ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ປະສົບຜົນສໍາເລັດທີ່ສຸດກ່ຽວກັບໂລກລະບາດ

12:26 | 31/01/2021

ນັກເສດຖະກິດຫຼາຍຄົນມີຄວາມປະເອີບໃຈວ່າການເຕີບໂຕຂອງເສດຖະກິດຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນໃນປີ 2021.

ຫວຽດນາມ ແມ ນພ ນຖານເສດຖະກ ດທ ປະສ ບຜ ນສ າເລ ດທ ສ ດກ ຽວກ ບໂລກລະບາດ ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ
ຫວຽດນາມ ແມ ນພ ນຖານເສດຖະກ ດທ ປະສ ບຜ ນສ າເລ ດທ ສ ດກ ຽວກ ບໂລກລະບາດ ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ
ຫວຽດນາມ ແມ ນພ ນຖານເສດຖະກ ດທ ປະສ ບຜ ນສ າເລ ດທ ສ ດກ ຽວກ ບໂລກລະບາດ
ພາບປະກອບ

ຂໍ້ສັງເກດໄດ້ຍົກອອກໃນບົດຂຽນເຊິ່ງໄດ້ເອົາລົງໃນເວັບໄຊ CNBC ຂອງອາເມລິກາ ວັນທີ 28 ມັງກອນ 2021 ໃຫ້ຮູ້ວ່າ ຫວຽດນາມ ບັນລຸໄດ້ຜົນງານທີ່ມະຫັດສະຈັນແມ່ນຍ້ອນເສດຖະກິດປະເທດນີ້ບໍ່ມີໄຕມາດໃດເຕີບໂຕທາງລົບໃນທັງປີ 2020, ໃນສະພາບທີ່ຫຼາຍພື້ນຖານເສດຖະກິດໃນທົ່ວໂລກ “ຊຸດໂຊມ” ຍ້ອນພະຍາດໂຄວິດ-19. ປະຈຸບັນບໍ່ແມ່ນວ່າເສດຖະກິດປະເທດອາຊີໃດກໍ່ມີການລາຍງານກ່ຽວກັບການເຕີບໂຕດ້ານເສດຖະກິດໃນໄຕມາດທີ 4 ແລະທັງປີ 2020. ເຖິງຢ່າງໃດກໍ່ຕາມ, ຕາມການຄິດໄລ່ຂອງ CNBC ໂດຍອີງໃສ່ແຫຼ່ງຂໍ້ມູນຢ່າງເປັນທາງການ, ໃນນັ້ນມີທັງແຫຼ່ງຈາກກອງທຶນເງິນຕາສາກົນ, ເສດຖະກິດຫວຽດນາມ ໄດ້ລື່ນກາຍເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນໃນປີ 2020.

ບົດລາຍງານການຄົ້ນຄ້ວາທົ່ວໂລກ ຂອງທະນາຄານ Standard Chartered ມີຫົວຂໍ້ວ່າ: "Vietnam - Q3 disruption, but recovery remains intact" ແປວ່າ: ຫວຽດນາມ - ການເຕີບໂຕຖືກຢຸດສະງັກຊົ່ວຄາວໃນໄຕມາດ 3 ແຕ່ມີແງ່ຫວັງການຟື້ນຟູຢ່າງເປັນປົກກະຕິ” ຊື່ງໄດ້ປະກາດຫວ່າງມໍ່ໆມານີ້ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບ 7,8% ໃນປີ 2021 ສູງທົບກວ່າ 2,5 ເທົ່າລະດັບເຕີບໂຕປີ 2020 ເຄີຍໄດ້ຮັບຖືວ່າແມ່ນລະດັບປະທັບໃຈ ແລະ ແມ່ນຈຸດເດັ່ນຂອງເສດຖະກິດໂລກ. ພ້ອມກັບທ່າອ່ຽງນັ້ນ ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ S&P Global Ratings ຄາດຄະເນວ່າ ຫວຽດນາມ ອາດສາມາດບັນລຸການເຕີບໂຕ GDP ຢູ່ໃນລະດັບ 11,2% ໃນປີ 2021. ກ່ອນຫນ້ານັ້ນ ບົດລາຍງານອັບເດດແງ່ຫວັງການພັດທະນາ ອາຊີ 2020 ຂອງທະນາຄານພັດທະນາອາຊີ ປະກາດໃນວັນທີ 15 ກັນຍາ ວ່າ ການເຕີບໂຕ GDP ຂອງຫວຽດນາມປີ 2021 ອາດຈະບັນລຸ 6,3%.

ຕາມໜັງສືພິມ The ASEAN Post ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີສະຖຽນລະພາບດ້ານການເມືອງຢູ່ອາຊີຕາເວັນອອກສ່ຽງໃຕ້. ໃນສະພາບພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ, ຫາງສຽງສາກົນມີຄວາມປະທັບໃຈຕໍ່ຫວຽດນາມ ທັງແມ່ນຮູບແບບໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໂລກ, ທັງແມ່ນ “ຈຸດພົ້ນເດັ່ນ” ກ່ຽວກັບການເຕີບໂຕດ້ານເສດຖະກິດ. ບັນດາສຳນັກຂ່າວສານຕີລາຄາວ່າ, ຫວຽດນາມ ໄດ້ສ້າງສິ່ງມະຫັດສະຈັນເມື່ອປະຕິບັດສໍາເລັດໜ້າທີ່ຄວບຄູ່: ທັງຕ້ານພະຍາດໂຄວິດ-19 ແລະທັງຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ.

ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ, ພວກເຮົາ ມີຄວາມເອກອ້າງທະນົງໃຈ, ໝັ້ນໃຈກ້າວເຂົ້າສູ່ປີ 2021 ດ້ວຍຈິດໃຈຕັ້ງຫນ້າ, ປະເອີບໃຈ, ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສໃນພາຍພາກຫນ້າ.

ຫວຽດນາມ ແມ ນພ ນຖານເສດຖະກ ດທ ປະສ ບຜ ນສ າເລ ດທ ສ ດກ ຽວກ ບໂລກລະບາດ ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ

ວັນທີ 29 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເຮັດວຽກຕາມຄະນະກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIII.

ຫວຽດນາມ ແມ ນພ ນຖານເສດຖະກ ດທ ປະສ ບຜ ນສ າເລ ດທ ສ ດກ ຽວກ ບໂລກລະບາດ ຫວຽດນາມ ຈະສືບຕໍ່ຍົກສູງອິດທິພົນຊື່ສຽງໃນແຜນທີ່ການເມືອງໂລກ

ຂ້າພະເຈົ້າພ້ອມດ້ວຍໝູ່ເພື່ອນໃນຄະນະທູຕານຸທູດທີ່ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ນີ້ແມ່ນຄວາມເປັນກຽດຢ່າງຍິ່ງໃຫຍ່ເມື່ອໄດ້ຮັບຟັງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ລາຍງານເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ເນື້ອໃນບົດລາຍງານທີ່ສຸດ.

ຫວຽດນາມ ແມ ນພ ນຖານເສດຖະກ ດທ ປະສ ບຜ ນສ າເລ ດທ ສ ດກ ຽວກ ບໂລກລະບາດ ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ

ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.