ເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງ

09:45 | 27/09/2019

ວັນ​ທີ 25 ກັນ­ຍາ 2019 ຢູ່​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ (ADB) ປະ­ຈຳ​ລາວ ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ບົດ​ລາຍ​ງານ​ການ​ຄາດ​ຄະ­ເນ​ການ​ພັດ­ທະ­ນາ​ໃນ​ອາ­ຊີ ປະ­ຈຳ​ປີ 2019 ມີ​ທ່ານ ລັດ­ຕະ­ນະ­ໄຕ ຫຼວງ​ລາດ​ບັນ­ດິດ ຊ່ຽວ­ຊານ​ດ້ານ​ການ​ປົກ­ຄອງ​ບໍ­ລິ­ຫານ​ຂອງ ADB ປະ­ຈຳ​ລາວ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງ

ທ່ານ ລັດ­ຕະ­ນະ­ໄຕ ຫຼວງ​ລາດ​ບັນ­ດິດ

ທ່ານ ລັດ­ຕະ­ນະ­ໄຕ ຫຼວງ​ລາດ​ບັນ­ດິດ ກ່າວ​ວ່າ: ການ​ຂະ­ຫຍາຍ­ຕົວ​ດ້ານ​ເສດ­ຖະ­ກິດ​ຂອງ​ລາວ ຄາດ​ວ່າ​ຈະ​ຂະ­ຫຍາຍ­ຕົວ​ຢູ່​ໃນ​ລະ­ດັບ​ປານ​ກາງ ປີ 2019 ແລະ 2020 ເນື່ອງ​ຈາກ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ ຂະ­ແໜງ​ບໍ­ລິ­ການ ມີ​ການ​ອ່ອນ​ຕົວ​ລົງ​ໃນ​ເຄິ່ງ​ທຳ​ອິດ​ຂອງ​ປີ 2019 ເນື່ອງ​ຈາກ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ສາ­ກົນ​ທີ່​ເຂົ້າ​ມາ​ຫຼຸດ​ລົງ ການ​ຜະ­ລິດ ແລະ ການ​ສົ່ງ​ອອກ​ກະ­ແສ​ໄຟ­ຟ້າ​ຢູ່​ໃນ​ພາ­ວະ​ຈຶ້ງ ເຖິງ​ວ່າ​ຂະ­ແໜງ​ກະ­ສິ­ກຳ​ມີ​ການ​ຟື້ນ​ຕົວ​ເລັກ​ໜ້ອຍ ໂດຍ​ອີງ​ຕາມ​ບົດ​ລາຍ​ງານ​ສະ­ບັບ​ໃໝ່​ຂອງ ADB.

ໃນ​ບົດ​ລາຍ​ງານ​ເສດ­ຖະ­ກິດ​ປະ­ຈຳ​ປີ​ສະ­ບັບ​ປັບ­ປຸງ​ທີ່​ມີ​ຊື່­ວ່າ “ການ​ຄາດ​ຄະ­ເນ​ການ​ພັດ­ທະ­ນາ​ຂອງ​ອາ­ຊີ 2019” ADB ຄາດ​ວ່າ​ເສດ­ຖະ­ກິດ​ຂອງ​ລາວ ຈະ​ຂະ­ຫຍາຍ­ຕົວ​ປະ­ມານ 6,2% ສຳ­ລັບ​ປີ 2019 ແລະ 2020 ເຊິ່ງ​ຕ່ຳ​ກວ່າ​ທີ່​ໄດ້​ມີ​ການ​ຄາດ​ຄະ­ເນ​ໄວ້​ໃນ​ເດືອນ​ເມ­ສາ ທີ່​ອັດ­ຕາ 6,5% ສຳ­ລັບ​ປີ 2019 ແລະ 2020 ແລະ ໃນ 4 ເດືອນ​ທຳ​ອິດ​ປີ 2019 ການ​ສົ່ງ​ອອກ​ສິນ­ຄ້າ​ໄດ້​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ ໃນ​ສະ­ກຸນ​ເງິນ​ໂດ​ລາ​ສະ­ຫະ­ລັດ ສົມ​ທຽບ​ກັບ​ໄລ­ຍະ​ດຽວ​ກັນ​ປີ 2018 ການ​ສົ່ງ​ອອກ​ກະ­ແສ​ໄຟ­ຟ້າ​ຂະ­ຫຍາຍ­ຕົວ​ພຽງ​ແຕ່ 2,3% ເຊິ່ງ​ຕ່ຳ​ກວ່າ 7,0% ຂອງ​ໜຶ່ງ​ປີ​ກ່ອນ​ໜ້າ​ນີ້ ສິ່ງ​ນີ້​ໄດ້​ບົ່ງ​ບອກ​ເຖິງ​ການ​ຫຼຸດ​ລົງ​ຂອງ​ການ​ຂະ­ຫຍາຍ­ຕົວ ຂອງ​ຂະ­ແໜງ​ອຸດ­ສາ­ຫະ­ກຳ​ໃນ​ເຄິ່ງ​ປີ​ທຳ​ອິດ ແລະ ການ​ຫຼຸດ​ລົງ​ຜົນ​ຜະ­ລິດ​ຂອງ​ຂະ­ແໜງ­ການ​ບໍ່​ແຮ່ ໃນ​ຂະ­ນະ​ດຽວ​ກັນ​ການ​ຂະ­ຫຍາຍ­ຕົວ​ຂອງ​ຂະ­ແໜງ​ການ­ທ່ອງ­ທ່ຽວ ເຊິ່ງ​ເປັນ​ຂະ­ແໜງ­ການ​ອັນ​ສຳ­ຄັນ​ທີ່​ປະ­ກອບ­ສ່ວນ​ໃຫ້​ແກ່​ຂະ­ແໜງ­ການ​ບໍ­ລິ­ການ​ໄດ້​ອ່ອນ​ໂຕ​ລົງ ເນື່ອງ​ຈາກ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ມາ​ຫຼຸດ​ລົງ ຈາກ 6,1% ໃນ​ເຄິ່ງ​ທຳ​ອິດ ປີ 2018 ມາ​ທີ່ 0,5% ໃນ​ໄລ­ຍະ​ດຽວ​ກັນ​ປີ​ນີ້ ພ້ອມ​ກັນ​ນີ້ ຄ່າ​ເງິນ​ກີບ​ປາ­ກົດ​ວ່າ​ມີ­ຄ່າ​ສູງ​ເກີນ​ໄປ ຖ້າ​ທຽບ­ໃສ່​ສະ­ກຸນ​ເງິນ​ອື່ນ ໂດຍ​ການ​ສົມ​ທຽບ​ອັດ­ຕາ​ແລກ­ປ່ຽນ​ໃນ​ຕະ­ຫຼາດ​ເປີດ​ສູງ​ກວ່າ​ຕະ­ຫຼາດ​ທາງ​ການ ສຳ­ລັບ​ການ​ຄາດ​ຄະ­ເນ​ອັດ­ຕາ​ເງິນ​ເຟີ້​ຈະ​ຢູ່​ທີ່​ປະ­ມານ 2,3% ປີ 2019 ແລະ 2020 ເຊິ່ງ​ສູງ​ກວ່າ 2,0% ທີ່​ໄດ້​ມີ​ການ​ຄາດ​ຄະ­ເນ​ໄວ້​ໃນ​ເດືອນ​ເມ­ສາ​ປີ​ນີ້ ເນື່ອງ​ຈາກ​ລາ­ຄາ​ອາ­ຫານ​ໄດ້​ຮັບ​ແຮງ​ກົດ​ດັນ​ຢ່າງ​ຕໍ່​ເນື່ອງ ແລະ ຫຼຸດ​ລົງ​ຂອງ​ຄ່າ​ເງິນ​ກີບ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.