ນາຍົກລັດຖະມົນຕີ ມີການໂອ້ລົມກັບຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ, ປັນ​ຍາ​ຊົນ

14:51 | 07/03/2021

ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ໄດ້ພົບປະກັບ ບັນດານັກທຸລະກິດ, ປັນຍາຊົນທີ່ດີເດັ່ນ ດ້ວຍຫົວເລື່ອງ “ການໂອ້ລົມສົນທະນາປີ 2045”.

ນາຍ ກລ ດຖະມ ນຕ ມ ການໂອ ລ ມກ ບຜ ຕາງ ໜ າ ວ ສາ ຫະ ກ ດ ປ ນ ຍາ ຊ ນ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສຸດຍອດທາງອອນລາຍຂອງສະມັດຊາໃຫຍ່ສະຫະປະຊາຊາດ
ນາຍ ກລ ດຖະມ ນຕ ມ ການໂອ ລ ມກ ບຜ ຕາງ ໜ າ ວ ສາ ຫະ ກ ດ ປ ນ ຍາ ຊ ນ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

ມີຜູູ້ຕາງໜ້າວິສາຫະກິດປະມານ 50 ແຫ່ງ ພ້ອມກັບນັກປັນຍາຊົນດີເດັ່ນ, ການນຳບາງກະຊວງ, ຂະແໜງການ ໄດ້ເຂົ້າຮ່ວມ “ການໂອ້ລົມສົນທະນາປີ 2045”.

ປະຈຸບັນ, ຫວຽດນາມ ມີວິສາຫະກິດກ່ວາ 800.000 ແຫ່ງພວມເຄື່ອນໄຫວ, ສ່ວນຫຼາຍແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ພາກເສດຖະກິດນອກລັດມີບົດບາດສຳຄັນທີ່ສຸດ, ປະກອບສ່ວນປະມານ 42% GDP ແລະ ສ້າງວຽກເຮັດງານທຳກ່ວາ 50% ໃຫ້ແກ່ສັງຄົມ.

ນາຍ ກລ ດຖະມ ນຕ ມ ການໂອ ລ ມກ ບຜ ຕາງ ໜ າ ວ ສາ ຫະ ກ ດ ປ ນ ຍາ ຊ ນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ.(ພາບ: VGP)

ຫວຽດນາມ ມີຜູ້ມີລະດັບຄວາມຮູູ້ຂັ້ນວິທະຍາໄລ, ມະຫາວິທະຍາໄລປະມານ 7 ລ້ານຄົນ. ນອກຈາກນັກປັນຍາຊົນຢູ່ພາຍໃນປະເທດແລ້ວ, ຍັງມີນັກປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານກ່ວາ 400.000 ຄົນ, ໃນນັ້ນມີປະລິນຍາເອກກ່ວາ 6000 ຄົນ ແລະ ນັກປັນຍາຊົນທີ່ມີຊື່ງສຽງນັບຮ້ອຍຄົນ ພວມດຳລົງຊີວິດຢູ່ເກືອບ 100 ປະເທດ ແລະ ເຂດດິນແດນໃນໂລກ.

ການພົບປະມື້ນີ້ລະຫວ່າງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ກັບຜູ້ຕາງໜ້ານັກທຸລະກິດດີເດັ່ນຫຼາຍຄົນ, ນັກຮຽນຮູ້ຫຼາຍທ່ານຂອງຫວຽດນາມ ເພື່ອແນໃສ່ຮັບຟັງ, ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມ ຫຼືປະສົບການຂອງບັນດານັກທຸລະກິດປະສົບຜົນສຳເລັດ, ບັນດານັກຮຽນຮູ້ມີຄວາມຮູ້ຮອບຕົວເລິກເຊິ່ງ ດ້ວຍເປົ້າໝາຍຫຼັກແຫຼ່ງແມ່ນ “ນຳຫວຽດນາມ ກາຍເປັນປະເທດພັດທະນາຢ່າງວັດທະນະຖາວອນໃນປີ 2045” ພ້ອມທັງຮັບຟັງບັນດາມາດຕະການ ເພື່ອຊຸກຍູ້ວິວັດການຟື້ນຟູເສດຖະກິດຂອງປະເທດຊາດໂດຍໄວ ໃນສະພາບການໂລກລະບາດພວມຄຸກຄາມໃນທົ່ວໂລກ ກໍ່ຄືນຳໃຊ້ກາລະໂອກາດເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງກ່ວາອີກ.

ນາຍ ກລ ດຖະມ ນຕ ມ ການໂອ ລ ມກ ບຜ ຕາງ ໜ າ ວ ສາ ຫະ ກ ດ ປ ນ ຍາ ຊ ນ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ.

ນາຍ ກລ ດຖະມ ນຕ ມ ການໂອ ລ ມກ ບຜ ຕາງ ໜ າ ວ ສາ ຫະ ກ ດ ປ ນ ຍາ ຊ ນ ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ຢູ່ ກອງ​ປະ​ຊຸມ ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ

ຍ​ສ​ໝ - ລັດ​ຖະ​ບານ​ຫວຽດ​ນາມ​ຍາ​ມ​ໃດ​ກໍ່​ຖື​ມະ​ນຸດ​ແມ່ນ​ກຳ​ລັງ​ໜູນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ເນັ້ນ​ໜັກ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 59 ຂອງ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ສັງ​ຄົມ​ຂອງ ສ​ປ​ຊ.

ນາຍ ກລ ດຖະມ ນຕ ມ ການໂອ ລ ມກ ບຜ ຕາງ ໜ າ ວ ສາ ຫະ ກ ດ ປ ນ ຍາ ຊ ນ ວິ​ສາ​ຫະ​ກິດ ເອີ​ລົບ​ປະ​ເອີບ​ໃຈ​ຕໍ່​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2021

ຍ​ສ​ໝ - ເມື່ອ​ໄດ້​ຖາມ​ກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ​ໃນ​ໄຕ​ມາດ​ຈະ​ມາ​ເຖິງ, ມີ 57% ສະ​ມາ​ຊິກ​ຂອງ Eurocham ເຂົ້າ​ຮ່ວມ​ການ​ສຳຫຼວດ​ຄາ​ດ​ວ່າ ຄວາມ​ສະ​ຖຽນ​ລະ​ພາບ ແລະ ກາ​ນ​ປັບ​ປຸງ ຈະ​ໄດ້​ຮັກ​ສາ​ໃນ 3 ເດືອນ​ຕົ້ນ​ປີ 2021.

vovworld.vn

ເຫດການ
302 Found

Found

The document has moved here.