ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ສູນ​ການ​ໃນ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜັນ​ແປ

08:56 | 03/02/2021

ຍ​ສ​ໝ - ໃນ​ປີ 2020, ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ຍັ​ງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ​ສືບ​ຕໍ່​ໄດ້​ສະ​ແດງ ແລະ ຢັ້ງ​ຢືນ​ບົນ​ທຸກ​ແງ່​ມູນ.

ຄະນະກຳມະການປະສານງານການເຊື່ອມໂຍງອາຊຽນຕີລາຄາສູງການປະກອບສ່ວນຂອງຫວຽດນາມ
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອ​າ​ວຸ​ໂສ​ອາ​ຊຽນ - ລັດ​ເຊຍ​ຄັ້ງ​ທີ 17
ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ສູນ​ການ​ໃນ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜັນ​ແປ
ທ່ານ ຫງວຽນ​ກວ໊ກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ອາ​ຊຽນ

ປີ 2020 ໄດ້​ອັດ​ລົງ ດ້ວຍ​ການ​ຜັນ​ແປ​ທີ່​ສັບ​ສົນຫຼາຍ​ຢ່າງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ສະ​ພາບ​ການ​ເມືອງ - ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ. ​ບໍ່​ຍອມ​ຈຳ​ນົນ​ຕໍ່​ຄວາມ​ຫຍຸ້ງ​ຍາກ, ອາ​ຊຽນ 2020 ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ ຫວຽດ​ນາມ ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ປະ​ກອບ​ສ່ວນ​ເຫື່ອ​ແຮງ ຂອງ​ບັນ​ດາ​ສະ​ມາ​ຊິກ ແລະ ຄູ່​ຮ່ວມ​ມື, ເພື່ອນ​ມິດ​ໃນ​ພາກ​ພື້ນ ແລະ ສາ​ກົນ ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ໝັ້ນ​ຄົງ, ຢັ້ງ​ຢືນ​ໄດ້​ບົດ​ບາດ​ໃຈ​ກາງ​ຢູ່​ພາກ​ພື້ນ​ຢ່າງ​ແຮງ ກໍ່​ຄື​ຍົກ​ສູງ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຊື່​ສຽງ​ໃນ​ເວ​ທີ​ສາ​ກົນ.

ນິ​ຍາມ “ບົດ​ບາ​ດ​ໃຈ​ກາງ​ຂອງ​ອາ​ຊຽນ” ເລີ່ມ​ໄດ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເຕື້ອງ​ເຖິງ ນັບ​ແຕ່​ປີ 2005, 2006 ເມື່ອ​ສະ​ມາ​ຄົມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຳ​ລັງ​ດັນ​ກະ​ທົບ, ດຶງ​ດູດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ​ຄູ່​ຮ່ວມ​ມື​ພາຍນອກ.

ໃນ​ສະ​ພາບ​ການ​ນັ້ນ, “ບົດ​ບາດ​ເປັນ​ໃຈ​ກາງ” ໄດ້​ເຂົ້າ​ໃຈ​ວ່າ ຍາມ​ໃດອາ​ຊຽນກໍ່​ສົມ​ທົບ​ທັດ​ສະ​ນະ ແລະ ການ​ກະ​ທຳ​ໃນ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວ​ມື, ຮັກ​ສາ​ບົດ​ບາດ “ກຳ​ລັງ​ໜູນ” ໃນ​ການ​ຮ່ວ​ມ​ມື​ກໍ່​ຄືຢູ່ ທີ່​ຕັ້ງໃຈ​ກາງໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ໂຄງ​ປະ​ກອບ​ຮ່ວມ​ມື​ຢູ່​ພາກ​ພື້ນ ໂດ​ຍ​ອີ່ງ​ໃສ່​ບັນ​ດາ​ຂອບ​ເຂດ, ເວ​ທີ​ປາ​ໄສ​ໂດຍ ອາ​ຊຽນ ເລີ່ມ​ຕົ້ນ ແລະ ນຳ​ໜ້າ. ດ້ວຍ​ການ​ກຳ​ເນີດ​ຂອງກົດ​ບັດ ອາ​ຊຽນ, “ບົດ​ບາດ​ເປັນ​ໃຈ​ກາງ” ໄດ້​ກາຍ​ເປັນ​ເປົ້າ​ໝາຍ, ທັງ​ກາຍ​ເປັນຫຼັກ​ການ​ກຳ​ນົດ​ໃຫ້​ແກ່​ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ ອາ​ຊຽນ.

ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ ອາ​ຊຽນ​ ມີ​ພື້ນ​ຖານ​ຈາກ​ບັນ​ດາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ ເຊິ່ງ ສະ​ມາ​ຄົມ​ບັນ​ລຸ​ໄດ້​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ ແລະ ພັດ​ທ​ະ​ນາ, ຈາກ​ການ​ພົ​ວ​ພັນ​ຮ່ວ​ມ​ມື ສະ​ມາ​ຄົມ​ໄດ້​ສ້າງ​ຕັ້ງກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ, ກໍ່​ຄື​ຈາກ​ບັນ​ດາ​ຜົນ​ງານ​ຂອງ ບັນ​ດາ​ຂອບ​ເຂດ.

ໃນ​ປີ 2020, ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ​ສືບ​ຕໍ່​ໄດ້​ສະ​ແດງ ແລະ ຢັ້ງ​ຢືນ​ບົນ​ທຸກ​ແງ່​ມູນ, ກ່ອນ​ອື່ນ​ໝົດ ແມ່ນ​ຫົວ​ຂໍ້ຂອງ​ປີ ປະ​ທານ​ອາ​ຊຽນ 2020: ອາ​ຊຽນ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື, ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມ​ກຽວ​ໃນ​ທຸກ​ແງ່​ມູນ​ຂອງ​ບົດ​ບາດ​ເປັນ​ໃຈ​ກາງ. ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ອາ​ຊຽນ​ສືບ​ຕໍ່​ຮັກ​ສາ​ທ່າ​ສ້າງ​ປະ​ຊາ​ຄົມ, ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​, ໂຄງ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແນ​ໃສ່​ສ້າງ​ບັນ​ດາ​ເປົ້າ​ໝາຍ​ທີ່​ໄດ້​ຍົກ​ອອກ​ມາ​ໃນ ວິ​ໄສ​ທັດ​ອາ​ຊຽນ 2025.

ໃນ​ບົດ​ບາດ​ປະ​ທານ​ອາ​ຊຽນ, ຫວຽດ​ນາມ ພ້ອມ​ກັບ​ອາ​ຊຽນ​ຜ່ານ​ຜ່າ ປີ 2020 ດ້ວຍ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ທີ່​ບໍ​ເຄີຍ​ມີ​ມາ​ກອນ, ຫວຽດ​ນາມ ຍິ່ງ​ຢັ້ງ​ຢືນ​ໄດ້​ທີ່​ຕັ້ງ​ຂອງ​ສະ​ມາ​ຊິກຫຼັກ​ແຫຼ່ງ, ຕັ້ງ​ໜ້າ​ສ້າງ​ຕັ້ງ ແລະ ກຳ​ນົດ​ບັນ​ດາ​ກົດ​ເກນ​ໃນ​ອາ​ຊຽນ ແລະ ພາກ​ພື້ນ.

ອາ​ຊຽນ​ນຳ​ມາ​ເຊິ່ງ​ບົດ​ຮຽ​ນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນ​ຢູ່​ອາ​ຊີ​ໃຕ້

ຍ​ສ​ໝ - ທ່ານ ຮ່​ວາງວັນ​ເລິຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມຖື​ວ່າ ອາ​ຊຽນ​ໃນ​ຖາ​ນະ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ ໄດ້​ມີ​ການ​ປະ​ກອບ​ສ່ວນ​ໃນ​ການ​ນຳ​ພາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມຸ່ງ​ໄປ​ສູ່​ຄວາມ​ກ້າວ​ໜ້າ ແລະ ວັດ​ທະ​ນາ​ຖາ​ວອນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ການ​ພົວ​ພັນ​ເພື່ອ​ສັນ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ສື່ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດ​ນາມ ນຳ​ໜ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ອາ​ຊ​ຽນ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ສຳ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ຕ່າງໆ​ເພື່ອ​ຮັບ​ມື​ຢູ່ຫຼາຍ​ລະ​ດັບ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຈາກ​ໂລກ​ລະ​ບາດ.

ສື່ມວນ​ຊົນ ສິງ​ກະ​ໂປ: ບັນ​ດາ​ການ​ນຳ​ອາ​ຊຽນ​ເຫັນ​ດີ​ເປັນ​ເອ​ກະ​ພາບ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ລະ​ອຽດ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

ຍ​ສ​ໝ - ບົດ​ຂຽນ​ໄດ້​ເອົາ​ລົງ​ໃນ​ໜັງ​ສື​ພິມ ASEAN Today ຂອງ ສິງ​ກະ​ໂປ ສະ​ບັບ​ອອກ​ໃນ​ວັນ​ທີ 19 ພະ​ຈິກ ໄດ້​ຫົວ​ຄືນ​ບັນ​ດາ​ໝ​າກ​ຜົນ​ທີ່​ພົ້ນ​ເດັ່ນ​ທີ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37, ພ້ອມ​ທັງ​ຕີ​ລາ​ຄາ​ສູງ ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.