ.

ຕາມ ທ່ານ Joseph Incalcaterra, ຫົວໜ້ານັກເສດຖະກິດກ່ຽວກັບອາຊຽນ ສັງກັດບໍລິສັດຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC ແລ້ວ, ຫວຽດນາມ ພ້ອມກັບສິງກະໂປ ແມ່ນສອງປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ສາມາດຄວບຄຸມພະຍາດໂຄວິດ-19 ແລະຜັນຂະຫຍາຍລາຍການສັກຢາກັນພະຍາດຢ່າງສະດວກ. ທ່ານ ທ່ານ Joseph Incalcaterra ໄດ້ເຊີດຊູວິທີຮັບມືກັບພະຍາດຂອງຫວຽດນາມ, ຖືວ່າຄວາມສາມາດຄວບຄຸມພະຍາດໄດ້ຊ່ວຍໃຫ້ຫວຽດນາມ ຮັກສາຊື່ສຽງແມ່ນ “ສະຖານທີ່ດີທີ່ສຸດ” ສໍາລັບການລົງທຶນໂດຍກົງຈາກຕ່າງປະເທດ. ຕາມທ່ານແລ້ວ, ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຜະລິດອີງໃສ່ຕົວເລກຕົວຈິງແມ່ນທຶນ FDI ຍັງລົງທຶນເຂົ້າແຮງທີ່ສຸດໃນປີ 2020.

ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ
ການເຄື່ອນໄຫວຂອງວິສາຫະກິດ FDI ຢູ່ຫວຽດນາມ. ພາບປະກອບ

ສ່ວນ ທ່ານ ເລຢຸຍບິ່ງ, ຫົວໜ້າ Economica ຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ຍັງຮັກສາຄວາມສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັກສາຄວາມສະຖຽນລະພາບທາງດ້ານການເມືອງ, ນອກຈາກນັ້ນ, ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍປະເທດໃນໂລກຫັນກະແສເງິນລົງທຶນເຂົ້າຫວຽດນາມ. ບັນດາສິ່ງດັ່ງກ່າວແມ່ນປັດໃຈສຳຄັນສຳລັບນັກລົງທຶນ. ບັນດານະໂຍບາຍຂອງລັດຖະບານຫວຽດນາມ ໃນການຍູ້ແຮງການດຶງດູດການລົງທຶນຈາກຕ່າງປະເທດ ກໍຄືສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ປອດໄພ, ເປັນມິດນັ້ນ ຈະສືບຕໍ່ປະກອບສ່ວນເຂົ້າໃນເລື່ອງດຶງດູດແຫຼ່ງເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນປີ 2021 ກໍ່ຄືໃນຊຸມປີຕໍ່ໄປ.

ແງ່ຫວັງໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ຢູ່ຫວຽດນາມ ແມ່ນສົດໃສ ໃນສະພາບການບັນດານັກລົງທຶນຂະໜາດໃຫຍ່, ກາງ ແລະ ນ້ອຍ ຈາກປະເທດພັດທະນາພວມຄ່ອຍໆ ຫັນທິດມາລົງທຶນຢູ່ ຫວຽດນາມ.

ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ ກຳປູເຈຍ ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດ ຫວຽດນາມ

ພະນັກງານສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ລວມມີ 105 ຄົນໄດ້ສັກວັກຊິນໃນຕອນເວົ້າວັນທີ 23 ເມສາ.

ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນການສ້າງກົດໝາຍສາກົນ

ຕາມກະຊວງການຕ່າງປະເທດແລ້ວ, ຜູູ້ຮັບສະໝັກເລືອກຕັ້ງ ຂອງຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ແມ່ນນັກການທູດອາວຸໂສຂອງ ຫວຽດນາມ ດ້ວຍການເຄື່ອນໄຫວມາເປັນເວລາ 40 ປີ, ພ້ອມທັງແມ່ນນັກຊ່ຽວຊານໃນຂົງເຂດກົດໝາຍສາກົນ, ມີປະສົບການໃນການແກ້ໄຂຂໍ້ຂັດແຍ່ງຕົວຈິງ…

ຜ ນສຳເລ ດໃນການຄວບຄ ມໂລກລະບາດໂຄວ ດ 19 ໄດ ເຮ ດໃຫ ຫ າຍປະເທດໃນໂລກຫ ນກະແສເງ ນລ ງທ ນເຂ າຫວຽດນາມ ຮັບກະແສການລົງທຶນໃໝ່-ຫວຽດນາມສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍຢູ່ລະດັບສູງກວ່າ

ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຟື້ນຟູຢ່າງແຮງໃນເດືອນ ກຸມພາ 2021.

ໄຊພອນ

ເຫດການ
302 Found

Found

The document has moved here.