ພື້ນຖານເສດຖະກິດຂອງຫວຽດນາມ ພວມຈະເລີນເຕີບໂຕ
ໃນປີ 2024, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕ 7,09% ດ້ວຍບັນດາໝາກຜົນສຳຄັນທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ວິສາຫະກິດ. ເສດຖະກິດໃນປີ 2025 ຄາດວ່າຈະຟື້ນຕົວຢ່າງແຂງແຮງ, ມຸ່ງໄປເຖິງບັນລຸເປົ້າໝາຍເຕີບໂຕສູງກວ່າ 8%.